Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 15:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ບັດນີ້ ພີ່ນ້ອງ​ທັງຫລາຍເອີຍ, ເຮົາ​ຢາກ​ເຕືອນ​ພວກເຈົ້າ​ເຖິງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ, ເຊິ່ງ​ພວກເຈົ້າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ແລະ ພວກເຈົ້າ​ກໍ​ຕັ້ງໝັ້ນ​ຢູ່​ໃນ​ຂ່າວປະເສີດ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ບັດນີ້​ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ໃຫ້​ພວກເຈົ້າ​ຄຳນຶງ​ເຖິງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ເອົາ​ໄວ້ ແລະ​ຕັ້ງ​ຢູ່​ໃນ​ຂ່າວປະເສີດ​ນັ້ນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 15:1
22 Jak'a apnaqawi uñst'ayäwi  

ມີ​ຜູ້ພິພາກສາ​ສຳລັບ​ຄົນ​ທີ່​ປະຕິເສດ​ເຮົາ ແລະ ບໍ່​ຍອມຮັບ​ຖ້ອຍຄຳ​ຂອງ​ເຮົາ, ຖ້ອຍຄຳ​ທີ່​ເຮົາ​ກ່າວ​ນີ້​ແຫລະ​ຈະ​ຕັດສິນ​ລົງໂທດ​ພວກເຂົາ​ໃນ​ວັນ​ສຸດທ້າຍ.


ບັນດາ​ອັກຄະສາວົກ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທົ່ວ​ແຂວງ​ຢູດາຍ ໄດ້​ຍິນ​ວ່າ​ຄົນຕ່າງຊາດ​ກໍ​ໄດ້​ຮັບ​ພຣະຄຳ​ຂອງ​ພຣະເຈົ້າ​ເໝືອນກັນ.


ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.


ກໍ​ແມ່ນ​ແລ້ວ ແຕ່​ທີ່​ພວກເຂົາ​ຖືກ​ຫັກ​ອອກ​ໄປ​ນັ້ນ​ກໍ​ເພາະ​ບໍ່​ເຊື່ອ ສ່ວນ​ເຈົ້າ​ຢູ່​ໄດ້​ກໍ​ເພາະ​ຄວາມເຊື່ອ. ຢ່າ​ໄດ້​ຈອງຫອງ​ເລີຍ, ແຕ່​ຈົ່ງ​ຢຳເກງ.


ສິ່ງ​ນີ້​ຈະ​ເກີດຂຶ້ນ​ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ໃຫ້​ພຣະເຢຊູຄຣິດເຈົ້າ ພິພາກສາ​ຄວາມລັບ​ຂອງ​ມະນຸດ ຕາມ​ທີ່​ລະບຸ​ໄວ້​ໃນ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.


ພວກເຈົ້າ​ທັງຫລາຍ​ຈົ່ງ​ເຝົ້າລະວັງ​ຢູ່; ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ; ຈົ່ງ​ກ້າຫານ ແລະ ຈົ່ງ​ເຂັ້ມແຂງ.


ເຮົາ​ເປັນ​ຜູ້​ປູກ​ເມັດພືດ, ອາໂປໂລ​ເປັນ​ຜູ້​ຫົດນ້ຳ​ເມັດພືດ​ນັ້ນ, ແຕ່​ພຣະເຈົ້າ​ເຮັດ​ໃຫ້​ເມັດພືດ​ນັ້ນ​ເຕີບໃຫຍ່​ຂຶ້ນ.


ເຖິງແມ່ນວ່າ ໃນ​ພຣະຄຣິດເຈົ້າ​ພວກເຈົ້າ​ມີ​ຜູ້ປ້ອງກັນຮັກສາ​ເປັນ​ສິບພັນ​ຄົນ​ກໍຕາມ, ພວກເຈົ້າ​ກໍ​ບໍ່​ມີ​ພໍ່​ຫລາຍ​ຄົນ, ເພາະ​ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ພວກເຈົ້າ​ໂດຍ​ທາງ​ຂ່າວປະເສີດ.


ພວກເຮົາ​ບໍ່​ໄດ້​ເປັນ​ນາຍ​ຢູ່​ເໜືອ​ຄວາມເຊື່ອ​ຂອງ​ພວກເຈົ້າ, ແຕ່​ເຮົາ​ເຮັດວຽກ​ຮ່ວມ​ກັບ​ພວກເຈົ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ, ເພາະ​ໂດຍ​ຄວາມເຊື່ອ ພວກເຈົ້າ​ຈຶ່ງ​ຕັ້ງໝັ້ນຄົງ​ຢູ່.


ພວກເຈົ້າ​ໄດ້​ກາຍເປັນ​ຜູ້​ທີ່​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ແລະ ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ໄດ້​ຕ້ອນຮັບ​ເອົາ​ພຣະຄຳ​ໃນ​ທ່າມກາງ​ຄວາມທຸກທໍລະມານ​ຢ່າງ​ໜັກໜ່ວງ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ມອບ​ໃຫ້.


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka