Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 1:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຮົາ​ບໍ່​ໄດ້​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ບັບຕິສະມາ​ຈາກ​ເຮົາ ນອກຈາກ​ທ່ານ​ກີສະໂປ ແລະ ທ່ານ​ໄຄໂຢ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ທີ່​ເຮົາ​ບໍ່ໄດ້​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ຮັບ​ບັບຕິສະມາ ນອກຈາກ​ທ່ານ​ກີສະໂປ ແລະ ທ່ານ​ໄຄໂຢ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 1:14
14 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເປໂຕ​ຈຶ່ງ​ສັ່ງ​ໃຫ້​ຄົນ​ເຫລົ່ານີ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ. ຫລັງຈາກ​ນັ້ນ ພວກເຂົາ​ກໍ​ຂໍ​ເປໂຕ​ໃຫ້​ພັກ​ຢູ່​ກັບ​ພວກເຂົາ​ອີກ​ສອງ​ສາມ​ມື້.


ຝ່າຍ​ກີສະໂປ ຫົວໜ້າ​ທຳມະສາລາ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ຕົນ​ກໍ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ; ແລະ ຊາວ​ໂກຣິນໂທ​ຫລາຍ​ຄົນ​ທີ່​ໄດ້​ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ​ນັ້ນ​ກໍ​ໄດ້​ເຊື່ອ ແລະ ຮັບ​ບັບຕິສະມາ.


ທ່ານ​ໄຄໂຢ ຜູ້​ທີ່​ມີ​ນໍ້າໃຈ​ຕ້ອນຮັບ​ເຮົາ​ກັບ​ທັງ​ຄຣິສຕະຈັກ​ບ່ອນ​ນີ້ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. ເອຣາຊະໂຕ ຜູ້​ອຳນວຍການ​ຝ່າຍ​ກິດຈະການ​ສາທາລະນະ​ຂອງ​ເມືອງ​ນີ້ ແລະ ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.


ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຜູ້ໃດ​ສາມາດ​ເວົ້າ​ໄດ້​ວ່າ​ພວກເຈົ້າ​ໄດ້​ບັບຕິສະມາ​ໃນ​ນາມ​ຂອງ​ເຮົາ.


ເຮົາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ເພາະ​ພຣະຄຸນ​ຂອງ​ພຣະອົງ​ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້​ຫລາຍ​ກວ່າ​ພວກເຈົ້າ​ທັງໝົດ.


ແຕ່​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຜູ້​ນຳພາ​ພວກເຮົາ​ເໝືອນດັ່ງ​ເປັນ​ຊະເລີຍ​ໃນ​ຂະບວນ​ແຫ່ງ​ໄຊຊະນະ​ຂອງ​ພຣະຄຣິດເຈົ້າ​ຕະຫລອດ​ມາ ແລະ ໃຊ້​ພວກເຮົາ​ເພື່ອ​ກະຈາຍ​ກິ່ນຫອມ​ແຫ່ງ​ຄວາມຮູ້ຈັກ​ພຣະອົງ​ຢູ່​ທົ່ວທຸກບ່ອນ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ຢູ່​ສະເໝີ​ສຳລັບ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ໃຫ້​ສັນຕິສຸກ​ຂອງ​ພຣະຄຣິດເຈົ້າ​ປົກຄອງ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ເພາະ​ພຣະເຈົ້າ​ເອີ້ນ​ພວກເຈົ້າ​ມາ​ເປັນ​ອະໄວຍະວະ​ຂອງ​ກາຍ​ດຽວ​ກັນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ສັນຕິສຸກ​ນີ້ ແລະ ຈົ່ງ​ມີ​ໃຈ​ຂອບພຣະຄຸນ.


ແລະ ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຮັດ ບໍ່​ວ່າ​ຈະ​ດ້ວຍ​ວາຈາ ຫລື ດ້ວຍ​ການກະທຳ ຈົ່ງ​ເຮັດ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ໂດຍ​ທາງ​ພຣະອົງ​ນັ້ນ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ໃນ​ທຸກ​ສະຖານະການ ເພາະ​ນີ້​ຄື​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທັງຫລາຍ​ໃນ​ພຣະຄຣິດເຈົ້າເຢຊູ.


ເຮົາ​ຂອບພຣະຄຸນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ກຳລັງ​ແກ່​ເຮົາ, ເພາະ​ພຣະອົງ​ເຫັນ​ວ່າ​ເຮົາ​ສັດຊື່​ຈຶ່ງ​ແຕ່ງຕັ້ງ​ເຮົາ​ໃຫ້​ຮັບໃຊ້​ພຣະອົງ.


ເມື່ອ​ເຮົາ​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ ເຮົາ​ກໍ​ຂອບພະຄຸນ​ພຣະເຈົ້າ​ຢູ່​ສະເໝີ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka