Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 3:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະວ່າ​ບໍ່ມີ​ຜູ້ໃດ​ຈະ​ສາມາດ​ວາງ​ຮາກຖານ​ອື່ນ​ອີກ ນອກຈາກ​ຮາກຖານ​ທີ່​ໄດ້​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ດ້ວຍວ່າ, ຜູ້ໃດ​ຈະ​ວາງ​ຮາກ​ອື່ນ​ອີກ​ບໍ່ໄດ້ ນອກຈາກ​ຮາກ​ທີ່​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູ​ຄຣິດເຈົ້າ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 3:11
11 Jak'a apnaqawi uñst'ayäwi  

ຝ່າຍ​ເຮົາ​ຈຶ່ງ​ບອກ​ວ່າ, ເຈົ້າ​ຄື​ເປໂຕ ແລະ ເທິງ​ສີລາ​ກ້ອນ​ນີ້​ເຮົາ​ຈະ​ສ້າງ​ຄຣິສຕະຈັກ​ຂອງ​ເຮົາ​ຂຶ້ນ ແລະ ປະຕູ​ແຫ່ງ​ແດນມໍລະນາ​ຈະ​ເອົາ​ຊະນະ​ຄຣິສຕະຈັກ​ນີ້​ບໍ່​ໄດ້.


ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກຖານ​ເໝືອນ​ດັ່ງ​ນາຍຊ່າງ​ທີ່​ສະຫລາດ ແລະ ຄົນ​ອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ. ແຕ່ວ່າ​ແຕ່ລະຄົນ​ຄວນ​ກໍ່​ຂຶ້ນ​ດ້ວຍ​ຄວາມ​ລະວັງ.


ຖ້າ​ຜູ້ໃດ​ຈະ​ໃຊ້​ຄຳ, ເງິນ, ຫີນ​ທີ່​ມີ​ລາຄາ​ແພງ, ໄມ້, ຫຍ້າ​ແຫ້ງ, ຫລື ເຟືອງແຫ້ງ ເພື່ອ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ,


ເຊິ່ງ​ໄດ້​ຮັບ​ການສ້າງ​ຂຶ້ນ​ເທິງ​ຮາກຖານ​ຂອງ​ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ, ໂດຍ​ມີ​ພຣະຄຣິດເຈົ້າເຢຊູ​ພຣະອົງ​ເອງ​ເປັນ​ຫີນເສົາເອກ.


ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.


ຂະນະ​ທີ່​ພວກເຈົ້າ​ມາ​ຫາ​ພຣະອົງ​ຜູ້​ເປັນ​ສີລາ​ທີ່​ມີຊີວິດ ເຊິ່ງ​ມະນຸດ​ບໍ່ຍອມຮັບ​ແຕ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ແລະ ມີ​ຄ່າ​ສຳລັບ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka