Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 10:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮັບຮູ້​ຄວາມຈິງ​ທີ່​ວ່າ​ບັນພະບຸລຸດ​ຂອງ​ພວກເຮົາ​ທຸກຄົນ​ນັ້ນ​ໄດ້​ຢູ່​ພາຍໃຕ້​ເມກ ແລະ ພວກເພິ່ນ​ໄດ້​ຜ່ານ​ທະເລ​ໄປ​ທຸກຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ເສົາເມກ ແລະ​ຕ່າງ​ກໍໄດ້​ຜ່ານ​ທະເລແດງ​ໄປ​ທຸກຄົນ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 10:1
29 Jak'a apnaqawi uñst'ayäwi  

ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ໄດ້​ນະມັດສະການ​ທີ່​ພູ​ນີ້, ແຕ່​ພວກທ່ານ​ຊາວ​ຢິວ​ອ້າງ​ວ່າ​ບ່ອນ​ທີ່​ພວກຂ້ານ້ອຍ​ຄວນ​ນະມັດສະການ​ຕ້ອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ”.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.


ເພາະວ່າ ຖ້າ​ພຣະເຈົ້າ​ຍັງ​ບໍ່​ໄດ້​ລະເວັ້ນ​ກິ່ງ​ເດີມ​ໄວ້ ພຣະອົງ​ກໍ​ຈະ​ບໍ່​ລະເວັ້ນ​ເຈົ້າ​ໄວ້​ເໝືອນກັນ.


ແລະ ເພິ່ນ​ໄດ້​ຮັບ​ພິທີຕັດ​ເປັນ​ເຄື່ອງໝາຍ ເຊິ່ງ​ເປັນ​ຕາປະທັບ​ແຫ່ງ​ຄວາມຊອບທຳ​ທີ່​ເພິ່ນ​ໄດ້​ມາ​ໂດຍ​ຄວາມເຊື່ອ​ໃນ​ຂະນະ​ທີ່​ເພິ່ນ​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ. ດ້ວຍເຫດ​ນີ້ ເພິ່ນ​ຈຶ່ງ​ເປັນ​ບິດາ​ຂອງ​ຄົນ​ທັງຫລາຍ​ທີ່​ເຊື່ອ​ແຕ່​ຍັງ​ບໍ່​ໄດ້​ຮັບ​ພິທີຕັດ ເຊິ່ງ​ພຣະເຈົ້າ​ຖືວ່າ​ພວກເຂົາ​ເຫລົ່ານັ້ນ​ເປັນ​ຜູ້ຊອບທຳ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ກ່ຽວກັບ​ຂອງປະທານ​ຝ່າຍ​ພຣະວິນຍານ.


ແຕ່​ຖ້າ​ຜູ້ໃດ​ບໍ່​ຮັບຮູ້​ເລື່ອງ​ນີ້, ພວກເຂົາ​ເອງ​ກໍ​ຈະ​ບໍ່​ໄດ້​ຮັບ​ການຍອມຮັບ.


ຖ້າ​ພວກເຈົ້າ​ເປັນ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ພວກເຈົ້າ​ກໍ​ເປັນ​ເຜົ່າພັນ​ຂອງ​ອັບຣາຮາມ ແລະ ເປັນ​ຜູ້​ຮັບ​ມໍລະດົກ​ຕາມ​ສັນຍາ.


ໂດຍ​ຄວາມເຊື່ອ ປະຊາຊົນ​ຊາວ​ອິດສະຣາເອນ​ສາມາດ​ຍ່າງ​ຂ້າມ​ທະເລແດງ​ເໝືອນ​ກັບ​ວ່າ​ຍ່າງ​ເທິງ​ພື້ນດິນ​ແຫ້ງ, ແຕ່​ເມື່ອ​ຊາວເອຢິບ​ພະຍາຍາມ​ຈະ​ຂ້າມ​ໄປ​ເໝືອນກັນ ພວກເຂົາ​ກໍ​ຈົມນ້ຳ​ຕາຍ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka