Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 12:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຂອງປະທານ​ມີ​ຫລາຍ​ຢ່າງ​ແຕກຕ່າງກັນ, ແຕ່​ມີ​ພຣະວິນຍານ​ອົງ​ດຽວ​ກັນ​ເປັນ​ຜູ້​ມອບ​ໃຫ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ຂອງ​ປະທານ​ຈາກ​ພຣະວິນຍານ​ນັ້ນ ມີ​ຢູ່​ຫລາຍ​ຢ່າງ​ດ້ວຍ​ກັນ, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 12:4
11 Jak'a apnaqawi uñst'ayäwi  

ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ກ່ຽວກັບ​ຂອງປະທານ​ຝ່າຍ​ພຣະວິນຍານ.


ແລະ ໃນ​ຄຣິສຕະຈັກ ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ອັກຄະສາວົກ​ເປັນ​ອັນດັບ​ທຳອິດ, ອັນດັບ​ທີ​ສອງ​ຄື​ຜູ້ທຳນວາຍ, ອັນດັບ​ທີ​ສາມ​ຄື​ອາຈານ, ຈາກ​ນັ້ນ​ກໍ​ຄື​ຜູ້​ເຮັດ​ການ​ອັດສະຈັນ​ຕ່າງໆ, ຜູ້​ມີ​ຂອງປະທານ​ໃນ​ການ​ປິ່ນປົວພະຍາດ, ຜູ້​ສາມາດ​ຊ່ວຍເຫລືອ​ຜູ້​ອື່ນ, ຜູ້​ມີ​ຂອງປະທານ​ໃນ​ການບໍລິຫານ​ງານ ແລະ ຜູ້​ເວົ້າ​ພາສາ​ແປກໆ.


ງານຮັບໃຊ້​ມີ​ຫລາຍ​ຢ່າງ​ແຕກຕ່າງກັນ, ແຕ່​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ​ກັນ.


ເຮົາ​ປາຖະໜາ​ໃຫ້​ທຸກຄົນ​ໃນ​ພວກເຈົ້າ​ເປັນ​ເໝືອນ​ດັ່ງ​ເຮົາ. ແຕ່​ວ່າ​ແຕ່ລະຄົນ​ໃນ​ພວກເຈົ້າ​ນັ້ນ​ມີ​ຂອງປະທານ​ຈາກ​ພຣະເຈົ້າ​ເປັນ​ຂອງ​ຕົນເອງ; ຄົນ​ໜຶ່ງ​ມີ​ຂອງປະທານ​ຢ່າງນີ້ ອີກ​ຄົນ​ໜຶ່ງ​ມີ​ຂອງປະທານ​ຢ່າງນັ້ນ.


ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,


ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.


ແຕ່ລະຄົນ​ຄວນ​ໃຊ້​ຂອງປະທານ​ທີ່​ຕົນ​ໄດ້​ຮັບ​ມາ​ນັ້ນ​ຮັບໃຊ້​ຜູ້​ອື່ນ, ບໍລິຫານ​ຂອງປະທານ​ແຫ່ງ​ພຣະຄຸນ​ຂອງ​ພຣະເຈົ້າ​ໃນ​ຮູບແບບ​ຕ່າງໆ​ທີ່​ໄດ້​ຮັບ​ມາ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka