Biblia Todo Logo
Internet tuqin Biblia

- Anuncios ukanaka -

ຟີລິບປອຍ 2 - ພຣະຄຳພີລາວສະບັບສະໄໝໃໝ່


ແບບຢ່າງ​ການຖ່ອມຕົວ​ຂອງ​ພຣະຄຣິດເຈົ້າ

1 ເຫດສະນັ້ນ ຖ້າ​ພວກເຈົ້າ​ໄດ້​ຮັບ​ກຳລັງໃຈ​ຈາກ​ການ​ເປັນ​ອັນໜຶ່ງອັນດຽວ​ກັບ​ພຣະຄຣິດເຈົ້າ, ຖ້າ​ໄດ້​ຮັບ​ການເລົ້າໂລມ​ຈາກ​ຄວາມຮັກ​ຂອງ​ພຣະອົງ, ຖ້າ​ໄດ້​ຮ່ວມ​ສາມັກຄີທຳ​ໃນ​ພຣະວິນຍານບໍລິສຸດເຈົ້າ, ຖ້າ​ໄດ້​ຮັບ​ຄວາມອ່ອນໂຍນ ແລະ ຄວາມເມດຕາ,

2 ແລ້ວ​ກໍ​ຈົ່ງ​ເຮັດ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ບໍລິບູນ​ໂດຍ​ມີ​ຄວາມຄິດ​ຢ່າງດຽວກັນ, ມີ​ຄວາມຮັກ​ຢ່າງດຽວກັນ, ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຈິດວິນຍານ ແລະ ມີ​ຈິດໃຈ​ອັນ​ດຽວ​ກັນ.

3 ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.

4 ຢ່າ​ໃຫ້​ຜູ້ໃດ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຕົນ​ຝ່າຍ​ດຽວ ແຕ່​ພວກເຈົ້າ​ທຸກ​ຄົນ​ຈົ່ງ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຄົນ​ອື່ນ​ດ້ວຍ.

5 ໃນ​ຄວາມສຳພັນ​ຂອງ​ພວກເຈົ້າ​ຕໍ່​ຄົນອື່ນ​ນັ້ນ, ຈົ່ງ​ມີ​ຄວາມຄິດ​ເຊັ່ນດຽວ​ກັນ​ກັບ​ພຣະຄຣິດເຈົ້າເຢຊູ.

6 ຜູ້​ມີ​ສະພາບ​ເປັນ​ພຣະເຈົ້າ, ແຕ່​ບໍ່​ໄດ້​ຄິດ​ໃຊ້​ເພື່ອ​ຄວາມ​ເທົ່າທຽມ​ກັບ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພຣະອົງ​ເອງ,

7 ແຕ່​ພຣະອົງ​ໄດ້​ສະຫລະ​ທຸກ​ສິ່ງ ມາ​ຮັບ​ສະພາບ​ເປັນ​ຜູ້ຮັບໃຊ້, ບັງເກີດ​ເປັນ​ມະນຸດ.

8 ແລະ ເມື່ອ​ປາກົດ​ໃນ​ຮ່າງ​ມະນຸດ, ພຣະອົງ​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ ໂດຍ​ຍອມ​ເຊື່ອຟັງ​ຈົນ​ເຖິງ​ຄວາມຕາຍ ແມ່ນແຕ່​ຄວາມຕາຍ​ເທິງ​ໄມ້ກາງແຂນ!

9 ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຍົກ​ພຣະອົງ​ຂຶ້ນ​ສູ່​ທີ່​ສູງສຸດ ແລະ ມອບ​ນາມ​ແກ່​ພຣະອົງ ເຊິ່ງ​ເປັນ​ນາມ​ທີ່​ຢູ່​ເໜືອ​ນາມ​ທັງປວງ,

10 ເພື່ອ​ທຸກ​ຫົວເຂົ່າ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ ແລະ ໃຕ້​ແຜ່ນດິນໂລກ​ຈະ​ຄຸເຂົ່າ​ລົງ​ຕໍ່​ນາມ​ຂອງ​ພຣະເຢຊູເຈົ້າ,

11 ແລະ ທຸກ​ລິ້ນ​ຈະ​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ, ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ພຣະບິດາ.


ເຮັດ​ທຸກສິ່ງ​ໂດຍ​ບໍ່​ມີ​ການ​ຈົ່ມ

12 ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,

13 ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.

14 ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່​ມີ​ການຈົ່ມ ຫລື ການຖົກຖຽງກັນ,

15 ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຜູ້​ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາດສະຈາກ​ຄວາມຜິດ​ໃນ​ຍຸກ​ທີ່​ບິດເບືອນ ແລະ ຄົດໂກງ”. ແລ້ວ​ພວກເຈົ້າ​ຈະ​ສ່ອງສະຫວ່າງ​ທ່າມກາງ​ພວກເຂົາ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ

16 ຂະນະ​ທີ່​ພວກເຈົ້າ​ໄດ້​ຢຶດໝັ້ນ​ໃນ​ພຣະຄຳ​ແຫ່ງ​ຊີວິດ. ແລະ ຫລັງຈາກ​ນັ້ນ​ເຮົາ​ກໍ​ຈະ​ສາມາດ​ອວດອ້າງ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດເຈົ້າ​ວ່າ​ເຮົາ​ບໍ່​ໄດ້​ແລ່ນ ຫລື ເຮັດ​ການໜັກໜ່ວງ​ໂດຍ​ບໍ່ມີປະໂຫຍດ.

17 ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.

18 ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຄວນ​ຈະ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ເຮົາ​ດ້ວຍ.


ຕີໂມທຽວ ແລະ ເອປາໂຟດີໂຕ

19 ເຮົາ​ຫວັງ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ອີກ​ບໍ່​ດົນ​ຈະ​ສົ່ງ​ຕີໂມທຽວ​ໄປ​ຫາ​ພວກເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມຊື່ນໃຈ​ເໝືອນກັນ​ເມື່ອ​ເຮົາ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.

20 ເຮົາ​ບໍ່​ມີ​ຜູ້ໃດ​ທີ່​ເໝືອນ​ຕີໂມທຽວ​ຜູ້​ທີ່​ເອົາໃຈໃສ່​ໃນ​ຄວາມສຸກທຸກ​ຂອງ​ພວກເຈົ້າ​ຢ່າງ​ແທ້ຈິງ.

21 ເພາະ​ແຕ່ລະຄົນ​ຕ່າງ​ກໍ​ສະແຫວງ​ຫາ​ຜົນປະໂຫຍດ​ສ່ວນຕົວ​ຂອງ​ຕົນເອງ, ບໍ່​ໄດ້​ຄຳນຶງ​ເຖິງ​ພຣະເຢຊູຄຣິດເຈົ້າ.

22 ແຕ່​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕີໂມທຽວ​ໄດ້​ພິສູດ​ຕົນເອງ​ແລ້ວ, ເພາະ​ເພິ່ນ​ໄດ້​ຮ່ວມ​ຮັບໃຊ້​ກັບ​ເຮົາ​ໃນ​ການປະກາດ​ຂ່າວປະເສີດ​ເໝືອນດັ່ງ​ລູກ​ກັບ​ພໍ່.

23 ເຫດສະນັ້ນ ເຮົາ​ຈຶ່ງ​ຫວັງ​ຈະ​ສົ່ງ​ເພິ່ນ​ມາ​ທັນທີ​ທີ່​ເຮົາ​ເຫັນ​ວ່າ​ເລື່ອງ​ຕ່າງໆ​ກ່ຽວກັບ​ເຮົາ​ຈະ​ເປັນ​ໄປ​ຢ່າງໃດ.

24 ແລະ ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ເຮົາເອງ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.

25 ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.

26 ເພາະ​ເພິ່ນ​ຄິດເຖິງ​ພວກເຈົ້າ​ທັງໝົດ​ຫລາຍ ແລະ ເປັນທຸກໃຈ​ເພາະ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່ສະບາຍ.

27 ຕາມຄວາມຈິງ​ແລ້ວ ເພິ່ນ​ບໍ່ສະບາຍ ແລະ ເກືອບ​ຈະ​ຕາຍ. ແຕ່​ພຣະເຈົ້າ​ເມດຕາ​ເພິ່ນ ແລະ ບໍ່​ພຽງ​ແຕ່​ເມດຕາ​ເພິ່ນ​ເທົ່ານັ້ນ ແຕ່​ຍັງ​ເມດຕາ​ເຮົາ​ເໝືອນກັນ, ເພື່ອ​ຮັກສາ​ເຮົາ​ໄວ້​ຈາກ​ຄວາມເສົ້າໃຈ​ເມື່ອ​ຄວາມເສົ້າໃຈ​ມາ​ເຖິງ.

28 ເຫດສະນັ້ນ ເຮົາ​ຈຶ່ງ​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ສົ່ງ​ເພິ່ນ​ມາ, ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ພົບ​ເພິ່ນ​ອີກ​ພວກເຈົ້າ​ຈະ​ໄດ້​ດີໃຈ ແລະ ຄວາມກະວົນກະວາຍໃຈ​ຂອງ​ເຮົາ​ຈະ​ໄດ້​ເບົາບາງ​ລົງ.

29 ດັ່ງນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມຊື່ນຊົມຍິນດີ​ຢ່າງ​ໃຫຍ່ ແລະ ຈົ່ງ​ໃຫ້​ກຽດ​ຄົນ​ຄື​ເພິ່ນ​ນີ້,

30 ເພາະ​ວ່າ​ເພິ່ນ​ເກືອບ​ຕາຍ​ເພື່ອ​ພາລະກິດ​ຂອງ​ພຣະຄຣິດເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ເພິ່ນ​ເພື່ອ​ຊ່ວຍເຫລືອ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ໃຫ້​ເຮົາ​ໄດ້.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Jiwasaru arktasipxañani:



Anuncios ukanaka