Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 4:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເຮົາ​ເຮັດ​ວຽກ​ໜັກ​ດ້ວຍ​ມື​ຂອງ​ພວກເຮົາ​ເອງ. ເມື່ອ​ພວກເຮົາ​ຖືກ​ປ້ອຍດ່າ, ພວກເຮົາ​ກໍ​ອວຍພອນ; ເມື່ອ​ພວກເຮົາ​ຖືກ​ຂົ່ມເຫັງ, ພວກເຮົາ​ກໍ​ອົດທົນ​ເອົາ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ພວກເຮົາ​ຍັງ​ອົດສາ​ຫາ​ລ້ຽງຊີບ​ຕົນເອງ ໂດຍ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ. ເມື່ອ​ຖືກ​ປ້ອຍດ່າ ພວກເຮົາ​ກໍ​ອວຍພອນ ເມື່ອ​ຖືກ​ຂົ່ມເຫັງ ພວກເຮົາ​ກໍ​ອົດທົນ​ເອົາ,

Uka jalj uñjjattʼäta Copia luraña




1 ໂກຣິນໂທ 4:12
23 Jak'a apnaqawi uñst'ayäwi  

“ເມື່ອ​ຄົນ​ທັງຫລາຍ​ດູຖູກ, ຂົ່ມເຫັງ ແລະ ກ່າວ​ຮ້າຍ​ພວກເຈົ້າ​ທັງຫລາຍ​ດ້ວຍ​ຄວາມບໍ່ຈິງ​ທຸກ​ຢ່າງ​ເພາະ​ເຫັນ​ແກ່​ເຮົາ​ພວກເຈົ້າ​ກໍ​ເປັນສຸກ.


ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,


ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.


ຈົ່ງ​ອວຍພອນ​ຜູ້​ທີ່​ປ້ອຍດ່າ​ພວກເຈົ້າ, ຈົ່ງ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ.


ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ.


ແລະ ເພາະວ່າ​ໂປໂລ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ຜ້າເຕັນ​ເໝືອນ​ກັນ​ກັບ​ພວກເຂົາ, ເພິ່ນ​ຈຶ່ງ​ໄດ້​ພັກ ແລະ ເຮັດ​ວຽກ​ຢູ່​ກັບ​ພວກເຂົາ.


ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ດ້ວຍ​ສອງ​ມື​ຂອງ​ຂ້າພະເຈົ້າ​ນີ້​ໄດ້​ຫາ​ລ້ຽງ​ຕົນ​ເອງ ແລະ ເພື່ອນຮ່ວມງານ​ຂອງ​ຂ້າພະເຈົ້າ.


ແລ້ວ​ເພິ່ນ​ກໍ​ຄຸເຂົ່າ​ລົງ ແລະ ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍ​ຢ່າ​ຖື​ໂທດ​ພວກເຂົາ​ເພາະ​ບາບ​ນີ້​ເລີຍ”. ແລ້ວ​ເພິ່ນ​ກໍ​ຂາດ​ໃຈ​ຕາຍ.


ຈົ່ງ​ອວຍພອນ​ແກ່​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ, ຈົ່ງ​ອວຍພອນ ແລະ ຢ່າ​ປ້ອຍດ່າ​ເລີຍ.


ໃນ​ທາງ​ກົງກັນຂ້າມ, “ຖ້າ​ສັດຕູ​ຂອງ​ເຈົ້າ​ຫິວເຂົ້າ ຈົ່ງ​ເອົາ​ອາຫານ​ໃຫ້​ລາວ​ກິນ ເມື່ອ​ລາວ​ຫິວນ້ຳ ຈົ່ງ​ເອົາ​ນ້ຳ​ໃຫ້​ລາວ​ດື່ມ ການ​ເຮັດ​ຢ່າງນັ້ນ, ເປັນການ​ທີ່​ເຈົ້າ​ໄດ້​ກອງ​ຖ່ານໄຟ​ທີ່​ລຸກໄໝ້​ຢູ່​ໃສ່​ໄວ້​ເທິງ​ຫົວ​ຂອງ​ລາວ”.


ຜູ້ໃດ​ຈະ​ແຍກ​ພວກເຮົາ​ອອກຈາກ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ​ໄດ້? ຈະ​ເປັນ​ຄວາມເດືອດຮ້ອນ ຫລື ຄວາມທຸກຍາກລຳບາກ ຫລື ການຂົ່ມເຫັງ ຫລື ການອຶດຢາກ ຫລື ການເປືອຍກາຍ ຫລື ໄພອັນຕະລາຍ ຫລື ຄົມດາບ?


ຫລື ມີ​ແຕ່​ເຮົາ​ກັບ​ບາຣະນາບາ​ເທົ່ານັ້ນ​ບໍ ເປັນ​ຜູ້​ບໍ່​ມີ​ສິດ​ທີ່​ຈະ​ບໍ່​ເຮັດວຽກ​ຫາລ້ຽງຊີບ?


ເຮົາ​ໄດ້​ປຸ້ນ​ຄຣິສຕະຈັກ​ອື່ນໆ ດ້ວຍ​ການຮັບເງິນ​ສະໜັບສະໜູນ​ຈາກ​ພວກເຂົາ​ເພື່ອ​ມາ​ຮັບໃຊ້​ພວກເຈົ້າ.


ຜູ້​ທີ່​ເຄີຍ​ລັກ​ກໍ​ຢ່າ​ລັກ​ອີກ, ແຕ່​ຈົ່ງ​ເຮັດວຽກ, ຈົ່ງ​ໃຊ້​ມື​ຂອງ​ຕົນ​ເຮັດ​ສິ່ງ​ທີ່​ມີ​ປະໂຫຍດ ເພື່ອ​ຈະ​ມີ​ບາງສິ່ງ​ແບ່ງປັນ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມຈຳເປັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.


ພວກເຮົາ​ບໍ່​ໄດ້​ກິນອາຫານ​ຂອງ​ຜູ້ໃດ​ໂດຍ​ບໍ່​ໄດ້​ຈ່າຍ​ຄ່າ. ກົງກັນຂ້າມ ພວກເຮົາ​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ, ອອກແຮງງານ ແລະ ເຮັດວຽກ​ລຳບາກ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ​ໃນ​ພວກເຈົ້າ.


ດ້ວຍເຫດນີ້​ທີ່​ພວກເຮົາ​ເຮັດ​ວຽກງານ​ໜັກ ແລະ ອົດທົນສູ້​ກໍ​ເພາະ​ພວກເຮົາ​ໄດ້​ມອບ​ຄວາມຫວັງ​ໄວ້​ໃນ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ມະນຸດ​ທຸກຄົນ ແລະ ໂດຍສະເພາະ​ບັນດາ​ຜູ້ທີ່ເຊື່ອ.


ເມື່ອ​ພວກເຂົາ​ກ່າວ​ດູຖູກ​ພຣະອົງ, ພຣະອົງ​ກໍ​ບໍ່​ໄດ້​ຕອບໂຕ້, ເມື່ອ​ພຣະອົງ​ທົນທຸກທໍລະມານ, ພຣະອົງ​ກໍ​ບໍ່​ໄດ້​ຂົ່ມຂູ່, ແຕ່​ກົງກັນຂ້າມ, ພຣະອົງ​ໄດ້​ມອບ​ພຣະອົງ​ເອງ​ໄວ້​ກັບ​ພຣະເຈົ້າ​ຜູ້​ພິພາກສາ​ຢ່າງ​ຍຸຕິທຳ.


ແຕ່​ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ໄດ້​ຮັບ​ພອນ. “ຢ່າ​ຢ້ານກົວ​ຕໍ່​ການກະທຳ​ຂອງ​ພວກເຂົາ, ຢ່າ​ວິຕົກ​ກັງວົນໃຈ​ເລີຍ”.


ຢ່າ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ຫລື ຢ່າ​ດ່າ​ຕອບແທນ​ຄົນ​ທີ່​ດ່າ. ໃນ​ທາງ​ກົງກັນຂ້າມ, ຈົ່ງ​ຕອບແທນ​ຄວາມຊົ່ວ​ດ້ວຍ​ຄຳອວຍພອນ ເພາະວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ.


ດັ່ງນັ້ນ ຜູ້​ທີ່​ທົນທຸກ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ຄວນ​ມອບ​ຕົນເອງ​ໄວ້​ກັບ​ພຣະຜູ້ສ້າງ​ຜູ້​ສັດຊື່​ຂອງ​ພວກເຂົາ ແລະ ເຮັດ​ຄວາມດີ​ຕໍ່ໄປ.


ແມ່ນ​ແຕ່​ມີຄາເອນ​ຫົວໜ້າ​ເທວະດາ ເມື່ອ​ເພິ່ນ​ໂຕ້ແຍ້ງ​ກັບ​ມານຮ້າຍ​ເລື່ອງ​ສົບ​ຂອງ​ໂມເຊ​ນັ້ນ​ກໍ​ຍັງ​ບໍ່​ກ້າ​ກ່າວ​ໂທດ​ມານຮ້າຍ​ທີ່​ກ່າວ​ໃສ່ຮ້າຍ ແຕ່​ເວົ້າ​ວ່າ, “ໃຫ້​ອົງພຣະຜູ້ເປັນເຈົ້າ​ຈັດການ​ກັບ​ເຈົ້າ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka