1 ໂກຣິນໂທ 3:3 - ພຣະຄຳພີລາວສະບັບສະໄໝໃໝ່3 ພວກເຈົ້າຍັງຢູ່ຝ່າຍໂລກ. ເພາະເນື່ອງຈາກວ່າຍັງມີການອິດສາກັນ ແລະ ການຜິດຖຽງກັນໃນທ່າມກາງພວກເຈົ້າຢູ່, ພວກເຈົ້າຢູ່ຝ່າຍໂລກບໍ່ແມ່ນບໍ? ພວກເຈົ້າບໍ່ໄດ້ປະພຶດຕົນເໝືອນດັ່ງມະນຸດທຳມະດາບໍ? Uka jalj uñjjattʼätaພຣະຄຳພີສັກສິ3 ເພາະວ່າ ພວກເຈົ້າຍັງຢູ່ຝ່າຍມະນຸດທຳມະດາ, ພວກເຈົ້າຍັງອິດສາກັນ ແລະຜິດຂ້ອງຕ້ອງຖຽງກັນຢູ່ ພວກເຈົ້າຢູ່ຝ່າຍມະນຸດທຳມະດາ ແລະບໍ່ດຳເນີນຊີວິດຕາມມະນຸດທຳມະດາບໍ? Uka jalj uñjjattʼäta |
ພີ່ນ້ອງທັງຫລາຍເອີຍ, ເຮົາຂໍຮ້ອງພວກເຈົ້າໃນນາມຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ, ຂໍໃຫ້ພວກເຈົ້າທຸກຄົນຍອມຮັບກັນແລະກັນໃນສິ່ງທີ່ພວກເຈົ້າເວົ້າ ແລ້ວຈຶ່ງຈະບໍ່ມີການແຕກແຍກເກີດຂຶ້ນໃນທ່າມກາງພວກເຈົ້າ, ແຕ່ເພື່ອພວກເຈົ້າຈະເປັນນໍ້າໜຶ່ງໃຈດຽວກັນຢ່າງສົມບູນໃນຄວາມຄິດ ແລະ ຈິດໃຈ.
ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.