Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 3:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ບໍ່​ສາມາດ​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ດຳເນີນຊີວິດ​ໂດຍ​ພຣະວິນຍານ ແຕ່​ຕ້ອງ​ໄດ້​ເວົ້າ​ກັບ​ພວກເຈົ້າ​ເໝືອນດັ່ງ​ຄົນ​ທີ່​ຍັງ​ຢູ່​ຝ່າຍ​ໂລກ ຄື​ຜູ້​ທີ່​ຍັງ​ເປັນ​ເດັກນ້ອຍ​ໃນ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ຕາມ​ຄວາມ​ເປັນ​ຈິງ​ແລ້ວ ຝ່າຍ​ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ພຣະວິນຍານ​ກໍ​ບໍ່ໄດ້, ເຮົາ​ຈຳເປັນ​ຕ້ອງ​ເວົ້າ​ກັບ​ພວກເຈົ້າ ເໝືອນ​ເວົ້າ​ກັບ​ຄົນ​ທີ່​ຢູ່​ຝ່າຍ​ມະນຸດ​ທຳມະດາ ເໝືອນ​ດັ່ງ​ພວກເຈົ້າ​ເປັນ​ເດັກນ້ອຍ​ຝ່າຍ​ຄວາມເຊື່ອ​ໃນ​ພຣະຄຣິດ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 3:1
11 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຈຶ່ງ​ຫັນ​ກັບ​ມາ ແລະ ກ່າວ​ກັບ​ເປໂຕ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ເປັນ​ຫີນ​ໃຫ້​ເຮົາ​ສະດຸດ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.


ພວກເຮົາ​ຮູ້​ແລ້ວ​ວ່າ​ກົດບັນຍັດ​ເປັນ​ເລື່ອງ​ຝ່າຍ​ຈິດວິນຍານ, ແຕ່​ເຮົາ​ບໍ່​ໄດ້​ຢູ່​ຝ່າຍ​ຈິດວິນຍານ, ເຮົາ​ຖືກ​ຂາຍ​ໃຫ້​ເປັນ​ຂ້າທາດ​ຂອງ​ຄວາມບາບ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຢຸດ​ຄິດ​ເໝືອນ​ຢ່າງ​ເດັກນ້ອຍ. ໃນ​ເລື່ອງ​ຄວາມຊົ່ວ​ຈົ່ງ​ເປັນ​ເໝືອນດັ່ງ​ເດັກອ່ອນ ແຕ່​ໃນ​ດ້ານ​ຄວາມຄິດ​ຈົ່ງ​ເປັນ​ເໝືອນ​ຜູ້ໃຫຍ່.


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຜູ້ທຳນວາຍ ຫລື ມີ​ຂອງປະທານ​ຈາກ​ພຣະວິນຍານ ກໍ​ໃຫ້​ພວກເຂົາ​ຍອມຮັບ​ວ່າ​ຂໍ້ຄວາມ​ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ທັງຫລາຍ​ນັ້ນ​ເປັນ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຖິງຢ່າງໃດ​ກໍ​ຕາມ ພວກເຮົາ​ກ່າວ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ກັບ​ບັນດາ​ຜູ້​ທີ່​ເປັນ​ຜູ້ໃຫຍ່​ແລ້ວ, ແຕ່​ບໍ່ແມ່ນ​ສະຕິປັນຍາ​ຂອງ​ຍຸກ​ນີ້ ຫລື ສະຕິປັນຍາ​ຂອງ​ຜູ້ປົກຄອງ​ຂອງ​ຍຸກ​ນີ້, ຜູ້​ທີ່​ກຳລັງ​ຈະ​ເສື່ອມສູນ​ໄປ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ຜູ້ໃດ​ຖືກ​ຈັບ​ໄດ້​ວ່າ​ເຮັດ​ບາບ, ພວກເຈົ້າ​ຜູ້​ທີ່​ມີຊີວິດ​ໂດຍ​ພຣະ​ວິນຍານ​ຄວນ​ຊ່ວຍ​ຜູ້​ນັ້ນ​ໃຫ້​ລາວ​ກັບໃຈໃໝ່​ຢ່າງ​ອ່ອນສຸພາບ. ແຕ່​ຈົ່ງ​ລະວັງ​ຕົວ​ໄວ້​ໃຫ້​ດີ, ບໍ່​ດັ່ງນັ້ນ​ພວກເຈົ້າ​ເອງ​ກໍ​ຈະ​ຫລົງ​ເຮັດ​ບາບ​ເໝືອນກັນ.


ຜູ້ໃດ​ທີ່​ຍັງ​ກິນນົມ​ຢູ່, ກໍ​ຍັງ​ເປັນ​ເດັກນ້ອຍ ແລະ ບໍ່​ຄຸ້ນເຄີຍ​ກັບ​ຄຳສອນ​ເລື່ອງ​ຄວາມຊອບທຳ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ, ເພາະວ່າ​ຄວາມບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ​ເພາະ​ດ້ວຍ​ນາມ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka