Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 2:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ບໍ່​ມີ​ຜູ້ປົກຄອງ​ຄົນໃດ​ຂອງ​ຍຸກ​ນີ້ ທີ່​ເຂົ້າໃຈ​ປັນຍາ​ນີ້, ເພາະ​ຖ້າ​ພວກເຂົາ​ເຂົ້າໃຈ ພວກເຂົາ​ກໍ​ຈະ​ບໍ່​ຄຶງ​ອົງພຣະຜູ້ເປັນເຈົ້າ​ຜູ້​ສະຫງ່າລາສີ​ໄວ້​ເທິງ​ໄມ້ກາງແຂນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ບໍ່ມີ​ຜູ້​ປົກຄອງ​ຄົນ​ໃດ​ໃນ​ໂລກນີ້ ໄດ້​ຮູ້ຈັກ​ປັນຍາ​ນີ້, ຖ້າ​ເຂົາ​ຮູ້ຈັກ ເຂົາ​ຄົງ​ບໍ່​ເອົາ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ຊົງ​ສະຫງ່າຣາສີ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 2:8
22 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້ ແລະ ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ນັ້ນ​ໄວ້​ຈຶ່ງ​ບໍ່​ເກີດຜົນ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.


ພວກເຂົາ​ຈະ​ເຮັດ​ຢ່າງ​ນັ້ນ​ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ພຣະບິດາເຈົ້າ ແລະ ບໍ່​ຮູ້ຈັກ​ເຮົາ.


ມີ​ພວກ​ຜູ້ນຳ ຫລື ພວກ​ຟາຣີຊາຍ​ຄົນ​ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ລາວ?


ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ພຣະບິດາເຈົ້າ​ຂອງ​ທ່ານ​ຢູ່​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ເຮົາ ຫລື ພຣະບິດາເຈົ້າ​ຂອງ​ເຮົາ, ຖ້າ​ພວກເຈົ້າ​ຮູ້ຈັກ​ເຮົາ ພວກເຈົ້າ​ກໍ​ຮູ້ຈັກ​ພຣະບິດາເຈົ້າ​ຂອງ​ເຮົາ​ເໝືອນກັນ”.


ຊາວ​ເຢຣູຊາເລັມ ແລະ ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ​ບໍ່​ໄດ້​ຮູ້​ວ່າ​ພຣະເຢຊູເຈົ້າ​ຄື​ຜູ້ໃດ, ແຕ່​ໃນ​ການ​ຕັດສິນ​ລົງໂທດ​ພຣະອົງ​ນັ້ນ ພວກເຂົາ​ກໍ​ໄດ້​ເຮັດ​ຕາມ​ຄຳ​ຂອງ​ຜູ້ທຳນວາຍ​ທີ່​ພວກເຂົາ​ໄດ້​ອ່ານ​ຢູ່​ທຸກ​ວັນຊະບາໂຕ.


ຊະເຕຟາໂນ​ຕອບ​ວ່າ, “ພີ່ນ້ອງ ແລະ ຜູ້​ອາວຸໂສ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້ານ້ອຍ! ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ​ໄດ້​ປາກົດ​ຕົວ​ແກ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ໃນຂະນະ​ທີ່​ເພິ່ນ​ຍັງ​ຢູ່​ໃນ​ເມໂຊໂປຕາເມຍ, ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ໃນ​ເມືອງ​ຮາຣານ.


ຄົນ​ມີ​ປັນຍາ​ຢູ່​ໃສ? ຫລື ຄູສອນກົດບັນຍັດ​ຢູ່​ໃສ? ນັກປັດຊະຍາ​ຂອງ​ຄົນ​ຍຸກ​ນີ້​ຢູ່​ໃສ? ພຣະເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ສະຕິປັນຍາ​ຂອງ​ໂລກ​ນີ້​ໂງ່​ບໍ?


ເຖິງຢ່າງໃດ​ກໍ​ຕາມ ພວກເຮົາ​ກ່າວ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ກັບ​ບັນດາ​ຜູ້​ທີ່​ເປັນ​ຜູ້ໃຫຍ່​ແລ້ວ, ແຕ່​ບໍ່ແມ່ນ​ສະຕິປັນຍາ​ຂອງ​ຍຸກ​ນີ້ ຫລື ສະຕິປັນຍາ​ຂອງ​ຜູ້ປົກຄອງ​ຂອງ​ຍຸກ​ນີ້, ຜູ້​ທີ່​ກຳລັງ​ຈະ​ເສື່ອມສູນ​ໄປ.


ແຕ່​ຈິດໃຈ​ຂອງ​ພວກເຂົາ​ກໍ​ດື້ດ້ານ ເພາະ​ຈົນ​ເຖິງ​ທຸກ​ວັນ​ນີ້ ຜ້າປົກໜ້າ​ຢ່າງດຽວກັນ​ນັ້ນ​ກໍ​ຍັງ​ຄົງ​ຢູ່​ເມື່ອ​ອ່ານ​ພັນທະສັນຍາ​ເດີມ. ຜ້າປົກໜ້າ​ນີ້​ຍັງ​ບໍ່​ໄດ້​ຖືກ​ເອົາ​ອອກໄປ, ເພາະວ່າ​ໃນ​ພຣະຄຣິດເຈົ້າ​ເທົ່ານັ້ນ​ທີ່​ຜ້າປົກໜ້າ​ນີ້​ຈະ​ຖືກ​ເອົາ​ອອກໄປ​ໄດ້.


ເຮົາ​ໝັ່ນ​ຂໍ​ໃຫ້​ພຣະເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຄື​ພຣະບິດາເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ພຣະວິນຍານ​ແຫ່ງ​ສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າ​ພວກເຈົ້າ​ຈະ​ຮູ້​ຈັກ​ພຣະອົງ​ຫລາຍ​ຂຶ້ນ.


ພວກເຂົາ​ມີ​ຄວາມມືດມົວ​ໃນ​ຄວາມເຂົ້າໃຈ​ຂອງ​ພວກເຂົາ ແລະ ຖືກ​ແຍກ​ຈາກ​ຊີວິດ​ຝ່າຍ​ພຣະເຈົ້າ​ເພາະ​ຄວາມໂງ່​ທີ່​ຢູ່​ໃນ​ພວກເຂົາ​ເນື່ອງ​ຈາກ​ໃຈ​ທີ່​ແຂງກະດ້າງ​ຂອງ​ພວກເຂົາ.


ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຮົາ​ຈະ​ຕ້ອງ​ບໍ່​ລຳອຽງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka