ຟີລິບປອຍ 4 - ພຣະຄຳພີລາວສະບັບສະໄໝໃໝ່ຄຳຮຽກຮ້ອງສຸດທ້າຍເພື່ອຄວາມໝັ້ນຄົງ ແລະ ຄວາມເປັນອັນໜຶ່ງອັນດຽວກັນ 1 ເຫດສະນັ້ນ, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າເປັນຜູ້ທີ່ເຮົາຮັກ ແລະ ປາຖະໜາຫາ, ເປັນຄວາມຍິນດີ ແລະ ເປັນມົງກຸດຂອງເຮົາ, ເພື່ອນທີ່ຮັກຂອງເຮົາເອີຍ ຈົ່ງຕັ້ງໝັ້ນຄົງຢູ່ໃນທາງຂອງອົງພຣະຜູ້ເປັນເຈົ້າ! 2 ເຮົາຂໍຮ້ອງນາງຢູໂອເດຍ ແລະ ນາງຊີນຕີເຂໃຫ້ເປັນເປັນຜູ້ມີຄວາມຄິດອັນດຽວກັນໃນອົງພຣະຜູ້ເປັນເຈົ້າ. 3 ແລະ ເຮົາຂໍຮ້ອງພວກເຈົ້າຜູ້ເປັນເພື່ອນຮ່ວມງານທີ່ແທ້ຈິງຂອງເຮົາ, ໃຫ້ຊ່ວຍເຫລືອແມ່ຍິງເຫລົ່ານີ້ ເພາະພວກເຂົາໄດ້ຕໍ່ສູ້ຄຽງຂ້າງເຮົາໃນວຽກງານຂ່າວປະເສີດ ພ້ອມທັງກະເລເມ ແລະ ເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຄົນເຫລົ່ານີ້ມີຊື່ຢູ່ໃນທະບຽນແຫ່ງຊີວິດແລ້ວ. ຄຳແນະນຳສຸດທ້າຍ 4 ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າທຸກເວລາ. ເຮົາຂໍຢ້ຳອີກວ່າ: ຈົ່ງຊື່ນຊົມຍິນດີ! 5 ຈົ່ງໃຫ້ຄວາມສຸພາບອ່ອນໂຍນຂອງພວກເຈົ້າທັງຫລາຍປາກົດແກ່ຄົນທັງປວງ. ອົງພຣະຜູ້ເປັນເຈົ້າຢູ່ໃກ້ແລ້ວ. 6 ຢ່າກະວົນກະວາຍໃນສິ່ງໃດເລີຍ, ແຕ່ໃນທຸກສະຖານະການ ຈົ່ງຂໍທຸກສິ່ງທີ່ພວກເຈົ້າປາຖະໜານັ້ນຕໍ່ພຣະເຈົ້າ ດ້ວຍການອະທິຖານ ແລະ ອ້ອນວອນ ພ້ອມກັບການຂອບພຣະຄຸນ. 7 ແລ້ວສັນຕິສຸກຂອງພຣະເຈົ້າທີ່ເກີນຄວາມເຂົ້າໃຈທັງໝົດຈະເຝົ້າຮັກສາຈິດໃຈ ແລະ ຄວາມຄິດຂອງພວກເຈົ້າທັງຫລາຍໄວ້ໃນພຣະຄຣິດເຈົ້າເຢຊູ. 8 ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ສິ່ງໃດກໍຕາມທີ່ເປັນຄວາມຈິງ, ສິ່ງໃດທີ່ສູງສົ່ງ, ສິ່ງໃດທີ່ຖືກຕ້ອງ, ສິ່ງໃດທີ່ບໍລິສຸດ, ສິ່ງໃດທີ່ໜ້າຮັກ, ສິ່ງໃດທີ່ໜ້າຊົມເຊີຍ ຖ້າມີສິ່ງໃດດີເລີດ ຫລື ຄວນຍ້ອງຍໍ ຈົ່ງພິຈາລະນາເຖິງສິ່ງເຫລົ່ານັ້ນ. 9 ສິ່ງໃດທີ່ພວກເຈົ້າໄດ້ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນຈາກເຮົາ ຫລື ໄດ້ເຫັນໃນເຮົາ ຈົ່ງນໍາເອົາສິ່ງນັ້ນໄປປະຕິບັດ. ແລະ ພຣະເຈົ້າແຫ່ງສັນຕິສຸກຈະສະຖິດຢູ່ກັບພວກເຈົ້າ. ຂອບໃຈສຳລັບຂອງຝາກຈາກພີ່ນ້ອງຊາວຟີລິບປອຍ 10 ເຮົາຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າຢ່າງໃຫຍ່ ເພາະໃນທີ່ສຸດພວກເຈົ້າກໍໄດ້ຟື້ນຄືນຄວາມຫ່ວງໃຍຂອງພວກເຈົ້າຕໍ່ເຮົາອີກ. ຄວາມຈິງແລ້ວ, ພວກເຈົ້າກໍຫ່ວງໃຍເຮົາຢູ່ແລ້ວ, ແຕ່ພວກເຈົ້າບໍ່ມີໂອກາດທີ່ຈະສະແດງຄວາມຫ່ວງໃຍນັ້ນອອກ. 11 ເຮົາເວົ້າຢ່າງນີ້ບໍ່ແມ່ນເພາະເຮົາກຳລັງຂັດສົນ, ເພາະເຮົາຮຽນຮູ້ທີ່ຈະພໍໃຈບໍ່ວ່າຈະຢູ່ໃນສະຖານະການໃດ. 12 ເຮົາຮູ້ວ່າຍາມຂາດເຂີນເປັນຢ່າງໃດ ແລະ ເຮົາກໍຮູ້ວ່າຍາມມີຢ່າງອຸດົມສົມບູນເປັນຢ່າງໃດ ແລະ ເຮົາໄດ້ຮູ້ຈັກຄວາມລັບທີ່ຈະພໍໃຈໃນສະຖານະການໃດໆ ແລະ ໃນທຸກສະຖານະການ, ບໍ່ວ່າຈະອີ່ມ ຫລື ອຶດຢາກ, ບໍ່ວ່າຈະມີຊີວິດໃນຄວາມອຸດົມສົມບູນ ຫລື ໃນຄວາມຂັດສົນ. 13 ເຮົາສາມາດເຮັດທຸກສິ່ງໄດ້ໂດຍພຣະອົງຜູ້ໃຫ້ກຳລັງແກ່ເຮົາ. 14 ເຖິງປານນັ້ນກໍເປັນຄວາມກະລຸນາຂອງພວກເຈົ້າທີ່ໄດ້ຮ່ວມທຸກກັບເຮົາ. 15 ຫລາຍກວ່ານັ້ນ, ຕາມທີ່ພວກເຈົ້າຊາວຟີລິບປອຍກໍຮູ້, ໃນຕອນທີ່ພວກເຈົ້າໄດ້ຮູ້ຈັກຂ່າວປະເສີດທຳອິດນັ້ນ, ຄືເມື່ອເຮົາໄດ້ອອກເດີນທາງຈາກແຂວງມາເກໂດເນຍໄປນັ້ນ, ບໍ່ມີຄຣິສຕະຈັກໃດມີສ່ວນຮ່ວມໃນລາຍຈ່າຍ ແລະ ລາຍໄດ້ຂອງເຮົາເລີຍ, ຍົກເວັ້ນພວກເຈົ້າເທົ່ານັ້ນ; 16 ເພາະແມ່ນແຕ່ເມື່ອເຮົາຢູ່ໃນເມືອງເທສະໂລນິກ ພວກເຈົ້າກໍຍັງໄດ້ສົ່ງເຄື່ອງຊ່ວຍເຫລືອມາໃຫ້ເຮົາໃນຍາມທີ່ເຮົາຂັດສົນຫລາຍເທື່ອ. 17 ບໍ່ແມ່ນວ່າເຮົາປາຖະໜາຢາກໄດ້ຂອງຖວາຍຈາກພວກເຈົ້າ; ແຕ່ເຮົາປາຖະໜາຢາກໃຫ້ພວກເຈົ້າໄດ້ຜົນກຳໄລເພີ່ມຂຶ້ນໃນບັນຊີຂອງພວກເຈົ້າ. 18 ເຮົາໄດ້ຮັບຄົບຖ້ວນ ແລະ ໄດ້ຫລາຍເກີນພຽງພໍ. ເຮົາໄດ້ຮັບການສະໜອງໃຫ້ຢ່າງພຽງພໍ, ບັດນີ້ ເຮົາໄດ້ຮັບຂອງຖວາຍທີ່ພວກເຈົ້າໄດ້ສົ່ງມາກັບເອປາໂຟດີໂຕແລ້ວ. ສິ່ງເຫລົ່ານີ້ເປັນຂອງຖວາຍທີ່ມີກິ່ນຫອມ, ເປັນເຄື່ອງບູຊາທີ່ເປັນທີ່ຍອມຮັບ ແລະ ເປັນທີ່ພໍໃຈຕໍ່ພຣະເຈົ້າ. 19 ແລະ ພຣະເຈົ້າຂອງເຮົາຈະໃຫ້ສິ່ງທີ່ຈໍາເປັນທຸກຢ່າງແກ່ພວກເຈົ້າຈາກຄວາມຮັ່ງມີອັນສະຫງ່າລາສີຂອງພຣະອົງໃນພຣະຄຣິດເຈົ້າເຢຊູ. 20 ຂໍໃຫ້ກຽດຈົ່ງມີແກ່ພຣະເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາທັງຫລາຍຕະຫລອດໄປເປັນນິດ. ອາແມນ. ຄຳທັກທາຍສຸດທ້າຍ 21 ເຮົາຂໍຝາກຄວາມຄິດເຖິງມາຍັງຄົນຂອງພຣະເຈົ້າທຸກຄົນ ໃນພຣະເຢຊູຄຣິດເຈົ້າ. ບັນດາພີ່ນ້ອງທັງຫລາຍຜູ້ທີ່ຢູ່ກັບເຮົາກໍສົ່ງຄວາມຄິດເຖິງມາຍັງພວກເຈົ້າດ້ວຍ. 22 ຄົນຂອງພຣະເຈົ້າທຸກຄົນຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ ໂດຍສະເພາະບັນດາຜູ້ທີ່ຢູ່ໃນວັງຂອງກາຍຊາ. 23 ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າທັງຫລາຍດ້ວຍ. ອາແມນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.