Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 1:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ແຕ່​ພວກເຮົາ​ເທດສະໜາ​ເລື່ອງ​ພຣະຄຣິດເຈົ້າ​ຜູ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ເຊິ່ງ​ເປັນ​ຫີນ​ທີ່​ສະດຸດ​ສຳລັບ​ຊາວ​ຢິວ ແລະ ຖືວ່າ​ເປັນ​ເລື່ອງ​ໂງ່​ສຳລັບ​ບັນດາ​ຄົນຕ່າງຊາດ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,

Uka jalj uñjjattʼäta Copia luraña




1 ໂກຣິນໂທ 1:23
22 Jak'a apnaqawi uñst'ayäwi  

ຜູ້ໃດ​ທີ່​ບໍ່​ສະດຸດ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ​ກໍ​ເປັນສຸກ”.


ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ. ຝ່າຍ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຜູ້ທຳນວາຍ​ບໍ່​ໄດ້​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນໄວ້​ແຕ່​ໃນ​ບ້ານເມືອງ ແລະ ໃນ​ຄອບຄົວ​ຂອງ​ຕົນ​ເອງ”.


ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,


ເພາະ​ຂໍ້ຄວາມ​ທີ່​ກ່ຽວກັບ​ໄມ້ກາງແຂນ​ນັ້ນ​ຖືວ່າ​ເປັນ​ເລື່ອງ​ໂງ່​ຕໍ່​ຄົນ​ທີ່​ກຳລັງ​ຈະ​ຈິບຫາຍ, ແຕ່​ຕໍ່​ພວກເຮົາ​ທີ່​ກຳລັງ​ຈະ​ພົ້ນ​ນັ້ນ ຖືວ່າ​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ.


ເພາະ​ໂດຍ​ປັນຍາ​ຂອງ​ພຣະເຈົ້າ​ນັ້ນ ໂລກ​ບໍ່​ອາດ​ຮູ້ຈັກ​ພຣະອົງ​ດ້ວຍ​ສະຕິປັນຍາ​ຂອງ​ຕົນ​ເອງ. ພຣະເຈົ້າ​ຈຶ່ງ​ພໍໃຈ​ທີ່​ຈະ​ຊ່ວຍ​ບັນດາ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ​ໂດຍ​ຄຳເທດສະໜາ​ເລື່ອງ​ທີ່​ຖືວ່າ​ໂງ່.


ພຣະເຈົ້າ​ໄດ້​ເລືອກ​ສິ່ງ​ທີ່​ຕ່ຳຕ້ອຍ​ຂອງ​ໂລກ ແລະ ສິ່ງ​ທີ່​ພວກເຂົາ​ດູໝິ່ນ ແລະ ສິ່ງ​ທີ່​ບໍ່​ສຳຄັນ​ຫຍັງ ເພື່ອ​ລຶບລ້າງ​ສິ່ງ​ທີ່​ໂລກ​ຖື​ວ່າ​ສຳຄັນ,


ຄົນ​ທີ່​ບໍ່​ມີ​ພຣະວິນຍານ ກໍ​ບໍ່​ສາມາດ​ຍອມຮັບ​ສິ່ງ​ທີ່​ມາ​ຈາກ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້ ແຕ່​ພວກເຂົາ​ຖືວ່າ​ສິ່ງ​ເຫລົ່ານີ້​ເປັນ​ເລື່ອງ​ໂງ່ ແລະ ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ ເພາະວ່າ​ຕ້ອງ​ອາໄສ​ການໄຈ້ແຍກ​ຝ່າຍຈິດວິນຍານ​ຈຶ່ງ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ​ໄດ້.


ເພາະ​ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຂະນະ​ທີ່​ເຮົາ​ຢູ່​ກັບ​ພວກເຈົ້າ ເຮົາ​ຈະ​ບໍ່​ໃສ່ໃຈ​ໃນ​ເລື່ອງ​ໃດ​ເລີຍ ນອກຈາກ​ເລື່ອງ​ຂອງ​ພຣະເຢຊູຄຣິດເຈົ້າ ແລະ ການ​ທີ່​ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ.


ພວກເຮົາ​ເປັນ​ຄົນໂງ່​ເພື່ອ​ເຫັນແກ່​ພຣະຄຣິດເຈົ້າ, ແຕ່​ພວກເຈົ້າ​ສະຫລາດ​ຫລາຍ​ໃນ​ພຣະຄຣິດເຈົ້າ! ພວກເຮົາ​ອ່ອນແອ, ແຕ່​ພວກເຈົ້າ​ເຂັ້ມແຂງ! ພວກເຈົ້າ​ມີ​ກຽດ, ແຕ່​ພວກເຮົາ​ບໍ່​ມີ​ກຽດ!


ເພາະ​ສິ່ງ​ທີ່​ພວກເຮົາ​ປະກາດ​ນັ້ນ​ບໍ່​ແມ່ນ​ພວກເຮົາເອງ, ແຕ່​ປະກາດ​ພຣະເຢຊູຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ.


ຊາວຄາລາເຕຍ​ຜູ້​ໂງ່ຈ້າ​ເອີຍ! ຜູ້ໃດ​ໃສ່​ຄາຖາ​ພວກເຈົ້າ? ພາບ​ທີ່​ພຣະເຢຊູຄຣິດເຈົ້າ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ​ກໍ​ຊັດເຈນ​ຢູ່​ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ເອີຍ ຖ້າ​ເຮົາ​ຍັງ​ເທດສະໜາ​ໃຫ້​ຮັບ​ພິທີຕັດ​ຢູ່ ເປັນຫຍັງ​ເຮົາ​ຍັງ​ຕ້ອງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ເລື່ອງ​ໄມ້ກາງແຂນ​ກໍ​ບໍ່​ຖືກ​ຕໍ່ຕ້ານ​ແລ້ວ.


ຂໍ​ຢ່າ​ໃຫ້​ເຮົາ​ອວດອ້າງ​ສິ່ງໃດ​ຍົກເວັ້ນ​ໃນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ໂດຍ​ໄມ້ກາງແຂນ​ນັ້ນ​ໂລກ​ຖືກ​ຄຶງ​ໄວ້​ສຳລັບ​ເຮົາ​ແລ້ວ ແລະ ເຮົາ​ຖືກ​ຄຶງ​ໄວ້​ສຳລັບ​ໂລກ​ແລ້ວ.


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka