4 ຖ້າເຫັນສົມຄວນສຳລັບເຮົາທີ່ຈະໄປນຳດ້ວຍ, ພວກເຂົາກໍຈະໄປພ້ອມກັບເຮົາ.
4 ຖ້າເຫັນສົມຄວນໃຫ້ເຮົາເອງໄປ ຄົນເຫຼົ່ານັ້ນກໍຈະໄປກັບເຮົາ.
ແຕ່ຂະນະນີ້ເຮົາກຳລັງເດີນທາງໄປນະຄອນເຢຣູຊາເລັມ ເພື່ອຮັບໃຊ້ບັນດາຄົນຂອງພຣະເຈົ້າຢູ່ທີ່ນັ້ນ.
ແລ້ວເມື່ອເຮົາມາເຖິງ ເຮົາກໍຈະມອບຈົດໝາຍແນະນຳຕົວໃຫ້ແກ່ບັນດາຜູ້ຊາຍທີ່ພວກເຈົ້າເຫັນສົມຄວນ ແລະ ສົ່ງພວກເຂົາໄປຍັງເຢຣູຊາເລັມພ້ອມກັບເງິນຖວາຍຂອງພວກເຈົ້າ.
ຫລັງຈາກເຮົາຜ່ານແຂວງມາເກໂດເນຍແລ້ວ ເຮົາຈະມາຫາພວກເຈົ້າ ເພາະເຮົາຈະເດີນທາງຜ່ານໄປທີ່ມາເກໂດເນຍ.
ຍິ່ງໄປກວ່ານັ້ນ, ຄຣິສຕະຈັກຕ່າງໆໄດ້ເລືອກພີ່ນ້ອງຄົນນີ້ໃຫ້ຮ່ວມເດີນທາງກັບພວກເຮົາຂະນະທີ່ນຳເງິນຖວາຍໄປ, ເຊິ່ງພວກເຮົາໄດ້ຮັບຜິດຊອບເບິ່ງແຍງເງິນຖວາຍນີ້ເພື່ອຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າ ແລະ ເພື່ອສະແດງວ່າພວກເຮົາເອງກໍມີໃຈກະຕືລືລົ້ນທີ່ຈະຊ່ວຍ.
ພວກເຂົາໄດ້ອ້ອນວອນຂໍສິດທິພິເສດກັບພວກເຮົາເພື່ອໃຫ້ພວກເຂົາມີສ່ວນຮ່ວມຮັບໃຊ້ບັນດາຄົນຂອງອົງພຣະຜູ້ເປັນເຈົ້າ.