1 ໂກຣິນໂທ 1:18 - ພຣະຄຳພີລາວສະບັບສະໄໝໃໝ່18 ເພາະຂໍ້ຄວາມທີ່ກ່ຽວກັບໄມ້ກາງແຂນນັ້ນຖືວ່າເປັນເລື່ອງໂງ່ຕໍ່ຄົນທີ່ກຳລັງຈະຈິບຫາຍ, ແຕ່ຕໍ່ພວກເຮົາທີ່ກຳລັງຈະພົ້ນນັ້ນ ຖືວ່າເປັນລິດອຳນາດຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ18 ເລື່ອງຄວາມຕາຍຂອງພຣະຄຣິດທີ່ໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບພວກທີ່ກຳລັງຈິບຫາຍໄປ, ແຕ່ສຳລັບພວກເຮົາທີ່ກຳລັງຮັບຄວາມພົ້ນນັ້ນ ຖືວ່າເປັນຣິດອຳນາດຂອງພຣະເຈົ້າ. Uka jalj uñjjattʼäta |
ມີນັກປັດຊະຍາຂອງພວກເອປີກູຣຽວ ແລະ ພວກຊະໂຕອິກກຸ່ມໜຶ່ງມາໂຕ້ຕອບກັບໂປໂລດ້ວຍ. ບາງຄົນໃນພວກເຂົາຖາມວ່າ, “ນັກເວົ້າຄົນນີ້ພະຍາຍາມຈະເວົ້າຫຍັງ?” ຄົນອື່ນໆເວົ້າວ່າ, “ເບິ່ງຄືລາວຈະນຳພະຕ່າງດ້າວມາເຜີຍແຜ່”. ທີ່ພວກເຂົາເວົ້າຢ່າງນີ້ກໍເພາະໂປໂລປະກາດຂ່າວປະເສີດເລື່ອງພຣະເຢຊູເຈົ້າ ແລະ ການເປັນຄືນມາຈາກຕາຍ.
ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ.