Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 4:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພວກເຮົາ​ເປັນ​ຄົນ​ໂງ່ ເພາະ​ເຫັນ​ແກ່​ພຣະຄຣິດ, ແຕ່​ພວກເຈົ້າ​ເປັນ​ຄົນມີ​ປັນຍາ​ໃນ​ພຣະຄຣິດ ພວກເຮົາ​ເປັນ​ຜູ້​ອ່ອນແຮງ, ແຕ່​ພວກເຈົ້າ​ເປັນ​ຜູ້​ແຂງແຮງ ພວກເຈົ້າ​ມີ​ກຽດ, ແຕ່​ເຮົາ​ບໍ່ມີ​ກຽດ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 4:10
38 Jak'a apnaqawi uñst'ayäwi  

“ແລ້ວ​ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃຫ້​ຖືກ​ຂົ່ມເຫັງ ແລະ ຂ້າ, ທຸກ​ຊົນຊາດ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ.


“ເມື່ອ​ຄົນ​ທັງຫລາຍ​ດູຖູກ, ຂົ່ມເຫັງ ແລະ ກ່າວ​ຮ້າຍ​ພວກເຈົ້າ​ທັງຫລາຍ​ດ້ວຍ​ຄວາມບໍ່ຈິງ​ທຸກ​ຢ່າງ​ເພາະ​ເຫັນ​ແກ່​ເຮົາ​ພວກເຈົ້າ​ກໍ​ເປັນສຸກ.


“ຜູ້ໃດ​ກໍ​ຕາມ​ທີ່​ຟັງ​ພວກເຈົ້າ​ກໍ​ໄດ້​ຟັງ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ພວກເຈົ້າ​ກໍ​ບໍ່​ຍອມຮັບ​ເຮົາ, ຜູ້ໃດ​ທີ່​ບໍ່​ຍອມຮັບ​ເຮົາ​ກໍ​ບໍ່​ຍອມຮັບ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ”.


ສຳລັບ​ບາງຄົນ​ທີ່​ໝັ້ນໃຈ​ໃນ​ຄວາມ​ຊອບທຳ​ຂອງ​ຕົນເອງ ແລະ ດູຖູກ​ຄົນ​ອື່ນ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ນີ້​ວ່າ,


ພຣະພອນ​ມີ​ແກ່​ພວກເຈົ້າ​ເມື່ອ​ຄົນ​ກຽດຊັງ​ພວກເຈົ້າ ເມື່ອ​ຄົນ​ທັງຫລາຍ​ຕັດ​ພວກເຈົ້າ​ອອກ ແລະ ດູຖູກ​ພວກເຈົ້າ ແລະ ໃສ່ຮ້າຍ​ພວກເຈົ້າ​ວ່າ​ຊົ່ວຊ້າ ເພາະ​ເຫັນແກ່​ບຸດມະນຸດ.


ມີ​ນັກປັດຊະຍາ​ຂອງ​ພວກ​ເອປີກູຣຽວ ແລະ ພວກ​ຊະໂຕອິກ​ກຸ່ມ​ໜຶ່ງ​ມາ​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ. ບາງຄົນ​ໃນ​ພວກເຂົາ​ຖາມ​ວ່າ, “ນັກເວົ້າ​ຄົນ​ນີ້​ພະຍາຍາມ​ຈະ​ເວົ້າ​ຫຍັງ?” ຄົນ​ອື່ນໆ​ເວົ້າ​ວ່າ, “ເບິ່ງ​ຄື​ລາວ​ຈະ​ນຳ​ພະ​ຕ່າງດ້າວ​ມາ​ເຜີຍແຜ່”. ທີ່​ພວກເຂົາ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ໂປໂລ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ ແລະ ການ​ເປັນຄືນມາຈາກຕາຍ.


ເມື່ອ​ພວກເຂົາ​ໄດ້​ຍິນ​ເລື່ອງ​ການ​ເປັນຄືນມາຈາກຕາຍ, ບາງຄົນ​ໃນ​ພວກເຂົາ​ກໍ​ຫົວ​ເຢາະເຢີ້ຍ, ແຕ່​ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ພວກເຮົາ​ຢາກ​ຟັງ​ເຈົ້າ​ເວົ້າ​ເຖິງ​ເລື່ອງ​ນີ້​ອີກ”.


ມາ​ເຖິງ​ຕອນ​ນີ້​ເຟຊະໂຕ​ກໍ​ຮ້ອງ​ຂຶ້ນ​ຂັດ​ໂປໂລ​ວ່າ, “ໂປໂລ​ເອີຍ! ເຈົ້າ​ເປັນ​ບ້າ​ໄປ​ແລ້ວ, ເຈົ້າ​ຮຽນ​ຫລາຍ​ຈົນ​ເຮັດ​ໃຫ້​ເຈົ້າ​ເປັນ​ບ້າ”.


ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ແຕ່​ພວກເຮົາ​ເທດສະໜາ​ເລື່ອງ​ພຣະຄຣິດເຈົ້າ​ຜູ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ເຊິ່ງ​ເປັນ​ຫີນ​ທີ່​ສະດຸດ​ສຳລັບ​ຊາວ​ຢິວ ແລະ ຖືວ່າ​ເປັນ​ເລື່ອງ​ໂງ່​ສຳລັບ​ບັນດາ​ຄົນຕ່າງຊາດ,


ເພາະ​ຄວາມໂງ່​ຂອງ​ພຣະເຈົ້າ​ກໍ​ຍັງ​ສະຫລາດ​ກວ່າ​ສະຕິປັນຍາ​ຂອງ​ມະນຸດ ແລະ ຄວາມອ່ອນແອ​ຂອງ​ພຣະເຈົ້າ ກໍ​ຍັງ​ເຂັ້ມແຂງ​ກວ່າ​ກຳລັງ​ຂອງ​ມະນຸດ.


ດັ່ງນັ້ນ ຖ້າ​ພວກເຈົ້າ​ຄິດວ່າ​ຕົນເອງ​ຕັ້ງໝັ້ນຄົງ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ພວກເຈົ້າ​ຈະ​ບໍ່​ລົ້ມລົງ!


ຄົນ​ທີ່​ບໍ່​ມີ​ພຣະວິນຍານ ກໍ​ບໍ່​ສາມາດ​ຍອມຮັບ​ສິ່ງ​ທີ່​ມາ​ຈາກ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້ ແຕ່​ພວກເຂົາ​ຖືວ່າ​ສິ່ງ​ເຫລົ່ານີ້​ເປັນ​ເລື່ອງ​ໂງ່ ແລະ ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ ເພາະວ່າ​ຕ້ອງ​ອາໄສ​ການໄຈ້ແຍກ​ຝ່າຍຈິດວິນຍານ​ຈຶ່ງ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ​ໄດ້.


ເຮົາ​ມາ​ຫາ​ພວກເຈົ້າ​ດ້ວຍ​ຄວາມອ່ອນແອ​ກັບ​ຄວາມ​ຢ້ານກົວ​ທີ່ສຸດ​ຈົນ​ຕົວສັ່ນ.


ຢ່າ​ຫລອກລວງ​ຕົນເອງ. ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຄິດວ່າ​ຕົນ​ເປັນ​ຄົນສະຫລາດ​ຕາມ​ມາດຕະຖານ​ຂອງ​ຄົນ​ຍຸກ​ນີ້ ຜູ້​ນັ້ນ​ກໍ​ຄວນ​ຈະ​ກາຍ​ເປັນ “ຄົນໂງ່” ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຄົນສະຫລາດ.


ເຮົາ​ໄດ້​ປ້ອນ​ພວກເຈົ້າ​ດ້ວຍ​ນ້ຳນົມ ບໍ່ແມ່ນ​ດ້ວຍ​ອາຫານ​ແຂງ, ເພາະວ່າ​ພວກເຈົ້າ​ຍັງ​ບໍ່​ສາມາດ​ຮັບ​ອາຫານ​ນັ້ນ​ໄດ້​ເທື່ອ. ແທ້ຈິງແລ້ວ ພວກເຈົ້າ​ກໍ​ຍັງ​ບໍ່​ພ້ອມ​ເທື່ອ.


ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ! ພວກເຈົ້າ​ກໍ​ໄດ້​ກາຍເປັນ​ຜູ້​ຮັ່ງມີ​ແລ້ວ! ພວກເຈົ້າ​ໄດ້​ເລີ່ມຕົ້ນ​ເປັນ​ກະສັດ​ແລ້ວ ແລະ ໂດຍ​ທີ່​ບໍ່​ມີ​ພວກເຮົາ! ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັບ​ພວກເຈົ້າ​ເໝືອນກັນ!


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ໜັກແໜ້ນ ແລະ ເດັດດ່ຽວ ແຕ່​ວ່າ​ໃນ​ຕົວ​ເພິ່ນ​ກໍ​ບໍ່​ໜ້າ​ປະທັບໃຈ ແລະ ການເວົ້າ​ຂອງ​ເພິ່ນ​ກໍ​ໃຊ້ການ​ບໍ່​ໄດ້”.


ພວກເຈົ້າ​ທັງຫລາຍ​ຍິນດີ​ອົດທົນ​ກັບ​ຄົນໂງ່​ເຫລົ່ານີ້​ເນື່ອງຈາກ​ພວກເຈົ້າ​ເປັນ​ຜູ້​ສະຫລາດ​ແທ້​ນໍ!


ມີ​ຜູ້ໃດ​ແດ່​ທີ່​ອ່ອນກຳລັງ ແລ້ວ​ເຮົາ​ບໍ່​ຮູ້ສຶກ​ອ່ອນກຳລັງ​ໄປ​ນຳ? ມີ​ຜູ້ໃດ​ແດ່​ຖືກ​ຊັກຊວນ​ໃຫ້​ເຮັດ​ບາບ ແລ້ວ​ເຮົາ​ບໍ່​ຮ້ອນຮົນ​ໃຈ?


ເມື່ອໃດ​ກໍຕາມ​ທີ່​ພວກເຮົາ​ອ່ອນແອ ແຕ່​ພວກເຈົ້າ​ເຂັ້ມແຂງ ພວກເຮົາ​ກໍ​ຊື່ນຊົມຍິນດີ; ແລະ ພວກເຮົາ​ກໍ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຮັບ​ການຟື້ນຟູ​ຢ່າງ​ເຕັມທີ່.


ດັ່ງນັ້ນ​ແຫລະ ຄວາມຕາຍ​ຈຶ່ງ​ກຳລັງ​ທຳງານ​ຢູ່​ໃນ​ພວກເຮົາ, ແຕ່​ຊີວິດ​ກໍ​ກຳລັງ​ທຳງານ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ.


ຜ່ານ​ທາງ​ກຽດ ແລະ ຄວາມເສື່ອມເສຍ, ໃນ​ຍາມ​ທີ່​ຄົນ​ວ່າ​ດີ ແລະ ໃນ​ຍາມ​ທີ່​ຄົນ​ວ່າ​ຊົ່ວ; ເປັນ​ຄົນ​ຈິງ​ໃຈ ແຕ່​ຖືກ​ຫາ​ວ່າ​ເປັນ​ຄົນ​ຫລອກລວງ;


ເຫດສະນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ປະຕິເສດ​ຄຳສອນ​ນີ້​ກໍ​ບໍ່​ໄດ້​ປະຕິເສດ​ມະນຸດ​ແຕ່​ປະຕິເສດ​ພຣະເຈົ້າ​ຜູ້​ມອບ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ.


ຖ້າ​ພວກເຈົ້າ​ຖືກ​ດູຖູກ​ຍ້ອນ​ນາມ​ຂອງ​ພຣະຄຣິດເຈົ້າ​ພວກເຈົ້າ​ກໍ​ໄດ້​ຮັບ​ພອນ ເພາະ​ພຣະວິນຍານບໍລິສຸດເຈົ້າ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ນັ້ນ​ຢູ່​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka