Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 13:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຖ້າຫາກ​ວ່າ​ເຮົາ​ຈະ​ບໍລິຈາກ​ຊັບສິນ​ທັງໝົດ​ທີ່​ເຮົາ​ມີ​ໃຫ້​ແກ່​ຄົນຍາກຈົນ ແລະ ຍອມ​ໃຫ້​ເອົາ​ຮ່າງກາຍ​ຂອງ​ເຮົາ​ໄປ​ສູ່​ຄວາມຍາກລຳບາກ​ເພື່ອ​ເຮົາ​ຈະ​ໂອ້ອວດ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ, ເຮົາ​ກໍ​ບໍ່​ໄດ້​ປະໂຫຍດ​ຫຍັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເຖິງ​ແມ່ນ​ເຮົາ​ບໍລິຈາກ​ສິ່ງ​ຂອງ​ທັງໝົດ​ທີ່​ເຮົາ​ມີ​ຢູ່ ແລະ​ສະຫລະ​ແມ່ນແຕ່​ຕົວ​ເຮົາ​ເອງ​ໃຫ້​ເຂົາ​ເຜົາ​ໄຟ ແຕ່​ຖ້າ​ເຮົາ​ບໍ່ມີ​ຄວາມຮັກ ການ​ກະທຳ​ຢ່າງ​ນັ້ນ​ກໍ​ບໍ່ໄດ້​ປະໂຫຍດ​ຫຍັງ​ໝົດ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 13:3
22 Jak'a apnaqawi uñst'ayäwi  

“ພວກເຂົາ​ເຮັດ​ທຸກສິ່ງ​ເພື່ອ​ໃຫ້​ຄົນ​ເຫັນ ພວກເຂົາ​ເຮັດ​ແອບໜັງ​ທີ່​ບັນຈຸ​ຂໍ້ພຣະຄຳພີ​ຂະໜາດ​ໃຫຍ່ ແລະ ຂອບ​ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ເຮັດ​ຍອຍ​ຍາວ​ອອກໄປ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ. ຄື​ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ຄົນຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


ເປໂຕ​ເວົ້າ​ກັບ​ພຣະອົງ​ວ່າ, “ພວກຂ້ານ້ອຍ​ໄດ້​ປະຖິ້ມ​ທຸກສິ່ງ​ທີ່​ມີ​ເພື່ອ​ຕິດຕາມ​ພຣະອົງ!”


ແຕ່​ຊັກຂ່າຍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະຜູ້ເປັນເຈົ້າ​ວ່າ, “ເບິ່ງ​ແມ! ອົງພຣະຜູ້ເປັນເຈົ້າ, ເວລາ​ນີ້​ຂ້ານ້ອຍ​ຂໍ​ຍົກ​ຊັບສົມບັດ​ເຄິ່ງ​ໜຶ່ງ​ໃຫ້​ແກ່​ຄົນຍາກຈົນ ແລະ ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ເອົາ​ສິ່ງ​ໃດ​ຂອງ​ຜູ້ໃດ, ຂ້ານ້ອຍ​ກໍ​ຂໍ​ໃຊ້​ຄືນ​ໃຫ້​ສີ່​ເທົ່າ”.


ດ້ວຍວ່າ ພວກເຂົາ​ຮັກ​ການຍ້ອງຍໍ​ຈາກ​ມະນຸດ​ຫລາຍກວ່າ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ.


ເປໂຕ​ຖາມວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕາມ​ພຣະອົງ​ໄປ​ໃນ​ເວລາ​ນີ້​ບໍ່​ໄດ້? ຂ້ານ້ອຍ​ຍອມ​ສະຫລະ​ຊີວິດ​ເພື່ອ​ພຣະອົງ”.


ບໍ່​ມີ​ຜູ້ໃດ​ມີ​ຄວາມຮັກ​ຍິ່ງໃຫຍ່​ກວ່າ​ນີ້​ຄື: ການ​ທີ່​ຜູ້​ໜຶ່ງ​ຍອມ​ສະຫລະ​ຊີວິດ​ເພື່ອ​ມິດສະຫາຍ​ຂອງ​ຕົນ.


ພຣະວິນຍານ​ໃຫ້​ຊີວິດ ເນື້ອໜັງ​ບໍ່​ສຳຄັນ​ຫຍັງ​ເລີຍ. ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ວິນຍານ ແລະ ຊີວິດ,


ແລ້ວ​ໂປໂລ​ໄດ້​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ ເຮັດ​ໃຫ້​ເຮົາ​ເສຍ​ໃຈ​ຢ່າງ​ນີ້? ເຮົາ​ຕຽມພ້ອມ​ບໍ່​ແມ່ນ​ແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ເທົ່ານັ້ນ, ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ເຢຣູຊາເລັມ​ດ້ວຍ ເພື່ອ​ເຫັນ​ແກ່​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ”.


ຢ່າ​ໃຫ້​ພວກເຮົາ​ກາຍເປັນ​ຄົນ​ຈອງຫອງ, ທ້າທາຍ ແລະ ອິດສາ​ກັນ.


ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.


ການ​ຝຶກຝົນ​ທາງ​ກາຍ​ນັ້ນ​ມີ​ຄຸນຄ່າ​ຢູ່​ສ່ວນ​ໜຶ່ງ ແຕ່​ຝຶກຝົນ​ໃນ​ທາງ​ຂອງ​ພຣະເຈົ້າ​ກໍ​ມີ​ຄຸນຄ່າ​ໃນ​ທຸກດ້ານ, ເພາະ​ຮັກສາ​ສັນຍາ​ໄວ້​ທັງ​ສຳລັບ​ຊີວິດ​ປັດຈຸບັນ ແລະ ຊີວິດ​ໃນ​ເບື້ອງໜ້າ​ດ້ວຍ.


ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka