Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 3:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຜູ້​ປູກ ແລະ ຜູ້​ຫົດນ້ຳ​ກໍ​ມີ​ຈຸດປະສົງ​ດຽວ​ກັນ ແລະ ພວກເຂົາ​ແຕ່ລະຄົນ​ກໍ​ຈະ​ໄດ້ຮັບ​ບຳເໜັດ​ຕາມ​ການງານ​ຂອງ​ຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຜູ້​ປູກ​ກັບ​ຜູ້​ຫົດ​ນໍ້າ​ກໍ​ເປັນ​ພວກ​ດຽວກັນ, ແຕ່ລະຄົນ​ຈະ​ໄດ້​ຮັບ​ລາງວັນ​ຕາມ​ການງານ​ທີ່​ຕົນ​ໄດ້​ເຮັດ​ນັ້ນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 3:8
25 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


“ນາຍ​ຂອງ​ລາວ​ຕອບ​ວ່າ, ‘ໃຫ້​ເຈົ້າ​ປົກຄອງ​ຫ້າ​ຫົວເມືອງ’.


ພຣະເຈົ້າ “ຈະ​ຕອບແທນ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ”.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ຖ້າ​ສິ່ງ​ທີ່​ລາວ​ກໍ່​ຂຶ້ນ​ຍັງ​ຄົງ​ຢູ່ ຜູ້​ກໍ່​ນັ້ນ​ກໍ​ຈະ​ໄດ້ຮັບ​ລາງວັນ.


ດັ່ງນັ້ນ ບໍ່​ວ່າ​ຜູ້​ປູກ ຫລື ຜູ້​ຫົດນ້ຳ​ກໍ​ບໍ່​ສຳຄັນ​ອັນໃດ, ແຕ່​ພຣະເຈົ້າ​ເທົ່ານັ້ນ ຜູ້​ເຮັດໃຫ້​ສິ່ງ​ຕ່າງໆ​ນັ້ນ​ເຕີບໃຫຍ່​ຂຶ້ນ.


ເພາະ​ພວກເຮົາ​ເປັນ​ຜູ້​ຮ່ວມ​ກັນ​ທຳງານ​ໃນ​ການຮັບໃຊ້​ຂອງ​ພຣະເຈົ້າ; ພວກເຈົ້າ​ທັງຫລາຍ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ, ເປັນ​ຕຶກ​ຂອງ​ພຣະເຈົ້າ.


ເຖິງແມ່ນວ່າ ໃນ​ພຣະຄຣິດເຈົ້າ​ພວກເຈົ້າ​ມີ​ຜູ້ປ້ອງກັນຮັກສາ​ເປັນ​ສິບພັນ​ຄົນ​ກໍຕາມ, ພວກເຈົ້າ​ກໍ​ບໍ່​ມີ​ພໍ່​ຫລາຍ​ຄົນ, ເພາະ​ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ພວກເຈົ້າ​ໂດຍ​ທາງ​ຂ່າວປະເສີດ.


ມີ​ຜູ້ໃດ​ແດ່​ທີ່​ເຮັດ​ໜ້າທີ່​ເປັນ​ທະຫານ​ດ້ວຍ​ຄ່າໃຊ້ຈ່າຍ​ຂອງ​ຕົນເອງ? ມີ​ຜູ້ໃດ​ແດ່​ທີ່​ປູກ​ສວນອະງຸ່ນ​ແລ້ວ​ບໍ່​ໄດ້​ກິນ​ໝາກອະງຸ່ນ​ຈາກ​ສວນ​ນັ້ນ? ມີ​ຜູ້ໃດ​ແດ່​ທີ່​ລ້ຽງສັດ ແລ້ວ​ບໍ່​ໄດ້​ກິນ​ນ້ຳນົມ​ຈາກ​ຝູງສັດ​ນັ້ນ?


ແຕ່ລະຄົນ​ຄວນ​ສຳຫລວດ​ການກະທຳ​ຂອງ​ຕົນເອງ. ແລ້ວ​ພວກເຂົາ​ຈຶ່ງ​ສາມາດ​ພາກພູມໃຈ​ໃນ​ຕົນເອງ​ພຽງ​ຜູ້​ດຽວ, ໂດຍ​ບໍ່​ຕ້ອງ​ປຽບທຽບ​ຕົນເອງ​ກັບ​ຄົນ​ອື່ນ.


ເພາະ​ແຕ່ລະຄົນ​ຄວນ​ແບກ​ພາລະ​ຂອງ​ຕົນເອງ.


ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ


ແລະ ເມື່ອ​ຫົວໜ້າ​ຂອງ​ຜູ້ລ້ຽງແກະ​ມາ​ປາກົດ ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ສະຫງ່າລາສີ​ທີ່​ບໍ່​ມີ​ວັນ​ຈາງຫາຍໄປ.


ຈົ່ງ​ລະວັງ​ໃຫ້​ດີ​ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ສູນເສຍ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ໄວ້ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ເຕັມສ່ວນ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


“ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka