Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 10:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແລະ ໄດ້​ດື່ມນໍ້າ​ທິບ​ຝ່າຍ​ວິນຍານ​ຄືກັນ, ພວກເພິ່ນ​ໄດ້​ດື່ມນ້ຳ​ຈາກ​ສີລາ​ຝ່າຍ​ວິນຍານ​ທີ່​ຮ່ວມ​ເດີນທາງ​ມາ​ກັບ​ພວກເພິ່ນ ແລະ ສີລາ​ນັ້ນ​ກໍ​ຄື​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ແລະ​ໄດ້​ດື່ມ​ນໍ້າ​ທິບ​ຢ່າງ​ດຽວກັນ. ດ້ວຍວ່າ, ພວກເພິ່ນ​ໄດ້​ດື່ມ​ນໍ້າ​ທີ່​ໄຫລ​ອອກ​ມາ​ຈາກ​ສີລາ​ສັກສິດ​ທີ່​ຕາມ​ພວກເພິ່ນ​ໄປ ສີລາ​ສັກສິດ​ນັ້ນ ກໍ​ຄື​ພຣະຄຣິດ​ນັ້ນ​ເອງ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 10:4
23 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ຂອງຂວັນ​ທີ່​ພຣະເຈົ້າ​ມອບ​ໃຫ້ ແລະ ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມນ້ຳ​ຈາກ​ເຈົ້າ, ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ ເພິ່ນ​ຈະ​ໃຫ້​ນ້ຳ​ທີ່​ມີຊີວິດ​ແກ່​ເຈົ້າ”.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ໃນ​ວັນ​ສຸດທ້າຍ ແລະ ເປັນ​ວັນ​ສຳຄັນ​ທີ່ສຸດ​ຂອງ​ເທດສະການ, ພຣະເຢຊູເຈົ້າ​ໄດ້​ຢືນ​ຂຶ້ນ ແລະ ກ່າວ​ດ້ວຍ​ສຽງດັງ​ວ່າ, “ຖ້າ​ຜູ້ໃດ​ຫິວນ້ຳ​ໃຫ້​ມາ​ຫາ​ເຮົາ ແລະ ດື່ມ.


ບັດນີ້ ນາງ​ຮາກາ​ໝາຍ​ເຖິງ​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ ແລະ ກົງ​ກັບ​ນະຄອນ​ເຢຣູຊາເລັມ​ໃນ​ປັດຈຸບັນ ເພາະວ່າ​ນາງ​ກັບ​ບັນດາ​ລູກ​ຂອງ​ນາງ​ເປັນ​ຂ້າທາດ​ຢູ່.


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເງົາ​ຂອງ​ສິ່ງ​ທີ່​ຈະ​ມາ​ພາຍຫລັງ ສ່ວນ​ຄວາມຈິງ​ແທ້​ແມ່ນ​ພົບ​ຢູ່​ໃນ​ພຣະຄຣິດເຈົ້າ.


ກົດບັນຍັດ​ເປັນ​ພຽງແຕ່​ເງົາ​ຂອງ​ສິ່ງ​ປະເສີດ​ທັງຫລາຍ​ທີ່​ກຳລັງ​ຈະ​ມາ​ເຖິງ ບໍ່ແມ່ນ​ຕົວຈິງ​ຂອງ​ສິ່ງ​ເຫລົ່ານັ້ນ. ດ້ວຍ​ເຫດ​ນີ້ ຈຶ່ງ​ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ເຝົ້າ​ນະມັດສະການ​ນັ້ນ​ສົມບູນ​ຄົບຖ້ວນ​ດ້ວຍ​ເຄື່ອງຖວາຍ​ບູຊາ​ແບບ​ເດີມ​ຊ້ຳກັນ ເຊິ່ງ​ຖວາຍແລ້ວ​ຖວາຍອີກ​ທຸກໆ​ປີ​ບໍ່​ສິ້ນສຸດ​ຈັກເທື່ອ.


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka