Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 13:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຄວາມຮັກ​ບໍ່​ມີ​ວັນ​ສູນສິ້ນ​ໄປ ເຖິງ​ວ່າ​ການ​ເຜີຍ​ພຣະຄຳ​ຈະ​ຖືກ​ຍົກເລີກ, ການ​ເວົ້າ​ພາສາ​ແປກໆ​ຈະ​ງຽບ​ໄປ, ຄວາມຮູ້​ຈະ​ສູນ​ຫາຍ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ເຖິງ​ແມ່ນ​ການ​ປະກາດ​ພຣະທຳ​ກໍ​ຈະ​ຖືກ​ຍົກເລີກ ຫລື​ການ​ເວົ້າ​ພາສາ​ແປກໆ​ກໍ​ຈະ​ເຊົາ ແລະ​ວິຊາ​ຄວາມຮູ້​ກໍ​ຈະ​ຖືກ​ຍົກເລີກ​ເສຍ, ແຕ່​ຄວາມຮັກ​ຍັງ​ຈະ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 13:8
14 Jak'a apnaqawi uñst'ayäwi  

ແຕ່​ຊີໂມນ​ເອີຍ ເຮົາ​ໄດ້​ອະທິຖານ​ເພື່ອ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ລົ້ມເຫລວ ແລະ ເມື່ອ​ເຈົ້າ​ຫັນ​ຄືນ​ກັບ​ມາ​ແລ້ວ ຈົ່ງ​ຊູ​ກຳລັງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ”.


ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.


ເມື່ອ​ໂປໂລ​ວາງມື​ໃສ່​ພວກເຂົາ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ແລະ ພວກເຂົາ​ກໍ​ເວົ້າ​ພາສາ​ແປກໆ ແລະ ທຳນວາຍ.


ພວກເພິ່ນ​ທຸກຄົນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມ​ເວົ້າ​ພາສາ​ແປກໆ ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໃຫ້​ພວກເພິ່ນ​ເວົ້າ​ໄດ້.


ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ລິດອຳນາດ​ອັນ​ອັດສະຈັນ, ໃຫ້​ຄົນ​ໜຶ່ງ​ທຳນວາຍ​ໄດ້, ໃຫ້​ຄົນ​ໜຶ່ງ​ຈຳແນກ​ລະຫວ່າງ​ວິນຍານ​ຕ່າງໆ​ໄດ້, ໃຫ້​ຄົນ​ໜຶ່ງ​ສາມາດ​ເວົ້າ​ພາສາ​ແປກໆ ແລະ ໃຫ້​ຄົນ​ໜຶ່ງ​ແປ​ພາສາ​ແປກໆ​ໄດ້.


ແຕ່​ເມື່ອ​ຄວາມສົມບູນ​ມາ​ເຖິງ​ແລ້ວ, ສິ່ງ​ທີ່​ເປັນ​ບາງສ່ວນ​ນັ້ນ​ກໍ​ຈະ​ສູນຫາຍ​ໄປ.


ແລະ ບັດນີ້ ຍັງ​ຕັ້ງຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ, ຄວາມຫວັງ, ແລະ ຄວາມຮັກ, ແຕ່​ສິ່ງ​ທີ່​ໃຫຍ່​ທີ່ສຸດ​ຂອງ​ສິ່ງ​ເຫລົ່ານີ້​ແມ່ນ​ຄວາມຮັກ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ກະຕືລືລົ້ນ​ທີ່​ຈະ​ທຳນວາຍ ແລະ ຢ່າ​ຫ້າມ​ການ​ເວົ້າ​ພາສາ​ແປກໆ.


ຜູ້ໃດ​ທີ່​ຄິດ​ວ່າ​ຕົນເອງ​ຮູ້​ບາງສິ່ງ​ແລ້ວ ຜູ້​ນັ້ນ​ຍັງ​ບໍ່​ຮູ້​ຕາມ​ທີ່​ຕົນ​ຄວນ​ຈະ​ຮູ້.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ໂດຍ​ການ​ກ່າວ​ເອີ້ນ​ພັນທະສັນຍາ​ນີ້​ວ່າ “ພັນທະສັນຍາ​ໃໝ່” ພຣະອົງ​ເຮັດ​ໃຫ້​ພັນທະສັນຍາເດີມ​ນັ້ນ​ພົ້ນ​ສະໄໝ​ໄປ ສິ່ງ​ທີ່​ພົ້ນ​ສະໄໝ ແລະ ເກົ່າ​ແລ້ວ​ນັ້ນ​ອີກ​ບໍ່​ດົນ​ກໍ​ຈະ​ເສື່ອມສູນ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka