1 ຕີໂມທຽວ 3 - ພຣະຄຳພີລາວສະບັບສະໄໝໃໝ່ຄຸນສົມບັດຂອງບັນດາຜູ້ປົກຄອງ ແລະ ບັນດາຜູ້ດູແລ 1 ນີ້ເປັນຄຳກ່າວທີ່ເຊື່ອຖືໄດ້ຄື: ຖ້າຜູ້ໃດກໍຕາມປາຖະໜາທີ່ຈະເປັນຜູ້ປົກຄອງໃນຄຣິສຕະຈັກ ຜູ້ນັ້ນກໍປາຖະໜາການງານອັນສູງສົ່ງ. 2 ສ່ວນຜູ້ປົກຄອງໃນຄຣິສຕະຈັກນັ້ນຕ້ອງເປັນຜູ້ທີ່ປາດສະຈາກຕຳໜິ, ເປັນຜູ້ສັດຊື່ຕໍ່ເມຍຂອງຕົນ, ຮູ້ຈັກຄວບຄຸມອາລົມ, ຮູ້ຈັກບັງຄັບຕົນເອງ, ໜ້ານັບຖື, ມີນ້ຳໃຈຕ້ອນຮັບແຂກ, ສາມາດທີ່ຈະສອນຄົນອື່ນໄດ້, 3 ບໍ່ດື່ມເຫລົ້າມຶນເມົາ, ບໍ່ຮຸນແຮງແຕ່ສຸພາບອ່ອນໂຍນ, ບໍ່ເປັນຄົນມັກຜິດຖຽງກັນ, ບໍ່ເປັນຄົນຮັກເງິນ. 4 ລາວຕ້ອງເບິ່ງແຍງຈັດການຄອບຄົວຂອງຕົນເອງໄດ້ດີ ແລະ ເຫັນວ່າພວກລູກກໍເຊື່ອຟັງລາວ ແລະ ລາວຈະຕ້ອງເຮັດຢ່າງນັ້ນໃຫ້ສົມຄວນແກ່ການນັບຖື. 5 (ຖ້າຜູ້ໃດບໍ່ຮູ້ວິທີເບິ່ງແຍງຈັດການຄອບຄົວຂອງຕົນເອງແລ້ວ, ລາວຈະສາມາດເບິ່ງແຍງຄຣິສຕະຈັກຂອງພຣະເຈົ້າໄດ້ຢ່າງໃດ?) 6 ລາວຕ້ອງບໍ່ເປັນຜູ້ທີ່ຫາກໍກັບໃຈມາເຊື່ອ, ບໍ່ດັ່ງນັ້ນລາວອາດຈະກາຍເປັນຄົນອວດໂຕຈອງຫອງ ແລະ ຕົກຢູ່ພາຍໃຕ້ການພິພາກສາເໝືອນກັບມານຮ້າຍນັ້ນ. 7 ລາວຕ້ອງມີຊື່ສຽງດີໃນທ່າມກາງຄົນພາຍນອກ, ເພື່ອວ່າລາວຈະໄດ້ບໍ່ຕົກເຂົ້າໄປໃນຄວາມອັບອາຍ ແລະ ຕົກເຂົ້າໄປໃນກັບດັກຂອງມານຮ້າຍ. 8 ໃນທຳນອງດຽວກັນ, ຜູ້ດູແລຄວນເປັນຄົນທີ່ໜ້ານັບຖື, ເປັນຄົນຈິງໃຈ, ບໍ່ດື່ມເຫລົ້າ ແລະ ບໍ່ຫາປະໂຫຍດໃນທາງທີ່ບໍ່ສັດຊື່. 9 ພວກເຂົາຕ້ອງຢຶດໝັ້ນໃນຄວາມຈິງອັນເລິກເຊິ່ງຂອງຄວາມເຊື່ອດ້ວຍຈິດສຳນຶກອັນໃສສະອາດ. 10 ພວກເຂົາຕ້ອງຖືກທົດສອບກ່ອນ ແລະ ເມື່ອເຫັນວ່າບໍ່ມີຂໍ້ບົກຜ່ອງແລ້ວຈຶ່ງໃຫ້ພວກເຂົາເຮັດໜ້າທີ່ຜູ້ດູແລໄດ້. 11 ໃນທຳນອງດຽວກັນ, ພວກແມ່ຍິງຕ້ອງເປັນຄົນທີ່ໜ້ານັບຖື, ບໍ່ເວົ້າຫຍາບຄາຍ, ແຕ່ຮູ້ຈັກຄວບຄຸມອາລົມ ແລະ ເຊື່ອຖືໄດ້ໃນທຸກສິ່ງ. 12 ຜູ້ດູແລຕ້ອງສັດຊື່ຕໍ່ເມຍຂອງຕົນ ແລະ ຕ້ອງເບິ່ງແຍງບັນດາລູກ ແລະ ຄົວເຮືອນຂອງຕົນໄດ້ເປັນຢ່າງດີ. 13 ບັນດາຜູ້ທີ່ຮັບໃຊ້ດີກໍໄດ້ຮັບກຽດຫລາຍ ແລະ ມີຄວາມຫມັ້ນໃຈຢ່າງຫລວງຫລາຍໃນຄວາມເຊື່ອຂອງຕົນໃນພຣະຄຣິດເຈົ້າເຢຊູ. 14 ເຖິງແມ່ນເຮົາຫວັງວ່າຈະມາຫາພວກເຈົ້າໃນອີກບໍ່ດົນນີ້, ແຕ່ເຮົາກໍຂຽນຄຳແນະນຳເຫລົ່ານີ້ມາຫາພວກເຈົ້າ ເພື່ອວ່າ, 15 ຖ້າເຮົາມາຊ້າ, ພວກເຈົ້າກໍຈະໄດ້ຮູ້ວ່າຄົນທັງຫລາຍຄວນປະພຶດຕົນຢ່າງໃດໃນຄົວເຮືອນຂອງພຣະເຈົ້າ ຄືຄຣິສຕະຈັກຂອງພຣະເຈົ້າຜູ້ມີຊີວິດຢູ່ອັນເປັນເສົາຫລັກ ແລະ ຮາກຖານແຫ່ງຄວາມຈິງ. 16 ຂໍ້ເລິກລັບແຫ່ງທາງຂອງພຣະເຈົ້ານັ້ນຍິ່ງໃຫຍ່ເໜືອຂໍ້ຂ້ອງໃຈທັງປວງຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຮັບການພິສູດໂດຍພຣະວິນຍານ, ບັນດາເທວະດາກໍໄດ້ເຫັນ, ໄດ້ຖືກປະກາດໃນທ່າມກາງປະຊາຊາດ, ຄົນໃນໂລກໄດ້ເຊື່ອໃນພຣະອົງ, ໄດ້ຖືກຮັບຂຶ້ນສູ່ສະຫງ່າລາສີ. |
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.
Biblica, Inc.