Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 15:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ໂດຍ​ຂ່າວປະເສີດ​ນີ້​ແຫລະ​ພວກເຈົ້າ​ຈຶ່ງ​ໄດ້​ຮັບ​ຄວາມພົ້ນ ຖ້າ​ພວກເຈົ້າ​ຫາກ​ຕັ້ງໝັ້ນ​ຢູ່​ກັບ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າ​ກໍ​ເຊື່ອ​ໂດຍ​ບໍ່ມີ​ປະໂຫຍດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແລະ​ຊຶ່ງ​ເປັນ​ເຫດ​ທີ່​ກຳລັງ​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ພົ້ນ ຖ້າ​ພວກເຈົ້າ​ຍັງ​ຢຶດຖື​ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເປັນ​ຂ່າວປະເສີດ​ໃຫ້​ແກ່​ພວກເຈົ້າ​ນັ້ນ, ເວັ້ນ​ເສຍ​ແຕ່​ພວກເຈົ້າ​ຫາກ​ເຊື່ອ​ຢ່າງ​ບໍ່​ຈິງໃຈ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 15:2
31 Jak'a apnaqawi uñst'ayäwi  

ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.


ພວກເຂົາ​ພາກັນ​ສັນລະເສີນ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງໝົດ. ແລ້ວ​ອົງພຣະຜູ້ເປັນເຈົ້າ​ກໍ​ໄດ້​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ຄວາມພົ້ນ​ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ຝ່າຍ​ຊີໂມນ​ເອງ​ກໍ​ໄດ້​ເຊື່ອ​ເໝືອນ​ກັນ ແລະ ໄດ້​ຮັບ​ບັບຕິສະມາ. ແລ້ວ​ລາວ​ກໍ​ຕິດຕາມ​ຟີລິບ​ໄປ​ທຸກ​ບ່ອນ ແລະ ຮູ້ສຶກ​ປະຫລາດໃຈ​ທີ່​ໄດ້​ເຫັນ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນັ້ນ.


ດ້ວຍວ່າ ເຮົາ​ບໍ່​ອາຍ​ເລື່ອງ​ຂ່າວປະເສີດ, ເພາະວ່າ​ຂ່າວປະເສີດ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ ເຊິ່ງ​ນໍາ​ເອົາ​ຄວາມພົ້ນ​ໄປ​ເຖິງ​ທຸກຄົນ​ທີ່​ເຊື່ອ​ຄື: ຄົນ​ຢິວ​ກ່ອນ ແລະ ຈາກນັ້ນ​ກໍ​ໄປ​ເຖິງ​ຄົນຕ່າງຊາດ.


ເຫດສະນັ້ນ, ຈົ່ງ​ພິຈາລະນາ​ທັງ​ຄວາມເມດຕາ ແລະ ຄວາມເຂັ້ມງວດ​ຂອງ​ພຣະເຈົ້າ​ຄື: ເຂັ້ມງວດ​ກັບ​ບັນດາ​ຜູ້​ທີ່​ລົ້ມລົງ, ແຕ່​ເມດຕາ​ເຈົ້າ​ກໍ​ຕໍ່​ເມື່ອ​ເຈົ້າ​ຍັງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເມດຕາ​ຂອງ​ພຣະອົງ. ຖ້າ​ບໍ່​ດັ່ງນັ້ນ​ເຈົ້າ​ກໍ​ຈະ​ຖືກ​ຕັດ​ອອກ​ເໝືອນກັນ.


ເພາະ​ຂໍ້ຄວາມ​ທີ່​ກ່ຽວກັບ​ໄມ້ກາງແຂນ​ນັ້ນ​ຖືວ່າ​ເປັນ​ເລື່ອງ​ໂງ່​ຕໍ່​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ, ແຕ່​ຕໍ່​ພວກເຮົາ​ທີ່​ກຳລັງ​ຈະ​ພົ້ນ​ນັ້ນ ຖືວ່າ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ.


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ເຮົາ​ຂໍ​ຊົມເຊີຍ​ພວກເຈົ້າ​ທັງຫລາຍ​ທີ່​ລະນຶກ​ເຖິງ​ເຮົາ​ໃນ​ທຸກສິ່ງ ແລະ ຢຶດຖື​ທຳນຽມ​ຕ່າງໆ​ຕາມ​ທີ່​ເຮົາ​ໄດ້​ຖ່າຍທອດ​ທຳນຽມ​ເຫລົ່ານັ້ນ​ໃຫ້​ແກ່​ພວກເຈົ້າ.


ແລະ ຖ້າ​ພຣະຄຣິດເຈົ້າ​ບໍ່​ໄດ້​ເປັນຄືນມາຈາກຕາຍ, ການປະກາດ​ຂອງ​ພວກເຮົາ​ກໍ​ໄຮ້ປະໂຫຍດ ແລະ ຄວາມເຊື່ອ​ຂອງ​ພວກເຈົ້າ​ກໍ​ບໍ່ມີປະໂຫຍດ​ເໝືອນກັນ.


ເພາະວ່າ​ພວກເຮົາ​ເປັນ​ກິ່ນຫອມ​ຂອງ​ພຣະຄຣິດເຈົ້າ ທີ່​ຖວາຍ​ແກ່​ພຣະເຈົ້າ​ໃນ​ທ່າມກາງ​ບັນດາ​ຜູ້​ທີ່​ກຳລັງ​ໄດ້​ຮັບ​ຄວາມພົ້ນ ແລະ ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ພວກເຈົ້າ​ໄດ້​ປະສົບ​ຢ່າງ​ໜັກ​ໂດຍ​ໄຮ້ປະໂຫຍດ​ບໍ ສິ່ງ​ນີ້​ໄຮ້ປະໂຫຍດ​ແທ້ໆ​ບໍ?


ດ້ວຍວ່າ ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ໂດຍ​ພຣະຄຸນ​ຜ່ານ​ທາງ​ຄວາມເຊື່ອ ແລະ ຄວາມລອດພົ້ນ​ນີ້​ບໍ່​ໄດ້​ມາ​ຈາກ​ພວກເຈົ້າເອງ, ແຕ່​ເປັນ​ຂອງປະທານ​ຈາກ​ພຣະເຈົ້າ


ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງ​ໝັ້ນຄົງ ແລະ ຢຶດໝັ້ນ​ໃນ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ຖ່າຍທອດ​ໃຫ້​ແກ່​ພວກເຈົ້າ ບໍ່​ວ່າ​ໂດຍ​ທາງ​ຄຳເວົ້າ​ຈາກ​ປາກ​ຂອງ​ພວກເຮົາ ຫລື ໂດຍ​ທາງ​ຈົດໝາຍ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.


ໃຫ້​ພວກເຮົາ​ຢຶດໝັ້ນ​ຢ່າງ​ບໍ່​ຫວັ່ນໄຫວ​ໃນ​ຄວາມຫວັງ​ທີ່​ພວກເຮົາ​ໄດ້​ປະກາດ​ຮັບ​ໄວ້, ເພາະ​ພຣະອົງ​ຜູ້​ສັນຍາ​ນັ້ນ​ສັດຊື່.


ເຫດສະນັ້ນ ພວກເຮົາ​ຕ້ອງ​ເອົາໃຈໃສ່​ຢ່າງ​ລະມັດລະວັງ​ທີ່ສຸດ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ຍິນ, ເພື່ອວ່າ​ພວກເຮົາ​ຈະ​ບໍ່​ໄດ້​ຫລົງທາງ​ໄປ.


ພວກເຮົາ​ໄດ້​ມາ​ມີ​ສ່ວນຮ່ວມ​ໃນ​ພຣະຄຣິດເຈົ້າ ຖ້າ​ພວກເຮົາ ຢຶດຖື​ໃນ​ຄວາມໝັ້ນໃຈ​ທີ່​ພວກເຮົາ​ມີ​ໃນ​ທຳອິດ​ນັ້ນ​ຈົນ​ເຖິງ​ທີ່ສຸດ.


ສ່ວນ​ພຣະຄຣິດເຈົ້າ​ສັດຊື່​ໃນ​ຖານະ​ພຣະບຸດ​ຜູ້​ຄອບຄອງ​ຄົວເຮືອນ​ຂອງ​ພຣະເຈົ້າ. ແລະ ພວກເຮົາ​ທັງຫລາຍ​ກໍ​ຄື​ເຮືອນ​ຂອງ​ພຣະອົງ ຖ້າ​ຫາກ​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມໝັ້ນໃຈ ແລະ ຄວາມຫວັງ​ທີ່​ພວກເຮົາ​ພາກພູມໃຈ​ຢູ່​ນັ້ນ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ພີ່ນ້ອງ​ທັງຫລາຍ, ຖ້າ​ຄົນ​ໜຶ່ງ​ອ້າງ​ວ່າ​ຕົນ​ມີ​ຄວາມເຊື່ອ​ແຕ່​ບໍ່​ມີ​ການປະຕິບັດ​ມັນ​ຈະ​ມີ​ປະໂຫຍດ​ອັນໃດ? ຄວາມເຊື່ອ​ແບບ​ນີ້​ສາມາດ​ຊ່ວຍ​ພວກເຂົາ​ໃຫ້​ລອດພົ້ນ​ໄດ້​ບໍ?


ໃນ​ທຳນອງດຽວກັນ, ຄວາມເຊື່ອ​ພຽງ​ຢ່າງ​ດຽວ​ໂດຍ​ບໍ່​ມີ​ການປະຕິບັດ​ກໍ​ເປັນ​ຄວາມເຊື່ອ​ທີ່​ຕາຍ​ແລ້ວ.


ຮ່າງກາຍ​ທີ່​ບໍ່​ມີ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ, ດັ່ງນັ້ນ​ຄວາມເຊື່ອ​ທີ່​ບໍ່ມີ​ການປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka