Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 14:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແຕ່​ຜູ້​ທີ່​ເຜີຍ​ພຣະຄຳ​ກໍ​ກ່າວ​ກັບ​ຄົນ​ທັງຫລາຍ​ເພື່ອ​ເຮັດໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ, ເປັນ​ການເຕືອນສະຕິ ແລະ ການ​ເລົ້າໂລມໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແຕ່​ພວກ​ທີ່​ປະກາດ​ພຣະທຳ​ກໍ​ເວົ້າ​ກັບ​ມະນຸດ ເພື່ອ​ໃຫ້​ເສີມສ້າງ​ພວກເຂົາ​ຈະເລີນ​ຂຶ້ນ ແລະ​ເປັນ​ການ​ໜູນໃຈ ແລະ ເລົ້າໂລມ​ໃຈ​ພວກເຂົາ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 14:3
42 Jak'a apnaqawi uñst'ayäwi  

ແລະ ໂຢຮັນ​ໄດ້​ແນະນຳ​ຕັກເຕືອນ​ປະຊາຊົນ​ອີກ​ຫລາຍ​ຢ່າງ ແລະ ປະກາດ​ຂ່າວປະເສີດ​ກັບ​ພວກເຂົາ.


ຫລັງຈາກ​ອ່ານ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ແລ້ວ, ບັນດາ​ຫົວໜ້າ​ທຳມະສາລາ​ກໍ​ໃຫ້​ຄົນ​ໄປ​ບອກ​ພວກເພິ່ນ​ວ່າ, “ພີ່ນ້ອງ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫລົ່ານີ້​ກໍ​ເຊີນ​ກ່າວ​ໄດ້”.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ຢູດາ​ກັບ​ຊີລາ​ເອງ​ທີ່​ເປັນ​ຜູ້ທຳນວາຍ, ພວກເພິ່ນ​ໄດ້​ເວົ້າ​ຫລາຍສິ່ງ​ຫລາຍຢ່າງ​ເພື່ອ​ໜູນໃຈ ແລະ ເສີມສ້າງ​ພວກ​ພີ່ນ້ອງ​ໃຫ້​ເຂັ້ມແຂງ.


ໂຢເຊັບ​ຄົນ​ເລວີ​ຈາກ​ເກາະ​ໄຊປຣັດ ຜູ້​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຊື່​ລາວ​ວ່າ​ບາຣະນາບາ (ແປວ່າ ລູກ​ຜູ້​ໃຫ້​ກຳລັງໃຈ)


ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.


ຖ້າ​ມີ​ດ້ານ​ການໜູນໃຈ ກໍ​ຈົ່ງ​ໜູນໃຈ, ຖ້າ​ມີ​ດ້ານ​ການບໍລິຈາກ ກໍ​ຈົ່ງ​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ, ຖ້າ​ມີ​ດ້ານ​ການເປັນຜູ້ນຳ ກໍ​ຈົ່ງ​ປົກຄອງ​ດ້ວຍ​ຄວາມເອົາໃຈໃສ່, ຖ້າ​ມີ​ດ້ານ​ການສະແດງ​ຄວາມເມດຕາ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈຍິນດີ.


ເຫດສະນັ້ນ, ໃຫ້​ພວກເຮົາ​ພະຍາຍາມ​ທີ່​ຈະ​ເຮັດ​ສິ່ງ​ທີ່​ນຳ​ໄປ​ສູ່​ຄວາມ​ສະຫງົບສຸກ ແລະ ການເສີມສ້າງ​ເຊິ່ງກັນແລະກັນ.


ພວກເຮົາ​ແຕ່ລະຄົນ​ຄວນ​ເຮັດ​ໃຫ້​ເພື່ອນບ້ານ​ພໍໃຈ ເພື່ອ​ເປັນ​ຜົນ​ດີ​ແກ່​ພວກເຂົາ, ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ.


ພວກເຈົ້າ​ເວົ້າ​ວ່າ: “ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່​ແມ່ນ​ວ່າ​ທຸກສິ່ງ​ຈະ​ເປັນ​ປະໂຫຍດ. “ເຮົາ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ທຸກສິ່ງ​ໄດ້” ແຕ່​ບໍ່​ແມ່ນ​ວ່າ​ທຸກສິ່ງ​ຈະ​ເປັນ​ການເສີມສ້າງ​ຂຶ້ນ.


ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ຢ່າງ​ນັ້ນ. ເມື່ອ​ພວກເຈົ້າ​ທັງຫລາຍ​ກະຕືລືລົ້ນ​ຕໍ່​ຂອງປະທານ​ຝ່າຍ​ວິນຍານ ກໍ​ຈົ່ງ​ພະຍະຍາມ​ທີ່​ຈະ​ເປັນ​ເລີດ​ໃນ​ຂອງປະທານ​ທີ່​ເສີມສ້າງ​ຄຣິສຕະຈັກ.


ພວກເຈົ້າ​ໂມທະນາ​ຂອບພຣະຄຸນ​ໄດ້​ຢ່າງ​ດີ​ພໍ ແຕ່​ບໍ່​ມີ​ຜູ້ໃດ​ໄດ້​ຮັບ​ການເສີມສ້າງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຈະ​ເວົ້າ​ຢ່າງໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ມີ​ບົດເພງ ຫລື ມີ​ຖ້ອຍຄຳ​ຂອງ​ການສັ່ງສອນ, ມີ​ຄຳ​ເປີດເຜີຍ, ພາສາ​ແປກໆ ຫລື ການແປ​ພາສາ​ແປກໆ. ທຸກສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.


ເພາະ​ພວກເຈົ້າ​ທຸກຄົນ​ສາມາດ​ທຳນວາຍ​ໄດ້​ເທື່ອ​ລະ​ຄົນ ເພື່ອ​ວ່າ​ໃຫ້​ທຸກຄົນ​ໄດ້ຮັບ​ຄຳແນະນຳ ແລະ ຄຳ​ໜູນໃຈ.


ເລື່ອງ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ: ພວກເຮົາ​ຮູ້​ວ່າ “ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ມີ​ຄວາມຮູ້”. ແຕ່​ຄວາມຮູ້​ນັ້ນ​ເຮັດ​ໃຫ້​ອວດໂຕ ຂະນະ​ທີ່​ຄວາມຮັກ​ເສີມສ້າງ​ຂຶ້ນ.


ຜູ້​ເລົ້າໂລມໃຈ​ພວກເຮົາ​ໃນ​ຄວາມທຸກລຳບາກ​ທຸກ​ຢ່າງ​ຂອງ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ສາມາດ​ເລົ້າໂລມໃຈ​ບັນດາ​ຜູ້​ທີ່​ປະສົບ​ກັບ​ຄວາມທຸກລຳບາກ​ໃນ​ເລື່ອງໃດ​ເລື່ອງໜຶ່ງ​ດ້ວຍ​ການເລົ້າໂລມໃຈ​ທີ່​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ບັດນີ້​ພວກເຈົ້າ​ຄວນ​ຈະ​ໃຫ້​ອະໄພ ແລະ ເລົ້າໂລມໃຈ​ລາວ ເພື່ອ​ວ່າ​ລາວ​ຈະ​ບໍ່​ໄດ້​ຖືກ​ຄອບງຳ​ໂດຍ​ຄວາມໂສກເສົ້າ​ຫລາຍ​ເກີນ​ໄປ.


ຢ່າ​ໃຫ້​ຄຳເວົ້າ​ທີ່​ບໍ່​ສົມຄວນ​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ, ແຕ່​ໃຫ້​ໃຊ້​ຄຳເວົ້າ​ອັນ​ເປັນ​ປະໂຫຍດ​ເພື່ອ​ເສີມສ້າງ​ຜູ້ອື່ນ​ຂຶ້ນ​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ​ເທົ່ານັ້ນ, ເພື່ອ​ຈະ​ໄດ້​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຟັງ.


ເຮົາ​ກຳລັງ​ສົ່ງ​ລາວ​ມາ​ຫາ​ພວກເຈົ້າ​ກໍ​ເພາະ​ຈຸດປະສົງ​ນີ້​ແທ້, ເພື່ອ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຮົາ​ຢູ່​ຢ່າງໃດ ແລະ ເພື່ອ​ລາວ​ຈະ​ໄດ້​ໜູນໃຈ​ພວກເຈົ້າ.


ເຮົາ​ກຳລັງ​ສົ່ງ​ລາວ​ມາ​ຫາ​ພວກເຈົ້າ​ກໍ​ເພື່ອ​ຈຸດປະສົງ​ທີ່​ຊັດເຈນ​ທີ່​ພວກເຈົ້າ​ຈະ​ໄດ້​ຮູ້​ກ່ຽວກັບ​ສະພາບການ​ຂອງ​ພວກເຮົາ ແລະ ເພື່ອ​ລາວ​ຈະ​ໄດ້​ໜູນໃຈ​ພວກເຈົ້າ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,


ເພາະ​ຄຳຮ້ອງຂໍ​ຂອງ​ພວກເຮົາ​ບໍ່​ໄດ້​ມາ​ຈາກ​ຄວາມຜິດພາດ ຫລື ແຮງຈູງໃຈ​ທີ່​ເປື້ອນເປິ ແລະ ພວກເຮົາ​ກໍ​ບໍ່​ໄດ້​ພະຍາຍາມ​ຫລອກລວງ​ພວກເຈົ້າ​ດ້ວຍ.


ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ໄດ້​ສັ່ງສອນ​ພວກເຈົ້າ​ແລ້ວ​ວ່າ​ຈະ​ດຳເນີນຊີວິດ​ຢ່າງໃດ​ເພື່ອ​ໃຫ້​ພຣະເຈົ້າ​ພໍໃຈ ຕາມ​ຄວາມເປັນຈິງ​ພວກເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ຢູ່​ແລ້ວ. ບັດນີ້ ພວກເຮົາ​ຂໍຮ້ອງ​ພວກເຈົ້າ ແລະ ຊັກຊວນ​ພວກເຈົ້າ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໃຫ້​ເຮັດ​ສິ່ງ​ນີ້​ຫລາຍ​ກວ່າ​ເກົ່າ​ອີກ


ເຫດສະນັ້ນ ຈົ່ງ​ໃຫ້​ໜູນໃຈ​ເຊິ່ງກັນແລະກັນ​ດ້ວຍ​ຂໍ້ຄວາມ​ເຫລົ່ານີ້.


ພວກເຮົາ​ຂໍ​ສັ່ງ ແລະ ເຕືອນສະຕິ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ໃຫ້​ຄົນ​ເຫລົ່ານີ້​ຕັ້ງໃຈ​ເຮັດວຽກ​ເພື່ອ​ໃຫ້​ມີ​ລາຍໄດ້​ຊື້​ອາຫານ​ລ້ຽງ​ຕົນເອງ


ທັງ​ບໍ່​ໃຫ້​ໝົກໝົ້ນ​ຕົນເອງ​ຢູ່​ກັບ​ນິຍາຍ​ຕ່າງໆ ແລະ ເຊື້ອສາຍ​ອັນ​ບໍ່​ຮູ້​ສິ້ນສຸດ. ເຊິ່ງ​ເປັນ​ການ​ຄາດຄະເນ​ໄປ​ຫລາຍ​ກວ່າ​ຈະ​ສົ່ງເສີມ​ກິດຈະການ​ຂອງ​ພຣະເຈົ້າ​ໂດຍ​ຄວາມເຊື່ອ.


ຈົ່ງ​ອຸທິດ​ຕົນເອງ​ໃນ​ການອ່ານ​ພຣະຄຳພີ​ໃນ​ທີ່​ປະຊຸມ, ໃນ​ການເທດສະໜາ ແລະ ໃນ​ການສັ່ງສອນ​ຈົນ​ກວ່າ​ເຮົາ​ຈະ​ມາ.


ສ່ວນ​ບັນດາ​ຄົນ​ທີ່​ມີ​ນາຍ​ເປັນ​ຜູ້ທີ່ເຊື່ອ​ກໍ​ບໍ່​ຄວນ​ສະແດງ​ຄວາມ​ບໍ່​ນັບຖື​ຕໍ່​ພວກເພິ່ນ ເພາະ​ພວກເພິ່ນ​ເປັນ​ຜູ້ທີ່ເຊື່ອ​ດ້ວຍ​ກັນ. ກົງກັນຂ້າມ, ພວກເຂົາ​ສົມຄວນ​ຈະ​ຮັບໃຊ້​ນາຍ​ເຫລົ່ານັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ​ເພາະວ່າ​ນາຍ​ຂອງ​ພວກເຂົາ​ນັ້ນ​ເປັນ​ທີ່ຮັກ​ຂອງ​ພວກເຂົາ​ເປັນ​ຜູ້ທີ່ເຊື່ອ ແລະ ໄດ້​ອຸທິດ​ຕົນ​ເພື່ອ​ສະຫວັດດີການ​ຂອງ​ຂ້າທາດ​ຂອງ​ຕົນ. ເຈົ້າ​ຈົ່ງ​ສັ່ງສອນ ແລະ ເນັ້ນ​ພວກເຂົາ​ໃຫ້​ເຮັດ​ສິ່ງ​ເຫລົ່ານີ້.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ລາວ​ຈະ​ຕ້ອງ​ຢຶດໝັ້ນ​ໃນ​ຫລັກຄຳສອນ​ອັນ​ເຊື່ອຖືໄດ້​ຕາມ​ທີ່​ໄດ້​ຮຽນຮູ້​ມາ ເພື່ອວ່າ​ລາວ​ຈະ​ສາມາດ​ໜູນໃຈ​ຄົນ​ອື່ນ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ ຊີ້ແຈງ​ຕໍ່​ຜູ້​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.


ເຫດສະນັ້ນ ເຈົ້າ​ຄວນ​ສອນ​ເລື່ອງ​ເຫລົ່ານີ້. ຈົ່ງ​ໜູນໃຈ ແລະ ຕັກເຕືອນ​ດ້ວຍ​ສິດອຳນາດ​ທັງໝົດ. ຢ່າ​ໃຫ້​ຜູ້ໃດ​ດູຖູກ​ເຈົ້າ​ໄດ້.


ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໜູນໃຈ​ບັນດາ​ຊາຍ​ໜຸ່ມ​ໃຫ້​ຮູ້ຈັກ​ຄວບຄຸມ​ຕົນເອງ.


ຈົ່ງ​ສັ່ງສອນ​ພວກ​ຂ້າທາດ​ໃຫ້​ຟັງຄວາມ​ນາຍ​ຂອງ​ຕົນ​ໃນ​ທຸກສິ່ງ, ພະຍາຍາມ​ເຮັດໃຫ້​ນາຍ​ພໍໃຈ, ບໍ່​ໃຫ້​ຖຽງຄວາມ​ນາຍ,


ຢ່າ​ໃຫ້​ພວກເຮົາ​ປະ​ການ​ປະຊຸມ​ກັນ​ເໝືອນດັ່ງ​ບາງ​ຄົນ​ເຮັດ​ເປັນ​ປະຈຳ, ແຕ່​ໃຫ້​ພວກເຮົາ​ໜູນໃຈ​ກັນ​ຫລາຍ​ຂຶ້ນ ແລະ ເຮັດ​ຢ່າງ​ນັ້ນ​ໃຫ້​ຫລາຍ​ຂຶ້ນ​ອີກ ເພາະ​ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຄຳ​ເຕືອນສະຕິ​ຂອງ​ເຮົາ ເພາະ​ເຮົາ​ໄດ້​ຂຽນ​ເຖິງ​ພວກເຈົ້າ​ພຽງ​ແຕ່​ສັ້ນໆ.


ຈົ່ງ​ໜູນໃຈ​ກັນແລະກັນ​ທຸກໆ​ວັນ​ຕາບໃດ​ທີ່​ຍັງ​ເອີ້ນ​ວ່າ “ວັນ​ນີ້” ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ດື້ດ້ານ​ເພາະ​ການຫລອກລວງ​ຂອງ​ບາບ.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


ສ່ວນ​ພວກທ່ານ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເສີມສ້າງ​ກັນ​ຂຶ້ນ​ໃນ​ຄວາມເຊື່ອ​ອັນ​ບໍລິສຸດ​ທີ່​ພວກທ່ານ​ມີ​ຢູ່ ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານບໍລິສຸດເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka