Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 2:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພີ່ນ້ອງ​ທັງຫລາຍ​ເອີຍ, ແລະ ດັ່ງນັ້ນ​ເລື່ອງ​ນັ້ນ​ກໍ​ຢູ່​ກັບ​ເຮົາ​ແລ້ວ. ເມື່ອ​ເຮົາ​ໄດ້​ມາຫາ​ພວກເຈົ້າ, ເຮົາ​ບໍ່​ໄດ້​ມາ​ດ້ວຍ​ຄຳເວົ້າ​ອັນ​ມີ​ໂວຫານ ຫລື ສະຕິປັນຍາ​ຂອງ​ມະນຸດ​ດັ່ງ​ທີ່​ເຮົາ​ປະກາດ​ຄຳພະຍານ​ກ່ຽວກັບ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເພື່ອ​ປະກາດ​ຄວາມຈິງ​ອັນ​ເລິກລັບ​ຂອງ​ພຣະເຈົ້າ ເຮົາ​ບໍ່ໄດ້​ໃຊ້​ຖ້ອຍຄຳ​ຍາກ ຫລື​ຄວາມ​ຮູ້​ອັນ​ໜ້າຟັງ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 2:1
23 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແລະ ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ໄວໆ! ຈົ່ງ​ຮີບ​ອອກ​ໄປ​ຈາກ​ເຢຣູຊາເລັມ​ດຽວ​ນີ້ ເພາະ​ຄົນ​ຢູ່​ທີ່​ນີ້​ຈະ​ບໍ່​ຍອມ​ຮັບ​ຄຳພະຍານ​ຂອງ​ເຈົ້າ​ທີ່​ກ່ຽວກັບ​ເຮົາ’.


ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ເພາະ​ພຣະຄຣິດເຈົ້າ​ບໍ່​ໄດ້​ໃຊ້​ເຮົາ​ມາ​ເພື່ອ​ໃຫ້​ບັບຕິສະມາ, ແຕ່​ເພື່ອ​ໃຫ້​ປະກາດ​ຂ່າວປະເສີດ ໂດຍ​ບໍ່​ໄດ້​ໃຊ້​ສະຕິປັນຍາ ແລະ ໂວຫານ​ຂອງ​ມະນຸດ, ເພາະ​ຢ້ານ​ວ່າ​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໝົດ​ລິດອຳນາດ​ໄປ.


ດັ່ງນັ້ນ​ພຣະເຈົ້າ​ຈຶ່ງ​ຢືນຢັນ​ຄຳພະຍານ​ຂອງ​ພວກເຮົາ​ກ່ຽວກັບ​ພຣະຄຣິດເຈົ້າ​ໃນ​ທ່າມກາງ​ພວກເຈົ້າ.


ນີ້​ຄື​ສິ່ງ​ທີ່​ພວກເຮົາ​ກ່າວ, ບໍ່ແມ່ນ​ດ້ວຍ​ຖ້ອຍຄຳ​ທີ່​ສະຕິປັນຍາ​ຂອງ​ມະນຸດ​ໄດ້​ສັ່ງສອນ​ໄວ້, ແຕ່​ດ້ວຍ​ຖ້ອຍຄຳ​ທີ່​ພຣະວິນຍານ​ໄດ້​ສັ່ງສອນ​ໄວ້, ເປັນ​ການສະແດງ​ຄວາມຈິງ​ດ້ານ​ຈິດວິນຍານ​ດ້ວຍ​ຖ້ອຍຄຳ​ຝ່າຍ​ຈິດວິນຍານ​ທີ່​ໄດ້​ສັ່ງສອນ​ໄວ້.


ຄຳເວົ້າ ແລະ ຄຳເທດສະໜາ​ຂອງ​ເຮົາ​ບໍ່ແມ່ນ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ ແລະ ຖ້ອຍຄຳ​ແຫ່ງ​ການເລົ້າໂລມໃຈ, ແຕ່​ເປັນ​ການສະແດງ​ໃຫ້​ເຫັນ​ເຖິງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ,


ບໍ່ແມ່ນ​ດອກ, ແຕ່​ພວກເຮົາ​ປະກາດ​ເຖິງ​ປັນຍາ​ຂອງ​ພຣະເຈົ້າ, ເປັນ​ຄວາມເລິກລັບ​ທີ່​ເຊື່ອງຊ້ອນ​ໄວ້ ແລະ ເຊິ່ງ​ພຣະເຈົ້າ​ໄດ້​ກຳນົດ​ໄວ້​ເພື່ອ​ເປັນ​ສະຫງ່າລາສີ​ຂອງ​ພວກເຮົາ​ຕັ້ງແຕ່​ກ່ອນ​ເລີ່ມ​ສ້າງໂລກ.


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ໜັກແໜ້ນ ແລະ ເດັດດ່ຽວ ແຕ່​ວ່າ​ໃນ​ຕົວ​ເພິ່ນ​ກໍ​ບໍ່​ໜ້າ​ປະທັບໃຈ ແລະ ການເວົ້າ​ຂອງ​ເພິ່ນ​ກໍ​ໃຊ້ການ​ບໍ່​ໄດ້”.


ເຖິງ​ວ່າ​ເຮົາ​ຈະ​ບໍ່​ແມ່ນ​ນັກເວົ້າ​ທີ່​ໄດ້​ຮັບ​ການຝຶກຝົນ ແຕ່​ເຮົາ​ກໍ​ມີ​ຄວາມຮູ້. ພວກເຮົາ​ກໍ​ໄດ້​ສະແດງ​ແກ່​ພວກເຈົ້າ​ຢ່າງ​ຈະແຈ້ງ​ແລ້ວ​ໃນ​ທຸກ​ທາງ.


ໃນ​ວັນນັ້ນ​ພຣະອົງ​ຈະ​ມາ​ເພື່ອ​ຮັບ​ກຽດຕິຍົດ​ໃນ​ທ່າມກາງ​ຄົນ​ບໍລິສຸດ​ຂອງ​ພຣະອົງ ແລະ ເພື່ອ​ເປັນ​ທີ່​ປະຫລາດໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທັງຫລາຍ ເຊິ່ງ​ລວມ​ທັງ​ພວກເຈົ້າ​ດ້ວຍ ເພາະ​ພວກເຈົ້າ​ໄດ້​ເຊື່ອ​ໃນ​ຄຳພະຍານ​ຂອງ​ພວກເຮົາ​ທີ່​ກ່າວ​ແກ່​ພວກເຈົ້າ.


ເຊິ່ງ​ສອດຄ່ອງ​ກັບ​ຂ່າວປະເສີດ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ, ຄື​ຂ່າວປະເສີດ​ທີ່​ພຣະອົງ​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ​ນີ້.


ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.


ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.


ໂຢຮັນ​ໄດ້​ເປັນ​ພະຍານ​ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ນັ້ນ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູຄຣິດເຈົ້າ.


ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.


ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka