1 ໂກຣິນໂທ 13:4 - ພຣະຄຳພີລາວສະບັບສະໄໝໃໝ່4 ຄວາມຮັກຄືຄວາມອົດທົນ, ຄວາມຮັກຄືຄວາມເມດຕາ, ຄວາມຮັກບໍ່ອິດສາ, ບໍ່ໂອ້ອວດ, ບໍ່ຈອງຫອງ, Uka jalj uñjjattʼätaພຣະຄຳພີສັກສິ4 ຄວາມຮັກກໍອົດທົນດົນນານ, ຄວາມຮັກຄືຄວາມເມດຕາກະລຸນາ, ຄວາມຮັກບໍ່ເຫິງສາ ບໍ່ອວດອ້າງ ບໍ່ຈອງຫອງ Uka jalj uñjjattʼäta |
ພີ່ນ້ອງທັງຫລາຍເອີຍ, ເວລານີ້ເຮົາໄດ້ຍົກເອົາເລື່ອງຂອງເຮົາເອງ ແລະ ອາໂປໂລມາເວົ້ານັ້ນ ກໍເພື່ອຜົນປະໂຫຍດຂອງພວກເຈົ້າ, ເພື່ອວ່າພວກເຈົ້າຈະໄດ້ຮຽນຮູ້ຈາກພວກເຮົາເຖິງຄວາມໝາຍຂອງຖ້ອຍຄຳທີ່ກ່າວວ່າ, “ຢ່າໄປໄກກວ່າສິ່ງທີ່ໄດ້ຂຽນໄວ້”. ແລ້ວພວກເຈົ້າຈະບໍ່ອວດອ້າງໃນການເປັນຜູ້ຕິດຕາມຂອງຄົນໜຶ່ງໃນພວກເຮົາເພື່ອຂັດແຍ້ງກັບຄົນອື່ນ.
ເພາະເຮົາຢ້ານວ່າເມື່ອເຮົາມາເຖິງແລ້ວ ເຮົາຈະບໍ່ເຫັນພວກເຈົ້າເປັນດັ່ງທີ່ເຮົາຢາກໃຫ້ພວກເຈົ້າເປັນ ແລະ ພວກເຈົ້າກໍຈະບໍ່ເຫັນເຮົາເປັນດັ່ງທີ່ພວກເຈົ້າຢາກໃຫ້ເຮົາເປັນ. ເຮົາຢ້ານວ່າອາດຈະມີການຜິດຖຽງກັນ, ການອິດສາ, ການຄຽດ, ຄວາມທະເຍີທະຍານທີ່ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.