Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 15:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລະ ພຣະອົງ​ໄດ້​ປາກົດ​ແກ່​ເກຟາ, ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄດ້​ປາກົດ​ແກ່​ອັກຄະສາວົກ​ທັງ​ສິບສອງ​ຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ພຣະອົງ​ໄດ້​ປາກົດ​ແກ່​ເປໂຕ ແລະ​ໄດ້​ປາກົດ​ແກ່​ອັກຄະສາວົກ​ສິບສອງ​ຄົນ​ດ້ວຍ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 15:5
9 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ​ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ກິນເຂົ້າ​ຢູ່, ພຣະອົງ​ໄດ້​ຕຳໜິ​ພວກເພິ່ນ​ທີ່​ຂາດ​ຄວາມເຊື່ອ ແລະ ດື້ດ້ານ​ທີ່​ບໍ່​ຍອມ​ເຊື່ອ​ຜູ້​ທີ່​ໄດ້​ເຫັນ​ພຣະອົງ​ຫລັງຈາກ​ທີ່​ພຣະອົງ​ໄດ້​ເປັນຄືນມາ​ແລ້ວ.


ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ).


ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.


ໃນ​ສິ່ງ​ເຮົາ​ໝາຍ​ເຖິງ​ຄື: ຄົນ​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເກຟາ” ແລະ ຍັງ​ມີ​ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດເຈົ້າ”.


ບໍ່​ວ່າ​ໂປໂລ ຫລື ອາໂປໂລ ຫລື ເກຟາ ຫລື ໂລກ​ນີ້ ຫລື ຊີວິດ ຫລື ຄວາມຕາຍ ຫລື ປັດຈຸບັນ ຫລື ອະນາຄົດ ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ,


ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຜູ້ທີ່ເຊື່ອ​ເດີນທາງ​ໄປມາ​ດ້ວຍ​ກັນ​ເໝືອນ​ດັ່ງ​ອັກຄະສາວົກ​ຄົນ​ອື່ນໆ ແລະ ເໝືອນດັ່ງ​ບັນດາ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເກຟາ​ເຮັດ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka