16 ເຫດສະນັ້ນ, ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ປະຕິບັດຕາມແບບຢ່າງຂອງເຮົາ.
16 ດັ່ງນັ້ນ ເຮົາຈຶ່ງຂໍຮ້ອງພວກເຈົ້າໃຫ້ປະຕິບັດຕາມແບບຢ່າງຂອງເຮົາ.
ຈົ່ງເຮັດຕາມແບບຢ່າງຂອງເຮົາ, ເໝືອນດັ່ງເຮົາເຮັດຕາມແບບຢ່າງຂອງພຣະຄຣິດເຈົ້າ.
ພີ່ນ້ອງທັງຫລາຍເອີຍ ຈົ່ງຮ່ວມກັນເຮັດຕາມແບບຢ່າງຂອງເຮົາ ແລະ ຕາມທີ່ພວກເຈົ້າມີພວກເຮົາປັນແບບຢ່າງ, ຈົ່ງເບິ່ງຄົນເຫລົ່ານັ້ນທີ່ດຳເນີນຊີວິດຕາມທີ່ພວກເຮົາເຮັດ.
ສິ່ງໃດທີ່ພວກເຈົ້າໄດ້ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນຈາກເຮົາ ຫລື ໄດ້ເຫັນໃນເຮົາ ຈົ່ງນໍາເອົາສິ່ງນັ້ນໄປປະຕິບັດ. ແລະ ພຣະເຈົ້າແຫ່ງສັນຕິສຸກຈະສະຖິດຢູ່ກັບພວກເຈົ້າ.
ພວກເຈົ້າໄດ້ກາຍເປັນຜູ້ທີ່ເຮັດຕາມແບບຢ່າງຂອງພວກເຮົາ ແລະ ຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າໄດ້ຕ້ອນຮັບເອົາພຣະຄຳໃນທ່າມກາງຄວາມທຸກທໍລະມານຢ່າງໜັກໜ່ວງດ້ວຍຄວາມຊື່ນຊົມຍິນດີທີ່ພຣະວິນຍານບໍລິສຸດເຈົ້າໄດ້ມອບໃຫ້.
ພວກເຮົາເຮັດຢ່າງນີ້ບໍ່ແມ່ນເພາະພວກເຮົາບໍ່ມີສິດຮັບຄວາມຊ່ວຍເຫລືອເຫລົ່ານັ້ນ ແຕ່ເພື່ອມອບຕົນເອງໃຫ້ເປັນແບບຢ່າງແກ່ພວກເຈົ້າໄດ້ປະຕິບັດຕາມ.
ຈົ່ງລະນຶກເຖິງບັນດາຜູ້ນຳຂອງພວກເຈົ້າ ຜູ້ທີ່ໄດ້ກ່າວພຣະຄຳຂອງພຣະເຈົ້າແກ່ພວກເຈົ້າ. ຈົ່ງພິຈາລະນາເບິ່ງຜົນຂອງວິຖີຊີວິດຂອງພວກເພິ່ນເຫລົ່ານັ້ນແລ້ວປະຕິບັດຕາມແບບຢ່າງຄວາມເຊື່ອຂອງພວກເພິ່ນ.
ບໍ່ແມ່ນວາງອຳນາດເໜືອບັນດາຜູ້ທີ່ມອບໝາຍໃຫ້ແກ່ພວກເຈົ້າ, ແຕ່ໃຫ້ເປັນແບບຢ່າງແກ່ຝູງແກະນັ້ນ.