Biblia Todo Logo
Internet tuqin Biblia

- Anuncios ukanaka -

2 ຕີໂມທຽວ 1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ໂດຍ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຕາມ​ສັນຍາ​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ,

2 ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງ​ເຮົາ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈົ່ງ​ມີ​ແກ່​ເຈົ້າ.


ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ

3 ເຮົາ​ຂອບພຣະຄຸນ​ພຣະເຈົ້າ, ພຣະອົງ​ຜູ້​ທີ່​ເຮົາ​ຮັບໃຊ້, ເຊັ່ນດຽວກັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ກະທຳ ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ, ທັງ​ກາງເວັນ ແລະ ກາງຄືນ​ເຮົາ​ໄດ້​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ​ຢູ່​ສະເໝີ.

4 ເມື່ອ​ເຮົາ​ລະນຶກ​ເຖິງ​ນ້ຳຕາ​ຂອງ​ເຈົ້າ, ເຮົາ​ກໍ​ປາຖະໜາ​ຈະ​ມາ​ຫາ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເຕັມ​ດ້ວຍ​ຄວາມຊື່ນຊົມຍິນດີ.

5 ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ຮຽກຮ້ອງ​ໃຫ້​ຈົງຮັກພັກດີ​ຕໍ່​ໂປໂລ ແລະ ຕໍ່​ຂ່າວປະເສີດ

6 ດ້ວຍເຫດນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ເຈົ້າ​ວ່າ​ຈົ່ງ​ເຮັດ​ໃຫ້​ຂອງປະທານ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ເຈົ້າ​ຜ່ານທາງ​ການວາງມື​ຂອງ​ເຮົາ​ນັ້ນ​ຈະເລີນ​ຮຸ່ງເຮືອງ​ຫລາຍ​ຂຶ້ນ.

7 ເພາະ​ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ພວກເຮົາ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ໃຈ​ອັນ​ຢ້ານກົວ ແຕ່​ມອບ​ລິດອຳນາດ, ຄວາມຮັກ ແລະ ການຮູ້ຈັກບັງຄັບຕົນ​ໃຫ້​ແກ່​ພວກເຮົາ.

8 ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.

9 ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.

10 ແຕ່​ບັດນີ້ ໄດ້​ເປີດເຜີຍ​ຜ່ານທາງ​ການ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າເຢຊູ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຜູ້​ໄດ້​ທຳລາຍ​ຄວາມຕາຍ ແລະ ໄດ້​ນຳ​ຊີວິດ ແລະ ຄວາມເປັນອະມະຕະ​ມາ​ສູ່​ຄວາມ​ສະຫວ່າງ​ຜ່ານທາງ​ຂ່າວປະເສີດ

11 ແລະ ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ຜູ້ປະກາດ, ເປັນ​ອັກຄະສາວົກ ແລະ ເປັນ​ຄູສອນ​ຂ່າວປະເສີດ​ນີ້.

12 ດ້ວຍ​ເຫດ​ນີ້ ເຮົາ​ກຳລັງ​ທົນທຸກ​ເໝືອນ​ທີ່​ເຮົາ​ເປັນຢູ່. ແຕ່​ເຮົາ​ກໍ​ບໍ່​ອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ​ຜູ້​ທີ່​ເຮົາ​ໄດ້​ເຊື່ອ ແລະ ເຮົາ​ໝັ້ນໃຈ​ວ່າ​ພຣະອົງ​ສາມາດ​ເບິ່ງແຍງ​ຮັກສາ​ສິ່ງ​ທີ່​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ​ຈົນ​ເຖິງ​ວັນ​ນັ້ນ​ໄດ້.

13 ຈົ່ງ​ຢຶດຖື​ແບບຢ່າງ​ຂອງ​ຄຳສອນ​ອັນ​ມີ​ຫລັກ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ດ້ວຍ​ຄວາມເຊື່ອ ແລະ ຄວາມຮັກ​ໃນ​ພຣະຄຣິດເຈົ້າເຢຊູ.

14 ຈົ່ງ​ປົກປ້ອງ​ຮັກສາ​ຂໍ້ແນະນຳ​ອັນ​ດີ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຈົ້າ​ນັ້ນ ຈົ່ງ​ຮັກສາ​ໄວ້​ໂດຍ​ການ​ຊ່ວຍເຫລືອ​ຈາກ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ຢູ່​ໃນ​ພວກເຮົາ​ທັງຫລາຍ.


ແບບຢ່າງ​ຂອງ​ຄວາມບໍ່ຈົງຮັກພັກດີ ແລະ ຄວາມຈົງຮັກພັກດີ

15 ເຈົ້າ​ກໍ​ຮູ້​ວ່າ ທຸກຄົນ​ໃນ​ແຂວງເອເຊຍ​ກໍ​ໄດ້​ປະຖິ້ມ​ເຮົາ ລວມທັງ​ຟູເຄໂລ ແລະ ເຮຣະໂມເກນ.

16 ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ຂອງ​ໂອເນຊີໂຟໂຣ ເພາະ​ລາວ​ເຮັດ​ໃຫ້​ເຮົາ​ຊື່ນໃຈ​ເລື້ອຍໆ ແລະ ບໍ່​ລະອາຍ​ທີ່​ເຮົາ​ຖືກ​ລ່າມ​ໂສ້​ຢູ່.

17 ກົງກັນຂ້າມ, ເມື່ອ​ລາວ​ຢູ່​ໃນ​ນະຄອນ​ໂຣມ ລາວ​ກໍ​ພະຍາຍາມ​ຊອກຫາ​ເຮົາ​ຈົນ​ພົບ.

18 ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຊ່ວຍ​ໃຫ້​ລາວ​ໄດ້​ພົບ​ຄວາມ​ເມດຕາ​ຈາກ​ອົງພຣະຜູ້ເປັນເຈົ້າ​ໃນ​ວັນ​ນັ້ນ​ດ້ວຍ! ເຈົ້າ​ກໍ​ຮູ້​ດີ​ແລ້ວ​ວ່າ​ເມື່ອ​ຢູ່​ທີ່​ເມືອງ​ເອເຟໂຊ ລາວ​ໄດ້​ຊ່ວຍເຫລືອ​ເຮົາ​ໃນ​ຫລາຍໆ​ດ້ານ.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Jiwasaru arktasipxañani:



Anuncios ukanaka