1 ໂກຣິນໂທ 2:12 - ພຣະຄຳພີລາວສະບັບສະໄໝໃໝ່12 ພວກເຮົາບໍ່ໄດ້ຮັບວິນຍານຂອງໂລກນີ້, ແຕ່ຮັບພຣະວິນຍານເຊິ່ງມາຈາກພຣະເຈົ້າ, ເພື່ອວ່າພວກເຮົາຈະເຂົ້າໃຈສິ່ງທີ່ພຣະເຈົ້າໄດ້ເຕັມໃຈໃຫ້ພວກເຮົາ. Uka jalj uñjjattʼätaພຣະຄຳພີສັກສິ12 ພວກເຮົາບໍ່ໄດ້ຮັບວິນຍານຂອງໂລກນີ້, ແຕ່ພວກເຮົາໄດ້ຮັບພຣະວິນຍານທີ່ມາຈາກພຣະເຈົ້າ ເພື່ອວ່າພວກເຮົາຈະຮູ້ທຸກສິ່ງ ທີ່ພຣະເຈົ້າໄດ້ຊົງໂຜດປະທານໃຫ້ແກ່ພວກເຮົານັ້ນ. Uka jalj uñjjattʼäta |
ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ.