Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 1:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ໃນ​ສິ່ງ​ເຮົາ​ໝາຍ​ເຖິງ​ຄື: ຄົນ​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເກຟາ” ແລະ ຍັງ​ມີ​ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເຮົາ​ໝາຍຄວາມວ່າ​ຢ່າງ​ນີ້: ແຕ່ລະຄົນ​ໃນ​ພວກເຈົ້າ​ເວົ້າ​ບໍ່​ຖືກຕ້ອງ​ປອງດອງ​ກັນ ຜູ້ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເປໂຕ” ແລະ​ຜູ້​ອື່ນ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດ.”

Uka jalj uñjjattʼäta Copia luraña




1 ໂກຣິນໂທ 1:12
20 Jak'a apnaqawi uñst'ayäwi  

“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,


ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ).


ໃນ​ຂະນະ​ດຽວ​ກັນ​ນັ້ນ ມີ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາໂປໂລ, ເປັນ​ຊາວ​ອາເລັກຊັນເດຍ​ຕັ້ງແຕ່​ເກີດ, ລາວ​ໄດ້​ມາ​ທີ່​ເມືອງ​ເອເຟໂຊ. ລາວ​ເປັນ​ຜູ້​ທີ່​ມີ​ການສຶກສາ ແລະ ມີ​ຄວາມ​ຊຳນານ​ທາງດ້ານ​ພຣະຄຳພີ​ເປັນ​ຢ່າງ​ດີ.


ຂະນະ​ທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ, ໂປໂລ​ໄດ້​ເດີນທາງ​ຂ້າມ​ເຂດ​ພູເຂົາ ແລະ ມາ​ຮອດ​ເມືອງ​ເອເຟໂຊ. ເພິ່ນ​ໄດ້​ພົບ​ສາວົກ​ບາງຄົນ​ຢູ່​ທີ່​ນັ້ນ


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ມີ​ບາງຄົນ​ໃນ​ຄອບຄົວ​ຂອງ​ນາງ​ຂະໂລເອ​ໄດ້​ບອກ​ເຮົາ​ວ່າ​ເກີດ​ມີ​ການຜິດຖຽງກັນ​ໃນ​ທ່າມກາງ​ພວກເຈົ້າ.


ແລະ ພຣະອົງ​ໄດ້​ປາກົດ​ແກ່​ເກຟາ, ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄດ້​ປາກົດ​ແກ່​ອັກຄະສາວົກ​ທັງ​ສິບສອງ​ຄົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ປະກາດ​ແກ່​ພວກເຈົ້າ​ວ່າ ເນື້ອໜັງ ແລະ ເລືອດ​ບໍ່​ສາມາດ​ຮັບ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ມໍລະດົກ​ໄດ້ ແລະ ສິ່ງ​ທີ່​ເປື່ອຍເນົ່າ​ບໍ່​ສາມາດ​ຮັບ​ສິ່ງ​ທີ່​ບໍ່​ເປື່ອຍເນົ່າ​ເປັນ​ມໍລະດົກ​ໄດ້.


ບັດນີ້ ກ່ຽວກັບ​ອາໂປໂລ​ພີ່ນ້ອງ​ຂອງ​ເຮົາ​ນັ້ນ ເຮົາ​ໄດ້​ຂໍຮ້ອງ​ລາວ​ໃຫ້​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ບັນດາ​ພີ່ນ້ອງ. ເວລານີ້​ລາວ​ຍັງ​ບໍ່​ຢາກ​ໄປ, ແຕ່​ລາວ​ຈະ​ໄປ​ເມື່ອ​ລາວ​ມີ​ໂອກາດ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເວລານີ້​ເຮົາ​ໄດ້​ຍົກ​ເອົາ​ເລື່ອງ​ຂອງ​ເຮົາເອງ ແລະ ອາໂປໂລ​ມາ​ເວົ້າ​ນັ້ນ ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮຽນຮູ້​ຈາກ​ພວກເຮົາ​ເຖິງ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ກ່າວ​ວ່າ, “ຢ່າ​ໄປ​ໄກ​ກວ່າ​ສິ່ງ​ທີ່​ໄດ້​ຂຽນ​ໄວ້”. ແລ້ວ​ພວກເຈົ້າ​ຈະ​ບໍ່​ອວດອ້າງ​ໃນ​ການ​ເປັນ​ຜູ້ຕິດຕາມ​ຂອງ​ຄົນໜຶ່ງ​ໃນ​ພວກເຮົາ​ເພື່ອ​ຂັດແຍ້ງ​ກັບ​ຄົນ​ອື່ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝາຍຄວາມ​ວ່າ ເວລາ​ກໍ​ເຫລືອ​ສັ້ນ​ເຂົ້າ​ມາ​ແລ້ວ. ຕັ້ງແຕ່​ນີ້​ໄປ ບັນດາ​ຄົນ​ທີ່​ມີ​ເມຍ​ແລ້ວ ກໍ​ຄວນ​ດຳເນີນຊີວິດ​ເໝືອນ​ບໍ່​ມີ;


ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຜູ້ທີ່ເຊື່ອ​ເດີນທາງ​ໄປມາ​ດ້ວຍ​ກັນ​ເໝືອນ​ດັ່ງ​ອັກຄະສາວົກ​ຄົນ​ອື່ນໆ ແລະ ເໝືອນດັ່ງ​ບັນດາ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເກຟາ​ເຮັດ​ບໍ?


ພວກເຈົ້າ​ກຳລັງ​ຕັດສິນ​ຕາມ​ລັກສະນະ​ພາຍນອກ. ຖ້າ​ຜູ້ໃດ​ໝັ້ນໃຈ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ, ກໍ​ຄວນ​ພິຈາລະນາ​ອີກ​ວ່າ​ພວກເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ​ຫລາຍ​ກວ່າ​ທີ່​ພວກເຂົາ​ເປັນ​ຢູ່.


ຈົ່ງ​ຈົດຈຳ​ສິ່ງ​ນີ້​ຄື: ຜູ້​ທີ່​ຫວ່ານ​ພຽງ​ເລັກນ້ອຍ​ກໍ​ຈະ​ເກັບກ່ຽວ​ໄດ້​ແຕ່​ພຽງ​ເລັກນ້ອຍ​ເໝືອນກັນ ແລະ ຜູ້​ທີ່​ຫວ່ານ​ດ້ວຍ​ໃຈກວ້າງຂວາງ​ກໍ​ຈະ​ເກັບ​ກ່ຽວ​ໄດ້​ຢ່າງ​ຫລວງຫລາຍ​ເໝືອນກັນ.


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


ເຮົາ​ໝາຍຄວາມ​ວ່າ​ຢ່າງ​ນີ້​ຄື: ກົດບັນຍັດ​ທີ່​ໄດ້​ຖືກ​ນຳເຂົ້າມາ​ພາຍຫລັງ​ສີ່ຮ້ອຍສາມສິບ​ປີ ກໍ​ບໍ່​ໄດ້​ລຶບລ້າງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ຕັ້ງໄວ້​ກ່ອນໜ້າ​ນັ້ນ ແລະ ດັ່ງນັ້ນ​ກົດບັນຍັດ​ຈຶ່ງ​ບໍ່​ໄດ້​ເຮັດ​ໃຫ້​ພັນທະສັນຍາ​ຖືກ​ຍົກເລີກ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka