Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 13:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ພວກເຮົາ​ຮູ້​ພຽງ​ແຕ່​ບາງສ່ວນ ແລະ ພວກເຮົາ​ກໍ​ເຜີຍ​ພຣະຄຳ​ພຽງ​ແຕ່​ບາງສ່ວນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເພາະວ່າ​ຄວາມຮູ້​ຂອງເຮົາ​ນັ້ນ​ບໍ່​ສົມບູນ ແລະ​ການ​ປະກາດ​ພຣະທຳ​ກໍ​ບໍ່​ສົມບູນ,

Uka jalj uñjjattʼäta Copia luraña




1 ໂກຣິນໂທ 13:9
16 Jak'a apnaqawi uñst'ayäwi  

“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບຸດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບິດາເຈົ້າ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ.


“ຜູ້ໃດ​ນໍ ຮູ້​ຈິດໃຈ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້? ຫລື ຜູ້ໃດ​ນໍ ທີ່​ເປັນ​ທີ່ປຶກສາ​ຂອງ​ພຣະອົງ?”


ແຕ່​ເມື່ອ​ຄວາມສົມບູນ​ມາ​ເຖິງ​ແລ້ວ, ສິ່ງ​ທີ່​ເປັນ​ບາງສ່ວນ​ນັ້ນ​ກໍ​ຈະ​ສູນຫາຍ​ໄປ.


ເພາະວ່າ​ເວລາ​ນີ້ ພວກເຮົາ​ເຫັນ​ແຕ່​ເງົາ​ສະທ້ອນ​ເໝືອນ​ເບິ່ງ​ໃນ​ແວ່ນ; ໃນ​ເວລາ​ນັ້ນ​ພວກເຮົາ​ຈະ​ເຫັນ​ກັນ​ໜ້າຕໍ່ໜ້າ. ໃນ​ເວລາ​ນີ້​ເຮົາ​ຮູ້ຈັກ​ພຽງ​ບາງສ່ວນ; ໃນ​ເວລາ​ນັ້ນ​ເຮົາ​ຈະ​ຮູ້ຈັກ​ທຸກສິ່ງ, ແຕ່​ເໝືອນດັ່ງ​ເຮົາ​ເປັນ​ທີ່​ຮູ້ຈັກ​ຢ່າງ​ສົມບູນ​ແລ້ວ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ສິ່ງ​ທີ່​ຕາ​ບໍ່​ເຫັນ, ສິ່ງ​ທີ່​ຫູ​ບໍ່​ໄດ້​ຍິນ ແລະ ສິ່ງ​ທີ່​ມະນຸດ​ຄິດ​ບໍ່​ອອກ ຄື​ສິ່ງ​ທີ່​ພຣະເຈົ້າ​ຈັດຕຽມ​ໄວ້​ສຳລັບ​ຄົນ​ເຫລົ່ານັ້ນ​ຜູ້​ທີ່​ຮັກ​ພຣະອົງ”.


ຜູ້ໃດ​ທີ່​ຄິດ​ວ່າ​ຕົນເອງ​ຮູ້​ບາງສິ່ງ​ແລ້ວ ຜູ້​ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka