Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 13:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແຕ່​ເມື່ອ​ຄວາມສົມບູນ​ມາ​ເຖິງ​ແລ້ວ, ສິ່ງ​ທີ່​ເປັນ​ບາງສ່ວນ​ນັ້ນ​ກໍ​ຈະ​ສູນຫາຍ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແຕ່​ເມື່ອ​ຄວາມ​ສົມບູນ​ມາ​ເຖິງ​ແລ້ວ ຄວາມ​ບົກພ່ອງ​ນັ້ນ​ກໍ​ຈະ​ຖືກ​ຍົກເລີກ​ເສຍ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 13:10
9 Jak'a apnaqawi uñst'ayäwi  

ເມື່ອ​ເຮົາ​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ, ເຮົາ​ກໍ​ເວົ້າ​ຄື​ເດັກນ້ອຍ, ເຮົາ​ກໍ​ຄິດ​ຄື​ເດັກນ້ອຍ, ເຮົາ​ກໍ​ໃຊ້​ເຫດຜົນ​ຄື​ເດັກນ້ອຍ. ແຕ່​ເມື່ອ​ເຮົາ​ກາຍເປັນ​ຜູ້ໃຫຍ່​ແລ້ວ, ເຮົາ​ກໍ​ຖິ້ມ​ວິຖີ​ຊີວິດ​ໄວ​ເດັກນ້ອຍ​ໄວ້​ເບື້ອງຫລັງ​ເຮົາ.


ເພາະວ່າ​ເວລາ​ນີ້ ພວກເຮົາ​ເຫັນ​ແຕ່​ເງົາ​ສະທ້ອນ​ເໝືອນ​ເບິ່ງ​ໃນ​ແວ່ນ; ໃນ​ເວລາ​ນັ້ນ​ພວກເຮົາ​ຈະ​ເຫັນ​ກັນ​ໜ້າຕໍ່ໜ້າ. ໃນ​ເວລາ​ນີ້​ເຮົາ​ຮູ້ຈັກ​ພຽງ​ບາງສ່ວນ; ໃນ​ເວລາ​ນັ້ນ​ເຮົາ​ຈະ​ຮູ້ຈັກ​ທຸກສິ່ງ, ແຕ່​ເໝືອນດັ່ງ​ເຮົາ​ເປັນ​ທີ່​ຮູ້ຈັກ​ຢ່າງ​ສົມບູນ​ແລ້ວ.


ເພາະ​ພວກເຮົາ​ຮູ້​ພຽງ​ແຕ່​ບາງສ່ວນ ແລະ ພວກເຮົາ​ກໍ​ເຜີຍ​ພຣະຄຳ​ພຽງ​ແຕ່​ບາງສ່ວນ,


ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ສິ່ງ​ທັງໝົດ​ນີ້​ແລ້ວ ຫລື ໄດ້​ໄປ​ເຖິງ​ເປົ້າໝາຍ​ຂອງ​ເຮົາ​ແລ້ວ, ແຕ່​ເຮົາ​ມຸ່ງໜ້າ​ຕໍ່ໄປ​ເພື່ອ​ຮັບເອົາ​ສິ່ງ​ທີ່​ພຣະຄຣິດເຈົ້າເຢຊູ​ໄດ້​ຮັບເອົາ​ໄວ້​ສຳລັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka