Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 13:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 13:2
38 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເພາະວ່າ​ຄວາມເລິກລັບ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ພວກເຈົ້າ​ຮູ້​ໄດ້, ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ໃຫ້​ຮູ້.


ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ນ້ອຍ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ພວກເຈົ້າ​ກໍ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນນີ້​ໄປ​ຢູ່​ບ່ອນ​ນັ້ນ’ ມັນ​ກໍ​ຈະ​ເຄື່ອນ​ໄປ. ຈະ​ບໍ່​ມີ​ສິ່ງໃດ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພວກເຈົ້າ”.


ເມື່ອ​ພຣະອົງ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ຢູ່​ແຄມ​ທາງ ພຣະອົງ​ຈຶ່ງ​ຍ່າງ​ເຂົ້າໄປ​ໃກ້ ແລະ ເຫັນ​ວ່າ​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ບໍ່​ມີ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ວ່າ, “ເຈົ້າ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ!” ໃນ​ທັນໃດ​ນັ້ນ ຕົ້ນໝາກເດື່ອ​ນັ້ນ​ກໍ​ຫ່ຽວແຫ້ງ​ລົງ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນີ້​ໄດ້​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຮັດ, ບໍ່​ພຽງ​ເທົ່ານັ້ນ ແຕ່​ພວກເຈົ້າ​ຍັງ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ໄປ​ຕົກ​ລົງ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.


ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ ເຮົາ​ແນ່ໃຈ​ວ່າ​ພວກເຈົ້າ​ເອງ​ບໍລິບູນ​ດ້ວຍ​ຄວາມດີ, ເຕັມ​ໄປ​ດ້ວຍ​ຄວາມຮູ້ ແລະ ສາມາດ​ສັ່ງສອນ​ກັນແລະກັນ​ໄດ້.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ຜູ້ຊາຍ​ທຸກຄົນ​ທີ່​ອະທິຖານ ຫລື ທຳນວາຍ​ໂດຍ​ມີ​ຜ້າປົກຫົວ​ຢູ່ ກໍ​ເຮັດ​ໃຫ້​ຫົວ​ຂອງ​ຕົນ​ເສຍ​ກຽດ,


ແລະ ໃນ​ຄຣິສຕະຈັກ ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ອັກຄະສາວົກ​ເປັນ​ອັນດັບ​ທຳອິດ, ອັນດັບ​ທີ​ສອງ​ຄື​ຜູ້ທຳນວາຍ, ອັນດັບ​ທີ​ສາມ​ຄື​ອາຈານ, ຈາກ​ນັ້ນ​ກໍ​ຄື​ຜູ້​ເຮັດ​ການ​ອັດສະຈັນ​ຕ່າງໆ, ຜູ້​ມີ​ຂອງປະທານ​ໃນ​ການ​ປິ່ນປົວພະຍາດ, ຜູ້​ສາມາດ​ຊ່ວຍເຫລືອ​ຜູ້​ອື່ນ, ຜູ້​ມີ​ຂອງປະທານ​ໃນ​ການບໍລິຫານ​ງານ ແລະ ຜູ້​ເວົ້າ​ພາສາ​ແປກໆ.


ຖ້າຫາກ​ວ່າ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຈະ​ເປັນ​ພາສາ​ມະນຸດ ຫລື ພາສາ​ເທວະດາ, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ເປັນ​ພຽງ​ຄ້ອງ ຫລື ແຊ່ງ​ທີ່​ກຳລັງ​ສົ່ງສຽງ​ເທົ່ານັ້ນ.


ຖ້າຫາກ​ວ່າ​ເຮົາ​ຈະ​ບໍລິຈາກ​ຊັບສິນ​ທັງໝົດ​ທີ່​ເຮົາ​ມີ​ໃຫ້​ແກ່​ຄົນຍາກຈົນ ແລະ ຍອມ​ໃຫ້​ເອົາ​ຮ່າງກາຍ​ຂອງ​ເຮົາ​ໄປ​ສູ່​ຄວາມຍາກລຳບາກ​ເພື່ອ​ເຮົາ​ຈະ​ໂອ້ອວດ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ, ເຮົາ​ກໍ​ບໍ່​ໄດ້​ປະໂຫຍດ​ຫຍັງ.


ຄວາມຮັກ​ບໍ່​ມີ​ວັນ​ສູນສິ້ນ​ໄປ ເຖິງ​ວ່າ​ການ​ເຜີຍ​ພຣະຄຳ​ຈະ​ຖືກ​ຍົກເລີກ, ການ​ເວົ້າ​ພາສາ​ແປກໆ​ຈະ​ງຽບ​ໄປ, ຄວາມຮູ້​ຈະ​ສູນ​ຫາຍ​ໄປ.


ຝ່າຍ​ຜູ້ທຳນວາຍ​ນັ້ນ ໃຫ້​ກ່າວ​ແຕ່​ສອງ ຫລື ສາມ​ຄົນ ແລະ ຄົນ​ອື່ນໆ​ຈະ​ຕ້ອງ​ພິຈາລະນາ​ສິ່ງ​ທີ່​ກ່າວ​ມາ​ນັ້ນ​ໃຫ້​ດີ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ກະຕືລືລົ້ນ​ທີ່​ຈະ​ທຳນວາຍ ແລະ ຢ່າ​ຫ້າມ​ການ​ເວົ້າ​ພາສາ​ແປກໆ.


ຜູ້ໃດ​ທີ່​ເວົ້າ​ພາສາ​ແປກໆ​ກໍ​ເວົ້າ​ເພື່ອ​ເສີມສ້າງ​ຕົນເອງ, ແຕ່​ຜູ້​ທີ່​ທຳນວາຍ​ກໍ​ເສີມສ້າງ​ຄຣິສຕະຈັກ.


ຈົ່ງ​ຟັງ ເຮົາ​ຈະ​ບອກ​ຂໍ້​ເລິກລັບ​ແກ່​ພວກເຈົ້າ​ວ່າ: ພວກເຮົາ​ທັງຫລາຍ​ຈະ​ບໍ່​ຫລັບ​ໄປ​ໝົດ​ທຸກຄົນ ແຕ່​ພວກເຮົາ​ທັງໝົດ​ຈະ​ໄດ້​ຮັບ​ການປ່ຽນແປງ


ຖ້າ​ຜູ້ໃດ​ບໍ່​ຮັກ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ຜູ້​ນັ້ນ​ຖືກ​ສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດ​ມາ​ເທີ້ນ!


ດັ່ງນີ້​ແຫລະ ພວກເຈົ້າ​ຄວນ​ຈະ​ຖື​ພວກເຮົາ​ວ່າ: ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ທີ່​ໄດ້ຮັບ​ມອບໝາຍ​ສິ່ງ​ເລິກລັບ​ຂອງ​ພຣະເຈົ້າ​ທີ່​ໄດ້​ເປີດເຜີຍ​ນັ້ນ.


ການ​ທີ່​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ສຳຄັນ​ຫຍັງ. ແຕ່​ສິ່ງ​ສຳຄັນ​ແມ່ນ​ການປະຕິບັດ​ຕາມ​ພຣະບັນຍັດ​ຂອງ​ພຣະເຈົ້າ.


ດັ່ງນັ້ນ ເລື່ອງ​ການ​ກິນ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ​ນັ້ນ ພວກເຮົາ​ກໍ​ຮູ້​ຢູ່​ວ່າ “ຮູບເຄົາລົບ​ນັ້ນ​ບໍ່​ມີ​ຄວາມໝາຍ​ຫຍັງ​ໝົດ​ໃນ​ໂລກ” ແລະ “ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ”.


ເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ຄົນໂງ່​ແລ້ວ, ແຕ່​ພວກເຈົ້າ​ກໍ​ເປັນ​ຜູ້​ກົດດັນ​ໃຫ້​ເຮົາ​ເປັນ​ຢ່າງນີ້. ພວກເຈົ້າ​ທັງຫລາຍ​ສົມຄວນ​ຈະ​ຍົກຍ້ອງ​ເຮົາ ເພາະ​ເຖິງແມ່ນ​ວ່າ​ເຮົາ​ຈະ​ບໍ່​ມີ​ສິ່ງໃດ​ດີເດັ່ນ ແຕ່​ເຮົາ​ກໍ​ບໍ່​ໄດ້​ຕໍ່າຕ້ອຍ​ໄປ​ກວ່າ “ບັນດາ​ອັກຄະສາວົກ​ຊັ້ນສູງ”.


ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ວ່າ, ຈົ່ງ​ດຳເນີນຊີວິດ​ຕາມ​ພຣະວິນຍານ ແລະ ພວກເຈົ້າ​ຈະ​ບໍ່​ເຮັດຕາມ​ຄວາມປາຖະໜາ​ຂອງ​ເນື້ອໜັງ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ຖ້າ​ຜູ້ໃດ​ຄິດ​ວ່າ​ຕົນເອງ​ເປັນ​ຄົນ​ສຳຄັນ​ທັງ​ທີ່​ບໍ່​ສຳຄັນ, ພວກເຂົາ​ກໍ​ຫລອກລວງ​ຕົນເອງ.


ເມື່ອ​ພວກເຈົ້າ​ອ່ານ​ແລ້ວ​ກໍ​ຈະ​ເຂົ້າໃຈ​ເຖິງ​ຄວາມຮູ້ແຈ້ງ​ຂອງ​ເຮົາ​ໃນ​ຄວາມລັບເລິກ​ຂອງ​ພຣະຄຣິດເຈົ້າ,


ແລະ ຂໍ​ໃຫ້​ອະທິຖານ​ເພື່ອ​ເຮົາ​ດ້ວຍ, ເພື່ອ​ວ່າ​ເມື່ອ​ໃດ​ທີ່​ເຮົາ​ກ່າວ ພຣະອົງ​ຈະ​ໃຫ້​ຖ້ອຍຄຳ​ແກ່​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ກ້າຫານ​ໃນ​ການ​ເຮັດ​ໃຫ້​ຄວາມເລິກລັບ​ຂອງ​ຂ່າວປະເສີດ​ເປັນ​ທີ່​ຮູ້ຈັກ,


ພຣະຄຳ​ນີ້​ຄື​ຂໍ້ຄວາມ​ອັນ​ເລິກລັບ​ທີ່​ຖືກ​ປິດບັງ​ໄວ້​ຕະຫລອດ​ຫລາຍ​ຍຸກ ແລະ ຫລາຍ​ເຊັ່ນ​ຄົນ, ແຕ່​ບັດນີ້​ໄດ້​ເປີດເຜີຍ​ໃຫ້​ແກ່​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ຜູ້​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເພາະ​ພຣະເຈົ້າ​ເປັນ​ຄວາມຮັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka