1 ໂກຣິນໂທ 1:9 - ພຣະຄຳພີລາວສະບັບສະໄໝໃໝ່9 ພຣະເຈົ້າສັດຊື່ ຜູ້ທີ່ໄດ້ເອີ້ນພວກເຈົ້າທັງຫລາຍໃຫ້ເຂົ້າຮ່ວມສາມັກຄີທຳກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. Uka jalj uñjjattʼätaພຣະຄຳພີສັກສິ9 ພຣະເຈົ້າສັດຊື່ ພຣະອົງໄດ້ຊົງເອີ້ນພວກເຈົ້າໃຫ້ສຳພັນສະໜິດກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດເຈົ້າ ພຣະອົງເຈົ້າຂອງພວກເຮົາ. Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.