Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 4:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຈິດສຳນຶກ​ຂອງ​ເຮົາ​ກໍ​ຊັດເຈນ, ແຕ່​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມຜິດ. ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້​ຕັດສິນ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເພາະ​ເຮົາ​ບໍ່​ຮູ້​ວ່າ ເຮົາ​ເຮັດ​ຜິດ​ອັນ​ໃດ ເຖິງ​ປານ​ນັ້ນ​ກໍ​ບໍ່​ພົ້ນ​ຈາກ​ການ​ພິພາກສາ​ຕັດສິນ ຜູ້​ທີ່​ຈະ​ພິພາກສາ​ຕົວ​ເຮົາ​ນັ້ນ ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 4:4
24 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


ໂປໂລ​ຈ້ອງ​ເບິ່ງ​ໄປ​ທີ່​ສະມາຊິກ​ສະພາ​ແຊນເຮດຣິນ ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ເຮົາ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດສຳນຶກ​ທີ່​ດີ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້”.


ດ້ວຍວ່າ ຜູ້​ທີ່​ຊອບທຳ​ໃນ​ສາຍຕາ​ພຣະເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ໄດ້​ຍິນ​ໄດ້​ຟັງ​ກົດບັນຍັດ ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ​ທີ່​ພຣະເຈົ້າ​ຈະ​ປະກາດ​ວ່າ​ເປັນ​ຜູ້ຊອບທຳ.


ຖ້າ​ພຣະເຈົ້າ​ຖືວ່າ​ອັບຣາຮາມ​ເປັນ​ຜູ້ຊອບທຳ​ໂດຍ​ການປະຕິບັດ ເພິ່ນ​ກໍ​ມີ​ສິ່ງ​ທີ່​ຈະ​ອວດອ້າງ​ໄດ້ ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ບໍ່​ເປັນ​ຢ່າງ​ນັ້ນ​ເລີຍ.


ເຮົາ​ຖື​ວ່າ​ເປັນ​ເລື່ອງ​ເລັກນ້ອຍ​ທີ່ສຸດ​ຖ້າ​ເຮົາ​ຖືກ​ຕັດສິນ​ໂດຍ​ພວກເຈົ້າ ຫລື ໂດຍ​ສານ​ຂອງ​ມະນຸດ​ໃດໆ​ກໍ​ດີ, ແທ້ຈິງ​ແລ້ວ ເຮົາ​ກໍ​ບໍ່​ໄດ້​ຕັດສິນ​ເຮົາ​ເອງ.


ເຫດສະນັ້ນ ຢ່າ​ຕັດສິນ​ສິ່ງໃດ​ກ່ອນ​ເວລາ​ທີ່​ໄດ້​ກຳນົດ​ໄວ້; ຈົ່ງ​ຄອຍຖ້າ​ຈົນ​ກວ່າ​ອົງພຣະຜູ້ເປັນເຈົ້າ​ມາ. ພຣະອົງ​ຈະ​ນຳ​ເອົາ​ສິ່ງ​ທີ່​ເຊື່ອງໄວ້​ຢູ່​ໃນ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈະ​ເປີດເຜີຍ​ບັນດາ​ແຮງຈູງໃຈ​ທີ່​ຢູ່​ໃນ​ໃຈ. ໃນ​ເວລາ​ນັ້ນ ແຕ່ລະຄົນ​ຈະ​ໄດ້ຮັບ​ຄຳຍ້ອງຍໍ​ຈາກ​ພຣະເຈົ້າ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ເພາະວ່າ ພວກເຮົາ​ທຸກຄົນ​ຕ້ອງ​ປາກົດຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ວ່າ​ພວກເຮົາ​ແຕ່ລະຄົນ​ຈະ​ໄດ້​ຮັບ​ສົມ​ກັບ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໃນຂະນະ​ທີ່​ຢູ່​ໃນ​ກາຍ​ນີ້, ບໍ່​ວ່າ​ດີ ຫລື ຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka