ຟີລິບປອຍ 1 - ພຣະຄຳພີສັກສິ1 ຈາກໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ, ເຖິງໄພ່ພົນຂອງພຣະເຈົ້າທຸກຄົນໃນເມືອງຟີລິບປອຍ ທີ່ຢູ່ໃນພຣະຄຣິດເຈົ້າເຢຊູພ້ອມທັງພວກຜູ້ນຳ ແລະພວກຜູ້ບົວລະບັດໃນຄຣິສຕະຈັກດ້ວຍ. 2 ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາ ແລະອົງພຣະເຢຊູຄຣິດເຈົ້າ ຊົງໂຜດປະທານພຣະຄຸນແລະສັນຕິສຸກແກ່ພວກເຈົ້າເທີ້ນ. ຄຳພາວັນນາອະທິຖານຂອງໂປໂລເພື່ອຄຣິສຕຽນທີ່ເມືອງຟີລິບປອຍ 3 ທຸກເທື່ອທີ່ເຮົາຄິດເຖິງພວກເຈົ້າ ເຮົາກໍໂມທະນາຂອບພຣະຄຸນພຣະເຈົ້າ ເພື່ອພວກເຈົ້າຢູ່ສະເໝີ, 4 ທຸກຄັ້ງທີ່ເຮົາພາວັນນາອະທິຖານ ເພື່ອພວກເຈົ້າທຸກຄົນ ເຮົາກໍພາວັນນາອະທິຖານດ້ວຍຄວາມຊົມຊື່ນຍິນດີ, 5 ເພາະການທີ່ພວກເຈົ້າໄດ້ຊ່ວຍເຫລືອເຮົາ ໃນພາລະກິດແຫ່ງຂ່າວປະເສີດຕັ້ງແຕ່ຕົ້ນຈົນເຖິງບັດນີ້. 6 ເຮົາແນ່ໃຈວ່າ ພຣະອົງຜູ້ຊົງຕັ້ງຕົ້ນການດີໄວ້ໃນພວກເຈົ້າແລ້ວ ຈະຊົງກະທຳໃຫ້ສຳເລັດ ຈົນເຖິງວັນແຫ່ງພຣະເຢຊູຄຣິດເຈົ້າ. 7 ເພາະວ່າ ເຮົາມີໃຈຮັກພວກເຈົ້າທຸກຄົນ ເຈົ້າທັງຫລາຍໄດ້ຮັບສ່ວນຮ່ວມໃນພຣະຄຸນດ້ວຍກັນກັບເຮົາ ໃນການທີ່ເຮົາຖືກຈຳຈອງ ແລະໃນການກ່າວປ້ອງກັນໃຫ້ຂ່າວປະເສີດນັ້ນຕັ້ງໝັ້ນຄົງຢູ່. 8 ເພາະວ່າພຣະເຈົ້າຊົງເປັນພະຍານວ່າ ເຮົາເປັນຫ່ວງພວກເຈົ້າຫລາຍພຽງໃດ ຕາມພຣະໄທເມດຕາຂອງພຣະຄຣິດເຈົ້າເຢຊູ. 9 ເຮົາພາວັນນາອະທິຖານຂໍໃຫ້ຄວາມຮັກຂອງພວກເຈົ້າໃຫຍ່ຂຶ້ນຢູ່ສະເໝີ ຈົນເກີດມີຄວາມຮູ້ອັນແທ້ຈິງ ແລະຄວາມເຂົ້າໃຈອັນຄົບຖ້ວນບໍຣິບູນ, 10 ເພື່ອເຈົ້າທັງຫລາຍຈະສັງເກດໄດ້ວ່າ ສິ່ງໃດປະເສີດທີ່ສຸດ ແລະເພື່ອພວກເຈົ້າຈະເປັນຄົນບໍຣິສຸດ ບໍ່ມີທີ່ຕິຕຽນໄດ້ໃນວັນແຫ່ງພຣະຄຣິດ. 11 ຈະໄດ້ເປັນຜູ້ບໍຣິສຸດດ້ວຍຜົນຂອງຄວາມຊອບທຳ ຊຶ່ງເກີດຂຶ້ນດ້ວຍພຣະເຢຊູຄຣິດເຈົ້າ ເພື່ອຖວາຍພຣະກຽດ ແລະຄຳຍ້ອງຍໍສັນລະເສີນແດ່ພຣະເຈົ້າ. ຢູ່ເພື່ອພຣະຄຣິດ 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າ ເຫດການທີ່ເກີດຂຶ້ນກັບເຮົານັ້ນ ກໍເພື່ອໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປ. 13 ຜົນທີ່ປາກົດ ຄືທະຫານທຸກຄົນ ແລະຜູ້ຄຸມຂັງພ້ອມກັບຄົນອື່ນໆທັງໝົດ ກໍຮູ້ເລື່ອງຂອງເຮົາວ່າ ເຮົາຖືກຄຸກຢູ່ນີ້ ຍ້ອນເປັນຜູ້ຮັບໃຊ້ຂອງພຣະຄຣິດ. 14 ຍ້ອນການຖືກຄຸກຂອງເຮົາ ພີ່ນ້ອງຫລາຍຄົນຈຶ່ງມີຄວາມໝັ້ນໃຈຍິ່ງຂຶ້ນ ໃນອົງພຣະຜູ້ເປັນເຈົ້າ ເພື່ອໃຫ້ພວກເຂົາມີໃຈກ້າຫານກ່າວພຣະທຳຂອງພຣະເຈົ້າຢ່າງບໍ່ຢ້ານກົວ. 15 ຄວາມຈິງມີບາງຄົນໃນພວກເຂົາ ທີ່ປະກາດເລື່ອງພຣະຄຣິດດ້ວຍໃຈອິດສາແລະຜິດຖຽງກັນ ແຕ່ມີຄົນອື່ນທີ່ປະກາດດ້ວຍໃຈຫວັງດີ. 16 ຄົນເຫຼົ່ານັ້ນແຫຼະ ທີ່ປະກາດດ້ວຍຄວາມຮັກ ເພາະເຂົາຮູ້ວ່າພຣະເຈົ້າໄດ້ມອບພາລະກິດການປ້ອງກັນຂ່າວປະເສີດນີ້ໃຫ້ແກ່ເຮົາ. 17 ສ່ວນຄົນອື່ນບໍ່ໄດ້ປະກາດເລື່ອງພຣະຄຣິດຈາກໃຈຈິງ ແຕ່ຈາກໃຈມັກໃຫຍ່ໃຝ່ສູງອັນເຫັນແກ່ຕົວ ພວກເຂົາຫວັງຈະໃຫ້ເຮົາເດືອດຮ້ອນຫລາຍຂຶ້ນ ໃນຂະນະທີ່ເຮົາຖືກຄຸກຢູ່ນີ້. 18 ຖ້າຢ່າງນັ້ນແລ້ວຈະເປັນປະການໃດ? ເຖິງແມ່ນວ່າ ເຂົາຈະປະກາດດ້ວຍຢ່າງໃດກໍຕາມ ຈະເປັນດ້ວຍການແກ້ງເຮັດຫລືຈິງໃຈກໍດີ ແຕ່ກໍຍັງປະກາດເລື່ອງພຣະຄຣິດ ໃນການນີ້ເຮົາກໍມີຄວາມຍິນດີ ແລະຄົງຈະມີຄວາມຍິນດີຕໍ່ໄປ 19 ເພາະເຮົາຮູ້ວ່າ ຍ້ອນຄຳພາວັນນາອະທິຖານຂອງພວກເຈົ້າ ແລະຄວາມຊ່ວຍຊູທີ່ໄດ້ຮັບຈາກພຣະວິນຍານຂອງພຣະເຢຊູຄຣິດເຈົ້າ ສິ່ງເຫຼົ່ານັ້ນຈະປົດປ່ອຍເຮົາໃຫ້ເປັນອິດສະຫລະ. 20 ເພາະເປັນຄວາມມຸ້ງມາດປາຖະໜາ ແລະຄວາມຫວັງຂອງເຮົາວ່າ ເຮົາຈະບໍ່ມີຄວາມລະອາຍໃນສິ່ງໃດເລີຍ, ແຕ່ເມື່ອກ່ອນທຸກເທື່ອມີໃຈກ້າສະເໝີສັນໃດ ບັດນີ້ ກໍຂໍໃຫ້ເປັນຢ່າງດຽວກັນສັນນັ້ນ ພຣະຄຣິດຈະຊົງຮັບພຣະກຽດຕິຍົດໃນຮ່າງກາຍຂອງເຮົາສະເໝີ ເຖິງແມ່ນເຮົາຈະມີຊີວິດຢູ່ ຫລືຕາຍກໍຕາມ. 21 ເພາະວ່າ ຖ້າເຮົາມີຊີວິດ ພຣະຄຣິດເປັນຊີວິດນັ້ນ ຖ້າເຮົາຕາຍກໍເປັນປະໂຫຍດແກ່ເຮົາ. 22 ຖ້າເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້ ເຮົາກໍຈະດຳເນີນພາລະກິດໃຫ້ເກີດປະໂຫຍດຕື່ມ, ເຮົາຈຶ່ງບໍ່ແນ່ໃຈວ່າ ຈະເລືອກເອົາທາງໃດດີ. 23 ເຮົາລັ່ງເລໃຈຢູ່ໃນລະຫວ່າງສອງຝ່າຍນີ້ ຄືວ່າເຮົາມີຄວາມປາຖະໜາທີ່ຈະຈາກໄປ ເພື່ອຢູ່ກັບພຣະຄຣິດ ຊຶ່ງປະເສີດຫລາຍກວ່າ, 24 ແຕ່ການທີ່ເຮົາຍັງມີຊີວິດຢູ່ໃນຮ່າງກາຍນີ້ ກໍເປັນສິ່ງຈຳເປັນສຳລັບພວກເຈົ້າຫລາຍກວ່ານັ້ນອີກ. 25 ເມື່ອເຮົາແນ່ໃຈຢ່າງນີ້ແລ້ວ ເຮົາກໍຮູ້ວ່າ ເຮົາຈະຍັງຢູ່ກັບເຈົ້າທັງຫລາຍ ເພື່ອໃຫ້ພວກເຈົ້າຈະເລີນຂຶ້ນ ແລະຊື່ນຊົມຍິນດີໃນຄວາມເຊື່ອ, 26 ເພື່ອຄວາມພາກພູມໃຈຂອງເຈົ້າທັງຫລາຍເນື່ອງດ້ວຍເຮົານັ້ນ ຈະທະວີຫລາຍຂຶ້ນໃນພຣະຄຣິດເຈົ້າເຢຊູ ເພາະເຫດທີ່ເຮົາຈະມາຫາພວກເຈົ້າອີກ. 27 ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ. 28 ຢ່າຍອມໃຫ້ຜູ້ຂັດຂວາງເຮັດໃຫ້ພວກເຈົ້າຢ້ານກົວ ຈົ່ງກ້າຫານຢູ່ສະເໝີ ເພື່ອພິສູດໃຫ້ພວກເຂົາເຫັນວ່າ ພວກເຂົາຈະເຖິງຄວາມຈິບຫາຍ ແລະພວກເຈົ້າຈະເຖິງຄວາມພົ້ນ ສິ່ງເຫຼົ່ານີ້ ແມ່ນພຣະເຈົ້າທີ່ຊົງກະທຳ. 29 ດ້ວຍວ່າ, ພວກເຈົ້າໄດ້ຮັບສິດພິເສດໃຫ້ບົວລະບັດຮັບໃຊ້ພຣະຄຣິດ ບໍ່ແມ່ນພຽງໃຫ້ເຊື່ອໃນພຣະອົງເທົ່ານັ້ນ, ແຕ່ຍັງໃຫ້ທົນຄວາມທຸກເພາະເຫັນແກ່ພຣະອົງດ້ວຍ. 30 ບັດນີ້ ພວກເຈົ້າມີສ່ວນກັບເຮົາໃນການຕໍ່ສູ້ ເປັນການຕໍ່ສູ້ຢ່າງດຽວກັບທີ່ພວກເຈົ້າໄດ້ເຫັນເຮົາຕໍ່ສູ້ມາໃນອະດີດ ແລະດັ່ງທີ່ເຮົາຍັງຕໍ່ສູ້ຢູ່ໃນເວລານີ້ ຕາມທີ່ພວກເຈົ້າຮູ້ມາແລ້ວນັ້ນ. |
@ 2012 United Bible Societies. All Rights Reserved.