Biblia Todo Logo
Internet tuqin Biblia

- Anuncios ukanaka -

2 ຕີໂມທຽວ 3 - ພຣະຄຳພີລາວສະບັບສະໄໝໃໝ່


ຄວາມອະທຳ​ໃນ​ຍຸກ​ສຸດທ້າຍ

1 ແຕ່​ຈົ່ງ​ຮູ້​ໄວ້​ວ່າ: ຈະ​ມີ​ຊ່ວງ​ເວລາ​ທີ່​ໂຫດຮ້າຍ​ໃນ​ຍຸກ​ສຸດທ້າຍ.

2 ຄົນ​ທັງຫລາຍ​ຈະ​ເປັນ​ຄົນ​ຮັກຕົນເອງ, ເປັນ​ຄົນ​ຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ, ເນລະຄຸນ, ບໍ່​ບໍລິສຸດ,

3 ປາດສະຈາກ​ຄວາມຮັກ, ບໍ່ໃຫ້ອະໄພ, ມັກ​ໃສ່ຮ້າຍປ້າຍສີ, ປາດສະຈາກ​ການຄວບຄຸມ​ຕົນເອງ, ຮ້າຍກາດ, ບໍ່​ເປັນ​ຄົນ​ຮັກ​ຄວາມດີ,

4 ເປັນ​ຄົນ​ທໍລະຍົດ, ໃຈຮ້ອນ, ອວດດີ, ເປັນ​ຄົນ​ຮັກຄວາມສະໜຸກ​ຫລາຍ​ກວ່າ​ຮັກພຣະເຈົ້າ,

5 ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.

6 ພວກເຂົາ​ເປັນ​ຄົນ​ທີ່​ມັກ​ຈອບ​ເຂົ້າ​ໄປ​ຕາມ​ເຮືອນ​ຕ່າງໆ ແລະ ໄດ້​ຄວບຄຸມ​ບັນດາ​ແມ່ຍິງ​ທີ່​ເບົາປັນຍາ, ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມບາບ ແລະ ຄອບງຳ​ດ້ວຍ​ຕັນຫາ​ຊົ່ວ​ທຸກ​ຊະນິດ,

7 ພວກ​ແມ່ຍິງ​ເຫລົ່ານີ້​ຮ່ຳຮຽນ​ຢູ່​ເລື້ອຍໆ​ແຕ່​ບໍ່​ສາມາດ​ຮູ້​ເຖິງ​ຄວາມຈິງ​ໄດ້​ເລີຍ.

8 ເຊັ່ນ​ດຽວ​ກັນ​ກັບ​ຢາເນ ແລະ ຢຳເບ​ທີ່​ຕໍ່ຕ້ານ​ໂມເຊ ດັ່ງນັ້ນ​ພວກຄູສອນ​ເຫລົ່ານີ້​ກໍ​ຕໍ່ຕ້ານ​ຄວາມຈິງ. ພວກເຂົາ​ເປັນ​ຄົນ​ທີ່​ມີ​ຈິດໃຈ​ຊົ່ວຊ້າ, ຄວາມເຊື່ອ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ຍອມຮັບ

9 ແຕ່​ພວກເຂົາ​ຈະ​ໄປ​ໄດ້​ບໍ່​ໄກ​ເພາະວ່າ​ຄວາມໂງ່ຈ້າ​ຂອງ​ຄົນ​ເຫລົ່ານີ້​ຈະ​ປາກົດ​ແຈ້ງ​ແກ່​ທຸກ​ຄົນ​ເໝືອນ​ໃນ​ກໍລະນີ​ຂອງ​ສອງ​ຄົນ​ນັ້ນ.


ຄຳແນະນໍາ​ສຸດທ້າຍ​ຕໍ່​ຕີໂມທຽວ

10 ແຕ່​ເຖິງຢ່າງໃດ​ກໍ​ຕາມ, ເຈົ້າ​ກໍ​ຮູ້​ເຖິງ​ຄຳສອນ​ທັງໝົດ​ຂອງ​ເຮົາ, ວິຖີຊີວິດ​ຂອງ​ເຮົາ, ເປົ້າໝາຍ​ຂອງ​ເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມທົນທານ,

11 ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ, ເມືອງ​ອີໂກນີອົມ ແລະ ເມືອງ​ລີສະຕຣາ, ການຂົ່ມເຫັງ​ທີ່​ເຮົາ​ໄດ້​ອົດທົນ. ເຖິງປານນັ້ນ​ອົງພຣະຜູ້ເປັນເຈົ້າ​ກໍ​ຊ່ວຍ​ເຮົາ​ໃຫ້​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ເຫລົ່ານີ້

12 ຕາມ​ຄວາມຈິງ​ແລ້ວ, ຜູ້ໃດ​ກໍ​ຕາມ​ທີ່​ປາຖະໜາ​ຈະ​ດຳເນີນຊີວິດ​ຕາມ​ທາງ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ນັ້ນ​ກໍ​ຈະ​ຖືກ​ຂົ່ມເຫັງ,

13 ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.

14 ແຕ່​ສຳລັບ​ເຈົ້າ, ຈົ່ງ​ດຳເນີນ​ຕໍ່ໄປ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້ ແລະ ໄດ້​ເຊື່ອໝັ້ນ ເພາະ​ເຈົ້າ​ຮູ້ຈັກ​ຄົນ​ເຫລົ່ານັ້ນ​ທີ່​ເຈົ້າ​ຮຽນຮູ້​ຈາກ​ພວກເຂົາ,

15 ແລະ ຮູ້​ວ່າ​ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ​ແລ້ວ ເຈົ້າ​ກໍ​ໄດ້​ຮູ້​ພຣະຄຳພີ​ສັກສິດ ເຊິ່ງ​ສາມາດ​ເຮັດ​ໃຫ້​ເຈົ້າ​ມີ​ປັນຍາ​ທີ່​ຈະ​ມາ​ເຖິງ​ຄວາມພົ້ນ​ໄດ້​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າເຢຊູ.

16 ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການດົນໃຈ​ຈາກ​ພຣະເຈົ້າ ແລະ ເປັນ​ປະໂຫຍດ​ໃນ​ການສັ່ງສອນ, ການ​ກ່າວຕັກເຕືອນ, ການແກ້ໄຂ​ຂໍ້ບົກຜ່ອງ ແລະ ການຝຶກຝົນ​ໃນ​ຄວາມຊອບທຳ

17 ເພື່ອ​ວ່າ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຈະ​ມີ​ຄວາມພ້ອມ​ຄົບຖ້ວນ​ສຳລັບ​ເຮັດ​ການ​ດີ​ທຸກຢ່າງ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Jiwasaru arktasipxañani:



Anuncios ukanaka