6 ຄວາມຮັກບໍ່ຍິນດີໃນຄວາມຊົ່ວ ແຕ່ຍິນດີກັບຄວາມຈິງ.
6 ບໍ່ຍິນດີໃນການອະທຳ, ແຕ່ຍິນດີໃນການສັດຈິງ.
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າລາວພົບແກະນັ້ນແລ້ວ ຜູ້ນັ້ນຈະມີຄວາມຊື່ນຊົມຍິນດີໃນແກະໂຕນັ້ນຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ຫລົງເສຍໄປ.
ຄົນເຫລົ່ານັ້ນຕ່າງກໍດີໃຈ ແລະ ຕົກລົງວ່າຈະເອົາເງິນໃຫ້ລາວ.
ເຖິງແມ່ນວ່າ ພວກເຂົາຮູ້ກົດບັນຍັດອັນຊອບທຳຂອງພຣະເຈົ້າທີ່ກ່າວວ່າ ຄົນທີ່ກະທຳຢ່າງນັ້ນກໍສົມຄວນຕ້ອງຕາຍ, ເຖິງປານນັ້ນ ພວກເຂົາກໍຍັງເຮັດຢູ່ ແລະ ຍັງເຫັນພ້ອມກັບຄົນທີ່ເຮັດຢ່າງນັ້ນອີກດ້ວຍ.
ຈົ່ງຮັກດ້ວຍຄວາມຈິງໃຈ ຈົ່ງກຽດຊັງສິ່ງທີ່ຊົ່ວ ຈົ່ງຢຶດໝັ້ນໃນສິ່ງທີ່ດີ.
ແຕ່ສິ່ງນີ້ຈະເປັນຫຍັງ? ສິ່ງສຳຄັນກໍຄືໃນທຸກໆດ້ານ ບໍ່ວ່າຈະເຮັດດ້ວຍແຮງຈູງໃຈທີ່ຜິດ ຫລື ຖືກ, ພວກເຂົາກໍໄດ້ປະກາດພຣະຄຣິດເຈົ້າແລ້ວ. ແລະ ເພາະສິ່ງນີ້ແຫລະເຮົາຈຶ່ງຊື່ນຊົມຍິນດີ. ແມ່ນແລ້ວ ແລະ ເຮົາຈະຊື່ນຊົມຍິນດີຕໍ່ໄປ,
ທຸກຄັ້ງທີ່ເຮົາອະທິຖານເພື່ອພວກເຈົ້າທຸກຄົນ ເຮົາກໍອະທິຖານດ້ວຍຄວາມຊື່ນຊົມຍິນດີສະເໝີ
ເພາະວ່າ, ດັ່ງທີ່ເຮົາເຄີຍບອກພວກເຈົ້າຫລາຍເທື່ອແລ້ວ ແລະ ບັດນີ້ກໍບອກພວກເຈົ້າອີກແມ່ນແຕ່ດ້ວຍນ້ຳຕາ, ມີຫລາຍຄົນທີ່ດຳເນີນຊີວິດເປັນສັດຕູຕໍ່ໄມ້ກາງແຂນຂອງພຣະຄຣິດເຈົ້າ.
ແລະ ເພື່ອວ່າທຸກຄົນທີ່ບໍ່ຍອມເຊື່ອຄວາມຈິງແຕ່ກັບຊົມຊື່ນຄວາມຊົ່ວຮ້າຍຈະຖືກຕັດສິນລົງໂທດ.
ເຮົາມີຄວາມຊື່ນຊົມຍິນດີຫລາຍທີ່ເຫັນວ່າບັນດາລູກຂອງພວກເຈົ້າບາງຄົນດຳເນີນຊີວິດໃນຄວາມຈິງ ເໝືອນທີ່ພຣະບິດາເຈົ້າໄດ້ສັ່ງພວກເຮົາ.