Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 12:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ​ໂດຍ​ທາງ​ພຣະວິນຍານ, ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ຖ້ອຍຄຳ​ແຫ່ງ​ຄວາມຮູ້​ໂດຍ​ພຣະວິນຍານ​ອົງ​ດຽວ​ກັນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ພຣະເຈົ້າ​ຊົງ​ປະທານ​ໂດຍ​ທາງ​ພຣະວິນຍານ ໃຫ້​ຄົນ​ໜຶ່ງ​ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ວິຊາ​ຄວາມຮູ້, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 12:8
30 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເພາະວ່າ​ຄວາມເລິກລັບ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ພວກເຈົ້າ​ຮູ້​ໄດ້, ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ໃຫ້​ຮູ້.


ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ ເຮົາ​ແນ່ໃຈ​ວ່າ​ພວກເຈົ້າ​ເອງ​ບໍລິບູນ​ດ້ວຍ​ຄວາມດີ, ເຕັມ​ໄປ​ດ້ວຍ​ຄວາມຮູ້ ແລະ ສາມາດ​ສັ່ງສອນ​ກັນແລະກັນ​ໄດ້.


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ເພາະ​ໃນ​ພຣະອົງ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ຄວາມຈະເລີນ​ຂຶ້ນ​ໃນ​ທຸກດ້ານ ຄື​ດ້ວຍ​ວາຈາ​ທຸກ​ປະເພດ ແລະ ດ້ວຍ​ຄວາມຮູ້​ທຸກຢ່າງ​ຂອງ​ພວກເຈົ້າ


ຖ້າຫາກ​ວ່າ​ເຮົາ​ມີ​ຂອງປະທານ​ໃນ​ການທຳນວາຍ ສາມາດ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ ແລະ ຄວາມຮູ້​ທັງໝົດ, ແລະ ຖ້າ​ເຮົາ​ມີ​ຄວາມເຊື່ອ​ທີ່​ສາມາດ​ເຄື່ອນ​ພູເຂົາ​ໄດ້, ແຕ່​ບໍ່​ມີ​ຄວາມຮັກ ເຮົາ​ກໍ​ບໍ່​ມີ​ຄ່າ​ອັນໃດ.


ຄວາມຮັກ​ບໍ່​ມີ​ວັນ​ສູນສິ້ນ​ໄປ ເຖິງ​ວ່າ​ການ​ເຜີຍ​ພຣະຄຳ​ຈະ​ຖືກ​ຍົກເລີກ, ການ​ເວົ້າ​ພາສາ​ແປກໆ​ຈະ​ງຽບ​ໄປ, ຄວາມຮູ້​ຈະ​ສູນ​ຫາຍ​ໄປ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຈະ​ເວົ້າ​ຢ່າງໃດ? ເມື່ອ​ພວກເຈົ້າ​ມາ​ເຕົ້າໂຮມກັນ ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ມີ​ບົດເພງ ຫລື ມີ​ຖ້ອຍຄຳ​ຂອງ​ການສັ່ງສອນ, ມີ​ຄຳ​ເປີດເຜີຍ, ພາສາ​ແປກໆ ຫລື ການແປ​ພາສາ​ແປກໆ. ທຸກສິ່ງ​ນີ້​ຕ້ອງ​ໄດ້​ເຮັດ​ເພື່ອ​ໃຫ້​ຄຣິສຕະຈັກ​ຈະເລີນ​ຂຶ້ນ.


ບັດນີ້, ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ແລະ ເວົ້າ​ພາສາ​ແປກໆ, ພວກເຈົ້າ​ຈະ​ໄດ້ຮັບ​ປະໂຫຍດ​ອັນໃດ​ຈາກ​ເຮົາ? ນອກຈາກ​ວ່າ ເຮົາ​ຈະ​ນໍາເອົາ​ການ​ເປີດເຜີຍ ຫລື ຄວາມຮູ້ ຫລື ການ​ເປີດ​ເຜີຍ​ພຣະຄຳ ຫລື ຄຳສັ່ງສອນ​ມາ​ໃຫ້​ພວກເຈົ້າ.


ດ້ວຍວ່າ ຜູ້ໃດ​ນໍ​ຈະ​ຮູ້​ຄວາມຄິດ​ຂອງ​ມະນຸດ​ໄດ້ ເວັ້ນໄວ້​ແຕ່​ຈິດວິນຍານ​ທີ່​ຢູ່​ໃນ​ມະນຸດ​ຜູ້​ນັ້ນ? ໃນ​ວິທີ​ດຽວກັນ ບໍ່​ມີ​ຜູ້ໃດ​ຮູ້​ຄວາມຄິດ​ຂອງ​ພຣະເຈົ້າ​ໄດ້ ນອກຈາກ​ພຣະວິນຍານ​ຂອງ​ພຣະເຈົ້າ.


ເພາະວ່າ “ຜູ້ໃດ​ນໍ ຮູ້​ຈິດໃຈ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້ ເພື່ອ​ວ່າ​ຈະ​ໃຫ້​ຄຳແນະນຳ​ແກ່​ພຣະອົງ​ໄດ້?” ແຕ່​ພວກເຮົາ​ມີ​ຈິດໃຈ​ຂອງ​ພຣະຄຣິດເຈົ້າ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ເຖິງ​ວ່າ​ເຮົາ​ຈະ​ບໍ່​ແມ່ນ​ນັກເວົ້າ​ທີ່​ໄດ້​ຮັບ​ການຝຶກຝົນ ແຕ່​ເຮົາ​ກໍ​ມີ​ຄວາມຮູ້. ພວກເຮົາ​ກໍ​ໄດ້​ສະແດງ​ແກ່​ພວກເຈົ້າ​ຢ່າງ​ຈະແຈ້ງ​ແລ້ວ​ໃນ​ທຸກ​ທາງ.


ແຕ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຜູ້​ນຳພາ​ພວກເຮົາ​ເໝືອນດັ່ງ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະຄຣິດເຈົ້າ​ຕະຫລອດ​ມາ ແລະ ໃຊ້​ພວກເຮົາ​ເພື່ອ​ກະຈາຍ​ກິ່ນຫອມ​ແຫ່ງ​ຄວາມຮູ້ຈັກ​ພຣະອົງ​ຢູ່​ທົ່ວທຸກບ່ອນ.


ເພາະ​ພຣະເຈົ້າ​ຜູ້​ກ່າວ​ວ່າ, “ໃຫ້​ຄວາມສະຫວ່າງ​ສ່ອງ​ອອກມາ​ຈາກ​ຄວາມມືດ” ໄດ້​ໃຫ້​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ມີ​ຄວາມສະຫວ່າງ​ແຫ່ງ​ຄວາມຮູ້​ເຖິງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ທີ່​ໄດ້​ສຳແດງ​ໃນ​ເທິງ​ໃບ​ໜ້າ​ຂອງ​ພຣະຄຣິດເຈົ້າ.


ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;


ແຕ່​ເນື່ອງຈາກ​ວ່າ ພວກເຈົ້າ​ດີເລີດ​ໃນ​ທຸກສິ່ງ ບໍ່​ວ່າ​ໃນ​ຄວາມເຊື່ອ, ໃນ​ວາຈາ, ໃນ​ຄວາມຮູ້, ໃນ​ຄວາມ​ກະຕືລືລົ້ນ​ຢ່າງ​ເຕັມທີ່ ແລະ ໃນ​ຄວາມຮັກ​ທີ່​ພວກເຮົາ​ມີ​ຕໍ່​ພວກເຈົ້າ​ນັ້ນ ກໍ​ເຫັນ​ວ່າ​ພວກເຈົ້າ​ດີເລີດ​ໃນ​ການໃຫ້​ດ້ວຍ​ຄວາມເມດຕາ​ນີ້​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka