2 ຕີໂມທຽວ 4 - ພຣະຄຳພີລາວສະບັບສະໄໝໃໝ່1 ຕໍ່ໜ້າພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູຜູ້ຈະພິພາກສາທັງຄົນເປັນ ແລະ ຄົນຕາຍ ແລະ ໂດຍຄຳນຶງເຖິງການມາປາກົດຂອງພຣະອົງ ແລະ ອານາຈັກຂອງພຣະອົງ, ເຮົາຂໍຮຽກຮ້ອງເຈົ້າວ່າ: 2 ຈົ່ງປະກາດຖ້ອຍຄຳ, ຈົ່ງຕຽມໂຕໃຫ້ພ້ອມທັງໃນເວລາທີ່ມີໂອກາດ ແລະ ບໍ່ມີໂອກາດ, ຈົ່ງແກ້ໄຂຂໍ້ຜິດພາດ, ຈົ່ງຕັກເຕືອນ ແລະ ໜູນໃຈດ້ວຍຄວາມອົດທົນຢ່າງໃຫຍ່ ແລະ ດ້ວຍການສັ່ງສອນຢ່າງລະມັດລະວັງ 3 ເພາະວ່າເວລານັ້ນຈະມາເຖິງ ເມື່ອຄົນທັງຫລາຍຈະທົນກັບຄຳສອນອັນມີຫລັກບໍ່ໄດ້. ກົງກັນຂ້າມ, ເພື່ອສະໜອງຄວາມປາຖະໜາຂອງພວກເຂົາ ພວກເຂົາຈະຮວບຮວມຄູຈຳນວນຫລາຍໄວ້ອ້ອມຂ້າງພວກເຂົາເພື່ອເວົ້າໃນສິ່ງທີ່ຫູຂອງພວກເຂົາຢາກໄດ້ຍິນ. 4 ພວກເຂົາຈະປິ່ນຫູຂອງພວກເຂົາໜີຈາກຄວາມຈິງ ແລະ ປິ່ນຫູໄປຫານິຍາຍຕ່າງໆ. 5 ແຕ່ເຈົ້າຈົ່ງມີສະຕິໃນທຸກສະຖານະການ, ຈົ່ງອົດທົນຕໍ່ຄວາມຍາກລຳບາກ, ຈົ່ງເຮັດຫນ້າທີ່ຂອງຜູ້ປະກາດຂ່າວປະເສີດ, ຈົ່ງເຮັດຫນ້າທີ່ທັງໝົດໃນພັນທະກິດຂອງເຈົ້າໃຫ້ສຳເລັດ. 6 ເພາະວ່າເຮົາກຳລັງຖືກເທອອກແລ້ວເໝືອນດັ່ງເຄື່ອງດື່ມບູຊາ ແລະ ເວລາຂອງການຈາກໄປຂອງເຮົາກໍໃກ້ເຂົ້າມາແລ້ວ. 7 ເຮົາໄດ້ຕໍ່ສູ້ຢ່າງເຂັ້ມແຂງ, ເຮົາໄດ້ແລ່ນແຂ່ງຂັນຈົນເຖິງເສັ້ນໄຊ, ເຮົາໄດ້ຮັກສາຄວາມເຊື່ອໄວ້ແລ້ວ. 8 ບັດນີ້ມົງກຸດແຫ່ງຄວາມຊອບທຳລໍຖ້າເຮົາຢູ່ ເຊິ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາທີ່ຍຸຕິທຳຈະໃຫ້ມົງກຸດນີ້ເປັນລາງວັນແກ່ເຮົາໃນວັນນັ້ນ ແລະ ບໍ່ແມ່ນແກ່ເຮົາພຽງຄົນດຽວ ແຕ່ຈະໃຫ້ແກ່ທຸກຄົນທີ່ລໍຖ້າການມາປາກົດຂອງພຣະອົງດ້ວຍ. ຂໍ້ຄິດເຫັນສ່ວນໂຕ 9 ຂໍໃຫ້ເຈົ້າພະຍາຍາມມາຫາເຮົາໂດຍໄວທີ່ສຸດ, 10 ເພາະເດມາໄດ້ຮັກໂລກນີ້, ໄດ້ປະຖິ້ມເຮົາໄປຍັງເມືອງເທສະໂລນິກແລ້ວ. ເຄເຊັນໄດ້ໄປຍັງແຂວງຄາລາເຕຍ ແລະ ຕີໂຕໄດ້ໄປຍັງເມືອງດັນມາເຕຍ. 11 ຍັງເຫລືອແຕ່ລູກາທີ່ຢູ່ກັບເຮົາ. ຈົ່ງພາມາຣະໂກມາກັບເຈົ້າເພາະລາວຊ່ວຍໃນພັນທະກິດຂອງເຮົາໄດ້ຫລາຍ. 12 ເຮົາໄດ້ສົ່ງຕີຂີໂກໄປຍັງເມືອງເອເຟໂຊ. 13 ເມື່ອເຈົ້າມາຫາເຮົາ, ຈົ່ງນຳເສື້ອຄຸມທີ່ເຮົາປະໄວ້ກັບກາຣະໂປ ທີ່ເມືອງໂທອາດ ແລະ ໜັງສືມ້ວນຂອງເຮົາມາດ້ວຍ, ໂດຍສະເພາະໜັງສືທີ່ຂຽນໃສ່ແຜ່ນໜັງ. 14 ອາເລັກຊັນເດີ ຊ່າງທອງແດງໄດ້ເຮັດໃຫ້ເຮົາໄດ້ຮັບອັນຕະລາຍຢ່າງຫລວງຫລາຍ. ອົງພຣະຜູ້ເປັນເຈົ້າຈະຕອບແທນໃນສິ່ງທີ່ລາວໄດ້ເຮັດ. 15 ເຈົ້າເອງກໍເໝືອນກັນຈະຕ້ອງລະວັງລາວໄວ້ໃຫ້ດີ ເພາະລາວຕໍ່ຕ້ານຖ້ອຍຄຳຂອງພວກເຮົາຢ່າງຮຸນແຮງ. 16 ໃນການສູ້ຄະດີຄັ້ງທຳອິດຂອງເຮົານັ້ນ, ບໍ່ມີຜູ້ໃດຢູ່ຝ່າຍເຮົາເລີຍ ທຸກຄົນປະຖິ້ມເຮົາຫມົດ. ຂໍຢ່າໃຫ້ພວກເຂົາຕ້ອງໄດ້ຮັບໂທດ. 17 ແຕ່ອົງພຣະຜູ້ເປັນເຈົ້າຢູ່ຄຽງຂ້າງເຮົາ ແລະ ໃຫ້ກຳລັງໃຫ້ແກ່ເຮົາ, ເພື່ອວ່າໂດຍຜ່ານທາງເຮົາຖ້ອຍຄຳຈະຖືກປະກາດໄປຢ່າງຄົບຖ້ວນ ແລະ ຄົນຕ່າງຊາດທັງຫລາຍກໍຈະໄດ້ຍິນເລື່ອງນີ້ ແລະ ເຮົາກໍໄດ້ຮັບການຊ່ວຍໃຫ້ພົ້ນຈາກປາກສິງ. 18 ອົງພຣະຜູ້ເປັນເຈົ້າຈະຊ່ວຍກອບກູ້ເຮົາຈາກການໂຈມຕີທີ່ຊົ່ວຮ້າຍທຸກຢ່າງ ແລະ ຈະນຳເຮົາເຂົ້າສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ. ຂໍໃຫ້ສະຫງ່າລາສີຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ. ຄຳລົງທ້າຍ 19 ເຮົາຂໍຝາກຄວາມຄິດເຖິງມາຍັງປີຊະກີລາກັບອາກີລາ ແລະ ຄົວເຮືອນຂອງໂອເນຊິໂຟໂຣ. 20 ເອຣາຊະໂຕຍັງຢູ່ທີ່ເມືອງໂກຣິນໂທ ແລະ ເຮົາໄດ້ປະໂທຟີໂມທີ່ປ່ວຍຢູ່ໄວ້ທີ່ເມືອງມີເລໂຕ 21 ຂໍໃຫ້ເຈົ້າພະຍາຍາມມາເຖິງບ່ອນນີ້ກ່ອນລະດູໜາວ. ຢູບູໂລ, ປູເດັນ, ລີໂນ, ກະໂລເດຍ ແລະ ພີ່ນ້ອງທັງໝົດກໍຝາກຄວາມຄິດເຖິງມາຍັງເຈົ້າ. 22 ຂໍອົງພຣະຜູ້ເປັນເຈົ້າສະຖິດກັບຈິດວິນຍານຂອງເຈົ້າ ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.