Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 13:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຖ້າຫາກ​ວ່າ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຈະ​ເປັນ​ພາສາ​ມະນຸດ ຫລື ພາສາ​ເທວະດາ, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ເປັນ​ພຽງ​ຄ້ອງ ຫລື ແຊ່ງ​ທີ່​ກຳລັງ​ສົ່ງສຽງ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເຖິງ​ແມ່ນ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້ ຈະ​ເປັນ​ພາສາ​ມະນຸດ ຫລື​ພາສາ​ຂອງ​ເທວະດາ​ກໍຕາມ, ແຕ່​ບໍ່ມີ​ຄວາມຮັກ ການ​ເວົ້າ​ຂອງເຮົາ ກໍ​ເປັນ​ເໝືອນ​ສຽງ​ຄ້ອງ​ແລະ​ສຽງ​ແຊ່ງ​ທີ່​ດັງ​ອຶກກະທຶກ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 13:1
22 Jak'a apnaqawi uñst'ayäwi  

“ພຣະອົງ​ກໍ​ຈະ​ຕອບ​ພວກເຂົາ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ບໍ່​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ຄົນ​ເຫລົ່ານີ້ ພວກເຈົ້າ​ກໍ​ບໍ່​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.


ແລະ ໝາຍສຳຄັນ​ເຫລົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ເຮົາ, ພວກເຂົາ​ຈະ​ເວົ້າ​ພາສາ​ໃໝ່ໆ​ໄດ້,


ຖ້າ​ພີ່ນ້ອງ​ຂອງ​ພວກເຈົ້າ​ເປັນທຸກໃຈ​ເພາະ​ສິ່ງ​ທີ່​ພວກເຈົ້າ​ກິນ ພວກເຈົ້າ​ກໍ​ບໍ່​ໄດ້​ປະພຶດ​ຕົນ​ດ້ວຍ​ຄວາມຮັກ​ອີກ​ຕໍ່ໄປ. ຢ່າ​ໃຫ້​ການກິນ​ຂອງ​ພວກເຈົ້າ​ທຳລາຍ​ຄົນ​ທີ່​ພຣະຄຣິດເຈົ້າ​ໄດ້​ຕາຍ​ແທນ​ນັ້ນ​ຕ້ອງ​ຈິບຫາຍ​ໄປ.


ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ລິດອຳນາດ​ອັນ​ອັດສະຈັນ, ໃຫ້​ຄົນ​ໜຶ່ງ​ທຳນວາຍ​ໄດ້, ໃຫ້​ຄົນ​ໜຶ່ງ​ຈຳແນກ​ລະຫວ່າງ​ວິນຍານ​ຕ່າງໆ​ໄດ້, ໃຫ້​ຄົນ​ໜຶ່ງ​ສາມາດ​ເວົ້າ​ພາສາ​ແປກໆ ແລະ ໃຫ້​ຄົນ​ໜຶ່ງ​ແປ​ພາສາ​ແປກໆ​ໄດ້.


ແລະ ຖ້າ​ຫູ​ຈະ​ເວົ້າ​ວ່າ, “ເພາະ​ຂ້ອຍ​ບໍ່​ແມ່ນ​ຕາ, ຂ້ອຍ​ຈຶ່ງ​ບໍ່​ໄດ້​ເປັນ​ຂອງ​ຮ່າງກາຍ​ນັ້ນ”, ນັ້ນ​ບໍ່​ແມ່ນ​ເຫດຜົນ​ທີ່​ເຮັດ​ໃຫ້​ຫູ​ບໍ່​ໄດ້​ເປັນ​ອະໄວຍະວະ​ຂອງ​ຮ່າງກາຍ​ນັ້ນ.


ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ໂດຍ​ທາງ​ພຣະວິນຍານ, ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ຄວາມຮູ້​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ,


ຄວາມຮັກ​ບໍ່​ມີ​ວັນ​ສູນສິ້ນ​ໄປ ເຖິງ​ວ່າ​ການ​ເຜີຍ​ພຣະຄຳ​ຈະ​ຖືກ​ຍົກເລີກ, ການ​ເວົ້າ​ພາສາ​ແປກໆ​ຈະ​ງຽບ​ໄປ, ຄວາມຮູ້​ຈະ​ສູນ​ຫາຍ​ໄປ.


ເພາະ​ຜູ້ໃດ​ທີ່​ເວົ້າ​ພາສາ​ແປກໆ​ກໍ​ບໍ່​ໄດ້​ເວົ້າ​ຕໍ່​ມະນຸດ ແຕ່​ເວົ້າ​ຕໍ່​ພຣະເຈົ້າ. ແທ້ຈິງ​ແລ້ວ, ບໍ່​ມີ​ຜູ້ໃດ​ເຂົ້າໃຈ​ສິ່ງ​ທີ່​ພວກເຂົາ​ເວົ້າ, ພວກເຂົາ​ກຳລັງ​ເວົ້າ​ຂໍ້ເລິກລັບ​ໂດຍ​ທາງ​ພຣະວິນຍານ.


ຜູ້ໃດ​ທີ່​ເວົ້າ​ພາສາ​ແປກໆ​ກໍ​ເວົ້າ​ເພື່ອ​ເສີມສ້າງ​ຕົນເອງ, ແຕ່​ຜູ້​ທີ່​ທຳນວາຍ​ກໍ​ເສີມສ້າງ​ຄຣິສຕະຈັກ.


ເຮົາ​ຢາກ​ໃຫ້​ທຸກໆ​ຄົນ​ໃນ​ພວກເຈົ້າ​ເວົ້າ​ພາສາ​ແປກໆ​ໄດ້, ແຕ່​ຫລາຍກວ່າ​ນັ້ນ ເຮົາ​ຢາກ​ໃຫ້​ພວກເຈົ້າ​ທຳນວາຍ​ໄດ້. ຜູ້​ທີ່​ທຳນວາຍ​ນັ້ນ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ທີ່​ເວົ້າ​ພາສາ​ແປກໆ, ເວັ້ນໄວ້​ແຕ່​ຜູ້ໃດຜູ້ໜຶ່ງ​ແປ​ພາສາ​ນັ້ນ​ໄດ້, ເພື່ອ​ວ່າ​ຄຣິສຕະຈັກ​ຈະ​ໄດ້ຮັບ​ການເສີມສ້າງ.


ເລື່ອງ​ອາຫານ​ທີ່​ໄດ້​ບູຊາ​ແກ່​ຮູບເຄົາລົບ​ແລ້ວ: ພວກເຮົາ​ຮູ້​ວ່າ “ພວກເຮົາ​ທຸກຄົນ​ລ້ວນ​ແຕ່​ມີ​ຄວາມຮູ້”. ແຕ່​ຄວາມຮູ້​ນັ້ນ​ເຮັດ​ໃຫ້​ອວດໂຕ ຂະນະ​ທີ່​ຄວາມຮັກ​ເສີມສ້າງ​ຂຶ້ນ.


ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ເມືອງ​ສຸກຂະເສີມ ແລະ ໄດ້​ຍິນ​ສິ່ງ​ຕ່າງໆ​ທີ່​ບໍ່​ສາມາດ​ບັນຍາຍ​ໄດ້, ເປັນ​ສິ່ງ​ທີ່​ບໍ່​ອະນຸຍາດ​ໃຫ້​ຄົນໃດ​ເປີດເຜີຍ.


ແຕ່​ຜົນ​ຂອງ​ພຣະວິນຍານ​ນັ້ນ​ຄື​ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່,


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ເປົ້າໝາຍ​ຂອງ​ຄຳສັ່ງ​ນີ້​ຄື​ຄວາມຮັກ ເຊິ່ງ​ມາ​ຈາກ​ໃຈ​ບໍລິສຸດ, ຈາກ​ຈິດສຳນຶກ​ທີ່​ດີ ແລະ ຈາກ​ຄວາມເຊື່ອ​ຢ່າງ​ຈິງໃຈ.


ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.


ເພາະ​ພວກເຂົາ​ເວົ້າ​ລ້າໆ, ເວົ້າ​ຄຳ​ໂອ້ອວດ ແລະ ໃຊ້​ຄວາມປາຖະໜາ​ຂອງ​ເນື້ອໜັງ​ດຶງດູດ​ຄົນ​ທັງຫລາຍ​ທີ່​ຫາ​ກໍ​ໜີ​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ໃນ​ທາງ​ທີ່​ຜິດ.


ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ເໝືອນ​ສຽງ​ນ້ຳ​ໄຫລແຮງ ແລະ ສຽງ​ຟ້າຮ້ອງ​ດັງ​ກ້ອງສະໜັ່ນ. ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ນັ້ນ​ເໝືອນ​ສຽງ​ທີ່​ບັນດາ​ນັກດີດ​ພິນ​ກຳລັງ​ບັນເລງ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka