Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 10:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ແກ່​ພວກເຂົາ​ກໍ​ເພື່ອ​ເປັນ​ຕົວຢ່າງ ແລະ ໄດ້​ບັນທຶກ​ໄວ້​ເພື່ອ​ເປັນ​ການເຕືອນ​ພວກເຮົາ ຜູ້​ທີ່​ຢູ່​ໃນ​ຈຸດ​ສູງສຸດ​ຂອງ​ຍຸກ​ທີ່​ໄດ້​ມາເຖິງ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເຫດການ​ທັງໝົດ​ເຫຼົ່ານີ້ ໄດ້​ເກີດຂຶ້ນ​ແກ່​ບັນພະບຸລຸດ​ຂອງ​ພວກເຮົາ ກໍ​ເພື່ອ​ເປັນ​ຕົວຢ່າງ​ໃຫ້​ແກ່​ຜູ້​ອື່ນ ແລະ​ໄດ້​ບັນທຶກ​ເຫດການ​ທັງໝົດ​ນີ້​ໄວ້ ເພື່ອ​ເຕືອນ​ສະຕິ​ພວກເຮົາ ຊຶ່ງ​ຢູ່​ໃນ​ຍຸກ​ສຸດທ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 10:11
17 Jak'a apnaqawi uñst'ayäwi  

ແລະ ສັດຕູ​ຜູ້​ທີ່​ຫວ່ານ​ເຂົ້ານົກ​ນັ້ນ​ແມ່ນ​ມານຮ້າຍ. ເວລາ​ເກັບ​ກ່ຽວ​ແມ່ນ​ຄາວສຸດທ້າຍ ແລະ ຜູ້ເກັບກ່ຽວ​ແມ່ນ​ບັນດາ​ເທວະດາ.


“ເຂົ້ານົກ​ຖືກ​ຫລົກ​ເອົາ​ໄປ​ເຜົາ​ໄຟ​ຢ່າງໃດ ຄາວສຸດທ້າຍ​ກໍ​ຈະ​ເປັນ​ຢ່າງນັ້ນ.


ແລະ ຈົ່ງ​ເຮັດ​ຢ່າງ​ນີ້, ຈົ່ງ​ເຂົ້າໃຈ​ເວລາ​ປັດຈຸບັນ​ຄື ເຖິງ​ເວລາ​ແລ້ວ ທີ່​ພວກເຈົ້າ​ຈະ​ຕື່ນ​ຈາກ​ຫລັບ ເພາະວ່າ​ບັດນີ້ ຄວາມພົ້ນ​ຂອງ​ພວກເຮົາ​ແມ່ນ​ໃກ້​ເຂົ້າ​ມາ​ຫລາຍ​ຂຶ້ນ​ກວ່າ​ເວລາ​ທີ່​ພວກເຮົາ​ໄດ້​ເຊື່ອ​ໃນ​ຕອນທຳອິດ.


ກາງຄືນ​ໃກ້​ຈະ​ໝົດ​ໄປ ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ດັ່ງນັ້ນ ໃຫ້​ພວກເຮົາ​ຖອດ​ພຶດຕິກຳ​ຂອງ​ຄວາມມືດ​ອອກໄປ ແລະ ສວມ​ຍຸດທະພັນ​ຂອງ​ຄວາມສະຫວ່າງ.


ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.


ຄຳ​ວ່າ “ຖືວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ” ນີ້ ບໍ່​ໄດ້​ຂຽນ​ໄວ້​ສຳລັບ​ເພິ່ນ​ຜູ້​ດຽວ,


ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ເປັນ​ຕົວຢ່າງ​ເພື່ອ​ຮັກສາ​ພວກເຮົາ​ຈາກ​ການຕັ້ງ​ໃຈ​ຂອງ​ພວກເຮົາ​ໃສ່​ສິ່ງ​ຊົ່ວຮ້າຍ​ເໝືອນດັ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝາຍຄວາມ​ວ່າ ເວລາ​ກໍ​ເຫລືອ​ສັ້ນ​ເຂົ້າ​ມາ​ແລ້ວ. ຕັ້ງແຕ່​ນີ້​ໄປ ບັນດາ​ຄົນ​ທີ່​ມີ​ເມຍ​ແລ້ວ ກໍ​ຄວນ​ດຳເນີນຊີວິດ​ເໝືອນ​ບໍ່​ມີ;


ແນ່ນອນ ພຣະອົງ​ກ່າວ​ຢ່າງນີ້​ກໍ​ເພື່ອ​ພວກເຮົາ ບໍ່ແມ່ນ​ບໍ? ແມ່ນ​ແລ້ວ ສິ່ງ​ນີ້​ຖືກ​ຂຽນ​ຂຶ້ນ​ກໍ​ເພື່ອ​ພວກເຮົາ​ທັງຫລາຍ, ເພາະວ່າ​ຜູ້ໃດ​ກໍ​ຕາມ​ທີ່​ໄຖ​ນາ ແລະ ຟາດເຂົ້າ​ກໍ​ຄວນ​ຈະ​ເຮັດ​ສິ່ງ​ນັ້ນ​ໂດຍ​ຄວາມຫວັງ​ຈະ​ໄດ້​ຮັບ​ສ່ວນແບ່ງ​ໃນ​ການເກັບກ່ຽວ.


ເລື່ອງ​ເຫລົ່ານີ້​ຖືກ​ຍົກຂຶ້ນ​ມາ​ເປັນ​ການ​ປຽບທຽບ​ຄື ແມ່ຍິງ​ນັ້ນ​ໝາຍ​ເຖິງ​ສອງ​ພັນທະສັນຍາ. ພັນທະສັນຍາ​ໜຶ່ງ​ມາ​ຈາກ​ພູເຂົາ​ຊີນາຍ ຄື​ນາງ​ຮາກາ​ທີ່​ໄດ້​ໃຫ້​ກຳເນີດ​ລູກ​ທີ່​ເປັນ​ຂ້າທາດ.


ຈົ່ງ​ໃຫ້​ຄວາມ​ສຸພາບອ່ອນໂຍນ​ຂອງ​ພວກເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ. ອົງພຣະຜູ້ເປັນເຈົ້າ​ຢູ່​ໃກ້​ແລ້ວ.


ຢ່າ​ໃຫ້​ພວກເຮົາ​ປະ​ການ​ປະຊຸມ​ກັນ​ເໝືອນດັ່ງ​ບາງ​ຄົນ​ເຮັດ​ເປັນ​ປະຈຳ, ແຕ່​ໃຫ້​ພວກເຮົາ​ໜູນໃຈ​ກັນ​ຫລາຍ​ຂຶ້ນ ແລະ ເຮັດ​ຢ່າງ​ນັ້ນ​ໃຫ້​ຫລາຍ​ຂຶ້ນ​ອີກ ເພາະ​ພວກເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ວັນ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


ເພາະວ່າ, “ໃນ​ອີກ​ບໍ່​ດົນ, ພຣະອົງ​ຜູ້​ທີ່​ກຳລັງ​ມາ​ກໍ​ຈະ​ມາ​ເຖິງ ແລະ ຈະ​ບໍ່​ຊັກຊ້າ”.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້​ເປັນ​ວາລະ​ສຸດທ້າຍ​ແລ້ວ; ແລະ ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ວ່າ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກຳລັງ​ມາ​ນັ້ນ, ແມ່ນ​ແຕ່​ບັດນີ້​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກໍ​ໄດ້​ມາ​ຫລາຍ​ແລ້ວ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ​ນີ້​ເປັນ​ວາລະ​ສຸດທ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka