Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 16:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະວ່າ ປະຕູ​ໄດ້​ເປີດ​ກວ້າງ​ໃຫ້​ເຮົາ​ເຮັດວຽກ​ຢ່າງ​ເກີດຜົນ ແລະ ຄົນ​ທີ່​ຕໍ່ຕ້ານ​ເຮົາ​ກໍ​ມີ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຢູ່​ໃນ​ເມືອງ​ນີ້ ເຮົາ​ມີ​ໂອກາດ​ອັນ​ດີທີ່ສຸດ​ສຳລັບ​ດຳເນີນ​ພາລະກິດ​ອັນ​ຍິ່ງໃຫຍ່, ເຖິງ​ແມ່ນ​ວ່າ ມີ​ຜູ້​ຕໍ່ຕ້ານ​ຈຳນວນ​ຫລວງຫລາຍ​ກໍຕາມ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 16:9
10 Jak'a apnaqawi uñst'ayäwi  

ເມື່ອ​ມາ​ຮອດ​ທີ່​ນັ້ນ, ພວກເພິ່ນ​ໄດ້​ເອີ້ນ​ເອົາ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລະ ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ແລະ ວິທີ​ທີ່​ພຣະອົງ​ໄດ້​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ແກ່​ບັນດາ​ຄົນຕ່າງຊາດ.


ຖ້າ​ເຮົາ​ຕໍ່ສູ້​ກັບ​ພວກ​ສັດປ່າ​ໃນ​ເອເຟໂຊ​ໂດຍ​ບໍ່​ເກີນ​ຄວາມຫວັງ​ຂອງ​ມະນຸດ, ເຮົາ​ຈະ​ໄດ້​ອັນໃດ? ຖ້າ​ຄົນ​ຕາຍ​ບໍ່​ໄດ້​ຖືກ​ບັນດານ​ເປັນຄືນມາ, “ກໍ​ໃຫ້​ພວກເຮົາ​ກິນ ແລະ ດື່ມ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຕາຍ​ແລ້ວ”.


ຖ້າ​ພວກເຮົາ​ທົນທຸກ, ການທົນທຸກ​ນັ້ນ​ກໍ​ເພື່ອ​ການເລົ້າໂລມໃຈ ແລະ ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ, ຖ້າ​ພວກເຮົາ​ໄດ້ຮັບ​ການ​ເລົ້າໂລມໃຈ ກໍ​ເພື່ອ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການເລົ້າໂລມໃຈ ເຊິ່ງ​ສົ່ງ​ຜົນ​ໃຫ້​ພວກເຈົ້າ​ມີ​ຄວາມພຽນ​ອົດທົນ​ໃນ​ຄວາມທຸກລຳບາກ​ຢ່າງດຽວ​ກັບ​ທີ່​ພວກເຮົາ​ທົນທຸກ​ຢູ່.


ບັດນີ້​ເມື່ອ​ເຮົາ​ໄປ​ເມືອງ​ໂທອາດ​ເພື່ອ​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ນັ້ນ ແລະ ພົບ​ວ່າ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ແກ່​ເຮົາ​ແລ້ວ,


ເພາະວ່າ, ດັ່ງ​ທີ່​ເຮົາ​ເຄີຍ​ບອກ​ພວກເຈົ້າ​ຫລາຍເທື່ອ​ແລ້ວ ແລະ ບັດນີ້​ກໍ​ບອກ​ພວກເຈົ້າ​ອີກ​ແມ່ນແຕ່​ດ້ວຍ​ນ້ຳຕາ, ມີ​ຫລາຍຄົນ​ທີ່​ດຳເນີນຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.


ແລະ ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ຂໍ​ໃຫ້​ພຣະເຈົ້າ​ເປີດ​ປະຕູ​ສຳລັບ​ຂໍ້ຄວາມ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ປະກາດ​ຂໍ້​ເລິກລັບ​ຂອງ​ພຣະຄຣິດເຈົ້າ, ການ​ທີ່​ເຮົາ​ຖືກຈໍາຈອງ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫລະ.


ເຫດສະນັ້ນ ຈົ່ງ​ສາລະພາບ​ຄວາມບາບ​ຂອງ​ພວກເຈົ້າ​ຕໍ່​ກັນແລະກັນ ແລະ ອະທິຖານ​ເພື່ອ​ກັນແລະກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ຫາຍດີ. ຄຳອະທິຖານ​ຂອງ​ຄົນ​ຊອບທຳ​ນັ້ນ​ມີ​ພະລັງ ແລະ ເກີດຜົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka