2 ບັດນີ້ຈຶ່ງເປັນການຮຽກຮ້ອງວ່າ ຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈນັ້ນຕ້ອງພິສູດວ່າເປັນຜູ້ສັດຊື່.
2 ຜູ້ຮັບຜິດຊອບປ້ອງກັນຮັກສາຕ້ອງເປັນຄົນສັດຊື່.
“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ແລະ ສັດຊື່! ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເບິ່ງແຍງສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊື່ນຊົມຍິນດີກັບເຮົາ!’
“ນາຍຂອງລາວຕອບວ່າ, ‘ດີຫລາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ແລະ ສັດຊື່! ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍເຮົາຈະຕັ້ງເຈົ້າໃຫ້ເປັນຜູ້ເບິ່ງແຍງສິ່ງຂອງຫລາຍຢ່າງ. ຈົ່ງມາຮ່ວມຊື່ນຊົມຍິນດີກັບເຮົາ!’
ອົງພຣະຜູ້ເປັນເຈົ້າຕອບວ່າ, “ແມ່ນຜູ້ໃດເປັນຜູ້ຈັດການທີ່ສັດຊື່ ແລະ ສະຫລາດ, ຜູ້ທີ່ນາຍໄດ້ຕັ້ງໄວ້ໃຫ້ຮັບຜິດຊອບຄົນຮັບໃຊ້ຂອງເພິ່ນ ເພື່ອແຈກຢາຍອາຫານໃຫ້ພວກເຂົາຕາມເວລາ?
ດັ່ງນີ້ແຫລະ ພວກເຈົ້າຄວນຈະຖືພວກເຮົາວ່າ: ເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ ແລະ ເປັນຜູ້ທີ່ໄດ້ຮັບມອບໝາຍສິ່ງເລິກລັບຂອງພຣະເຈົ້າທີ່ໄດ້ເປີດເຜີຍນັ້ນ.
ດ້ວຍເຫດຜົນນີ້ ເຮົາຈຶ່ງໄດ້ສົ່ງຕີໂມທຽວ ລູກທີ່ຮັກຂອງເຮົາ, ຜູ້ທີ່ສັດຊື່ໃນອົງພຣະຜູ້ເປັນເຈົ້າ ໃຫ້ມາຫາພວກເຈົ້າ. ລາວຈະເຕືອນພວກເຈົ້າໃຫ້ລະນຶກເຖິງວິຖີທາງການດຳເນີນຊີວິດຂອງເຮົາໃນພຣະເຢຊູຄຣິດເຈົ້າ, ເຊິ່ງເຫັນພ້ອມກັບສິ່ງທີ່ເຮົາເຄີຍສັ່ງສອນທຸກບ່ອນໃນທຸກຄຣິສຕະຈັກ.
ເຮົາຖືວ່າເປັນເລື່ອງເລັກນ້ອຍທີ່ສຸດຖ້າເຮົາຖືກຕັດສິນໂດຍພວກເຈົ້າ ຫລື ໂດຍສານຂອງມະນຸດໃດໆກໍດີ, ແທ້ຈິງແລ້ວ ເຮົາກໍບໍ່ໄດ້ຕັດສິນເຮົາເອງ.
ສ່ວນຄົນທີ່ຮັກສາຄວາມບໍລິສຸດນັ້ນ ເຮົາບໍ່ໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ, ແຕ່ເຮົາຂໍໃຫ້ຄຳຕັດສິນໃນຖານະຜູ້ທີ່ເປັນທີ່ໄວ້ໃຈໄດ້ໂດຍຄວາມເມດຕາຂອງອົງພຣະຜູ້ເປັນເຈົ້າ.
ພວກເຮົາບໍ່ເໝືອນຫລາຍຄົນ ທີ່ເລາະຂາຍພຣະຄຳຂອງພຣະເຈົ້າເພື່ອຫາກຳໄລ. ແຕ່ກົງກັນຂ້າມ ໃນພຣະຄຣິດເຈົ້າ ພວກເຮົາກ່າວຕໍ່ໜ້າພຣະເຈົ້າດ້ວຍຄວາມຈິງໃຈເໝືອນດັ່ງບັນດາຄົນທີ່ພຣະເຈົ້າໄດ້ໃຊ້ມາ.
ແທນທີ່ຈະເປັນຢ່າງນັ້ນ, ພວກເຮົາໄດ້ປະຖິ້ມວິຖີທາງທີ່ລັບລີ້ ແລະ ໜ້າອັບອາຍນັ້ນ, ພວກເຮົາບໍ່ໃຊ້ກົນອຸບາຍ ແລະ ບໍ່ໄດ້ບິດເບືອນພຣະຄຳຂອງພຣະເຈົ້າ. ກົງກັນຂ້າມ, ພວກເຮົາຍົກຍ້ອງຕົນເອງຕໍ່ຈິດສຳນຶກຂອງທຸກຄົນໃນສາຍຕາຂອງພຣະເຈົ້າ ດ້ວຍການສະແດງຄວາມຈິງຢ່າງຈະແຈ້ງ.
ພວກເຈົ້າໄດ້ຮຽນຮູ້ຂ່າວປະເສີດນັ້ນຈາກເອປາຟາ ເພື່ອນຮ່ວມຮັບໃຊ້ທີ່ຮັກຂອງພວກເຮົາ ຜູ້ຮັບໃຊ້ພຣະຄຣິດເຈົ້າຢ່າງສັດຊື່ແທນພວກເຮົາ
ຈົ່ງບອກອາຂີໂປວ່າ: “ຈົ່ງເຮັດພັນທະກິດທີ່ເຈົ້າໄດ້ຮັບມອບໝາຍໃນອົງພຣະຜູ້ເປັນເຈົ້າໃຫ້ສຳເລັດ”.
ຕີຂີໂກ ຈະແຈ້ງຂ່າວທັງໝົດກ່ຽວກັບເຮົາໃຫ້ພວກເຈົ້າຮູ້. ລາວເປັນນ້ອງຮັກ, ເປັນຜູ້ຮັບໃຊ້ທີ່ສັດຊື່ ແລະ ເປັນເພື່ອນຮ່ວມຮັບໃຊ້ໃນອົງພຣະຜູ້ເປັນເຈົ້າ.