ຟີລິບປອຍ 3 - ພຣະຄຳພີລາວສະບັບສະໄໝໃໝ່ຢ່າໝັ້ນໃຈໃນເນື້ອໜັງ 1 ນອກຈາກນີ້, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າ! ບໍ່ເປັນການລຳບາກສຳລັບເຮົາເລີຍທີ່ຈະຂຽນເລື່ອງດຽວກັນເຖິງພວກເຈົ້າອີກ ແລະ ເລື່ອງນີ້ກໍເປັນການປ້ອງກັນພວກເຈົ້າດ້ວຍ. 2 ຈົ່ງລະວັງພວກໝາເຫລົ່ານັ້ນ, ພວກຄົນເຮັດຊົ່ວເຫລົ່ານັ້ນ, ພວກຄົນທີ່ປາດເນື້ອເຖືອໜັງເຫລົ່ານັ້ນ. 3 ເພາະວ່າແມ່ນພວກເຮົາທີ່ເປັນຜູ້ຖືພິທີຕັດ, ພວກເຮົາເປັນຜູ້ຮັບໃຊ້ພຣະເຈົ້າດ້ວຍພຣະວິນຍານຂອງພຣະອົງ, ພວກເຮົາເປັນຜູ້ອວດອ້າງໃນພຣະຄຣິດເຈົ້າເຢຊູ ແລະ ພວກເຮົາບໍ່ໄດ້ໝັ້ນໃຈໃນຝ່າຍເນື້ອໜັງ 4 ເຖິງແມ່ນວ່າ ເຮົາເອງມີເຫດຜົນຫລາຍປະການທີ່ຈະໝັ້ນໃຈເຊັ່ນນັ້ນ. ຖ້າຄົນໃດຄິດວ່າຕົນມີເຫດຜົນທີ່ຈະໝັ້ນໃຈໃນເນື້ອໜັງນັ້ນ ເຮົາກໍມີຫລາຍກວ່າຄື: 5 ເຮົາເກີດມາໄດ້ແປດວັນເຮົາກໍໄດ້ຮັບພິທີຕັດ, ເຮົາເປັນຄົນອິດສະຣາເອນ, ຢູ່ໃນຕະກຸນເບັນຢາມິນ, ເປັນຄົນເຮັບເຣີເກີດຈາກຊາວເຮີບເຣີ, ໃນດ້ານກົດບັນຍັດ ເຮົາກໍເປັນຄົນຟາຣີຊາຍຜູ້ໜຶ່ງ, 6 ໃນດ້ານຄວາມຮ້ອນຮົນ ເຮົາເຄີຍຂົ່ມເຫັງຄຣິສຕະຈັກ; ໃນດ້ານຄວາມຊອບທຳຕາມກົດບັນຍັດ ເຮົາກໍບໍ່ມີຂໍ້ບົກຜ່ອງ. 7 ແຕ່ວ່າສິ່ງໃດທີ່ເຄີຍເປັນປະໂຫຍດແກ່ເຮົາ ບັດນີ້ ເຮົາຖືວ່າໄຮ້ປະໂຫຍດເພາະເຫັນແກ່ພຣະຄຣິດເຈົ້າ. 8 ຫລາຍກວ່ານັ້ນ ເຮົາຖືວ່າທຸກສິ່ງນັ້ນເປັນຂອງໄຮ້ປະໂຫຍດເພາະການທີ່ໄດ້ຮູ້ຈັກກັບພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງເຮົານັ້ນເປັນສິ່ງທີ່ລໍ້າຄ່າຫລາຍ, ເພາະເຫັນແກ່ພຣະອົງເຮົາຈຶ່ງໄດ້ຍອມສະຫລະທຸກສິ່ງ. ເຮົາຖືວ່າສິ່ງເຫລົ່ານັ້ນເປັນຂີ້ເຫຍື້ອ ເພື່ອເຮົາຈະໄດ້ພຣະຄຣິດເຈົ້າ 9 ແລະ ໄດ້ຢູ່ໃນພຣະອົງ, ໂຕເຮົາເອງບໍ່ມີຄວາມຊອບທຳທີ່ໄດ້ມາໂດຍກົດບັນຍັດ, ແຕ່ຄວາມຊອບທຳທີ່ໄດ້ມາໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ເປັນຄວາມຊອບທຳທີ່ມາຈາກພຣະເຈົ້າເທິງພື້ນຖານຂອງຄວາມເຊື່ອ. 10 ເຮົາຢາກຮູ້ຈັກພຣະຄຣິດເຈົ້າ ຢາກຮູ້ຈັກລິດອຳນາດແຫ່ງການເປັນຄືນມາຈາກຕາຍຂອງພຣະອົງ ແລະ ການມີສ່ວນຮ່ວມໃນຄວາມທົນທຸກຂອງພຣະອົງ, ການ ກາຍມາເປັນເໝືອນພຣະອົງໃນຄວາມຕາຍຂອງພຣະອົງ, 11 ແລະ ເຖິງຢ່າງໃດກໍຕາມ ເພື່ອຈະໄດ້ມາເຖິງການເປັນຄືນມາຈາກຕາຍດ້ວຍ. 12 ບໍ່ແມ່ນວ່າເຮົາໄດ້ຮັບສິ່ງທັງໝົດນີ້ແລ້ວ ຫລື ໄດ້ໄປເຖິງເປົ້າໝາຍຂອງເຮົາແລ້ວ, ແຕ່ເຮົາມຸ່ງໜ້າຕໍ່ໄປເພື່ອຮັບເອົາສິ່ງທີ່ພຣະຄຣິດເຈົ້າເຢຊູໄດ້ຮັບເອົາໄວ້ສຳລັບເຮົາ. 13 ພີ່ນ້ອງທັງຫລາຍເອີຍ ເຮົາບໍ່ຖືວ່າເຮົາເອງໄດ້ຮັບເອົາສິ່ງນີ້ມາແລ້ວ. ແຕ່ເຮົາເຮັດຢ່າງໜຶ່ງຄື: ລືມສິ່ງຢູ່ເບື້ອງຫລັງ ແລະ ເອົາໃຈໃສ່ສິ່ງທີ່ຢູ່ຂ້າງໜ້າ, 14 ເຮົາກຳລັງມຸ່ງໜ້າໄປສູ່ຫລັກໄຊເພື່ອຈະໄດ້ຮັບລາງວັນເພາະເປັນລາງວັນທີ່ພຣະເຈົ້າໄດ້ເອີ້ນເຮົາໃຫ້ໄປຮັບຢູ່ສະຫວັນໃນພຣະຄຣິດເຈົ້າເຢຊູ. ການປະຕິບັດຕາມແບບຢ່າງຂອງໂປໂລ 15 ແລ້ວພວກເຮົາທຸກຄົນທີ່ເປັນຜູ້ໃຫຍ່ແລ້ວຄວນມີທັດສະນະຄະຕິຢ່າງນີ້. ແລະ ຖ້າພວກເຈົ້າຄິດແຕກຕ່າງໄປໃນບາງປະເດັນ, ພຣະເຈົ້າກໍຈະໃຫ້ພວກເຈົ້າເຂົ້າໃຈເລື່ອງນີ້ຢ່າງຈະແຈ້ງດ້ວຍ. 16 ຂໍພຽງແຕ່ໃຫ້ພວກເຮົາດຳເນີນຊີວິດໃຫ້ສົມກັບສິ່ງທີ່ພວກເຮົາໄດ້ຮັບມາແລ້ວ. 17 ພີ່ນ້ອງທັງຫລາຍເອີຍ ຈົ່ງຮ່ວມກັນເຮັດຕາມແບບຢ່າງຂອງເຮົາ ແລະ ຕາມທີ່ພວກເຈົ້າມີພວກເຮົາປັນແບບຢ່າງ, ຈົ່ງເບິ່ງຄົນເຫລົ່ານັ້ນທີ່ດຳເນີນຊີວິດຕາມທີ່ພວກເຮົາເຮັດ. 18 ເພາະວ່າ, ດັ່ງທີ່ເຮົາເຄີຍບອກພວກເຈົ້າຫລາຍເທື່ອແລ້ວ ແລະ ບັດນີ້ກໍບອກພວກເຈົ້າອີກແມ່ນແຕ່ດ້ວຍນ້ຳຕາ, ມີຫລາຍຄົນທີ່ດຳເນີນຊີວິດເປັນສັດຕູຕໍ່ໄມ້ກາງແຂນຂອງພຣະຄຣິດເຈົ້າ. 19 ປາຍທາງຂອງພວກເຂົາຄືຄວາມຈິບຫາຍ, ພະຂອງພວກເຂົາຄືທ້ອງຂອງພວກເຂົາ, ຊື່ສຽງຂອງພວກເຂົາຄືຄວາມອັບອາຍຂອງພວກເຂົາ. ຈິດໃຈຂອງພວກເຂົາປັກຢູ່ແຕ່ກັບສິ່ງຂອງຝ່າຍໂລກ. 20 ແຕ່ພວກເຮົາທັງຫລາຍເປັນພົນລະເມືອງຂອງສະຫວັນ. ແລະ ພວກເຮົາຄອຍຖ້າພຣະຜູ້ຊ່ວຍໃຫ້ພົ້ນຈາກສະຫວັນຢ່າງກະຕືລືລົ້ນ, ຄືພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, 21 ພຣະອົງຈະປ່ຽນແປງຮ່າງກາຍອັນຕ່ຳຕ້ອຍຂອງພວກເຮົາໃຫ້ເປັນເໝືອນກາຍອັນສະຫງ່າລາສີຂອງພຣະອົງ ໂດຍລິດອຳນາດທີ່ປາບທຸກສິ່ງໄວ້ໃຕ້ການບັງຄັບຂອງພຣະອົງ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.