1 ໂກຣິນໂທ 2:10 - ພຣະຄຳພີລາວສະບັບສະໄໝໃໝ່10 ແຕ່ພຣະເຈົ້າໄດ້ເປີດເຜີຍສິ່ງນັ້ນໃຫ້ແກ່ພວກເຮົາໂດຍທາງພຣະວິນຍານຂອງພຣະອົງ. ພຣະວິນຍານຢັ່ງຮູ້ທຸກໆສິ່ງ, ແມ່ນແຕ່ສິ່ງເລິກຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ10 ແຕ່ວ່າ ພຣະເຈົ້າໄດ້ເປີດເຜີຍຄວາມເລິກລັບຂອງພຣະອົງ ແກ່ພວກເຮົາໂດຍທາງພຣະວິນຍານ. ແທ້ຈິງແລ້ວ, ພຣະວິນຍານຢັ່ງຮູ້ທຸກສິ່ງ ເຖິງແມ່ນເປັນຄວາມເລິກລັບຂອງພຣະເຈົ້າ. Uka jalj uñjjattʼäta |
ໃນເວລານັ້ນ ພຣະເຢຊູເຈົ້າເຕັມລົ້ນດ້ວຍຄວາມຊື່ນຊົມຍິນດີໂດຍທາງພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຄົນສະຫລາດ ແລະ ນັກຮຽນຮູ້, ແຕ່ໄດ້ເປີດເຜີຍໃຫ້ແກ່ບັນດາເດັກນ້ອຍ. ພຣະບິດາເຈົ້າເອີຍ, ແມ່ນແລ້ວ ເພາະນີ້ຄືສິ່ງທີ່ພຣະອົງຍິນດີຈະເຮັດ.
ພວກເພິ່ນໄດ້ຮັບການເປີດເຜີຍວ່າສິ່ງຕ່າງໆທີ່ໄດ້ທຳນວາຍເຖິງນັ້ນ ບໍ່ແມ່ນເພື່ອເປັນການຮັບໃຊ້ພວກເພິ່ນເອງແຕ່ເພື່ອພວກເຈົ້າ, ບັດນີ້ ບັນດາຜູ້ປະກາດຂ່າວປະເສີດໄດ້ກ່າວເຖິງສິ່ງຕ່າງໆເຫລົ່ານີ້ແກ່ພວກເຈົ້າແລ້ວໂດຍທາງພຣະວິນຍານບໍລິສຸດເຈົ້າທີ່ໄດ້ສົ່ງມາຈາກສະຫວັນ. ແມ່ນແຕ່ພວກເທວະດາກໍຍັງປາຖະໜາຈະເຂົ້າໃຈສິ່ງເຫລົ່ານີ້.
ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ.