ໂດຍເສົາເມກຊົງນຳພາພວກເພິ່ນໃນກາງເວັນ ໂດຍເສົາໄຟຊົງນຳພາພວກເພິ່ນໃນກາງຄືນດ້ວຍ.
ຈົດບັນຊີ 9:15 - ພຣະຄຳພີສັກສິ ໃນມື້ຕັ້ງຫໍເຕັນສັກສິດ, ໄດ້ມີເມກມາປົກຄຸມຫໍເຕັນສັກສິດ, ຫໍເຕັນແຫ່ງພັນທະສັນຍາ. ແຕ່ຕອນກາງຄືນເມກໄດ້ປົກຄຸມຫໍເຕັນສັກສິດຈົນເຖິງຕອນເຊົ້າ. ແລະກາງຄືນເບິ່ງຄືໄຟ. |
ໂດຍເສົາເມກຊົງນຳພາພວກເພິ່ນໃນກາງເວັນ ໂດຍເສົາໄຟຊົງນຳພາພວກເພິ່ນໃນກາງຄືນດ້ວຍ.
ແຕ່ພຣະອົງບໍ່ໄດ້ປະຖິ້ມພວກເພິ່ນໃນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມເມດຕາຂອງພຣະອົງຍິ່ງໃຫຍ່. ພຣະອົງບໍ່ໄດ້ເອົາເສົາເມກກັບເສົາໄຟ ທີ່ເຍືອງທາງທັງເວັນ ແລະຄືນໜີໄປຈາກພວກເພິ່ນ.
ພຣະອົງໄດ້ໃຊ້ເມກປົກບັງປະຊາຊົນຂອງພຣະອົງ ແລະໃຊ້ໄຟເພື່ອເປັນແສງສະຫວ່າງໃນເວລາກາງຄືນ.
ພຣະອົງໄດ້ນຳພວກເຂົາໄປ ດ້ວຍເສົາເມກໃນເວລາກາງເວັນ ແລະດ້ວຍເສົາໄຟໃນເວລາກາງຄືນ.
ໃນລະຫວ່າງການເດີນທາງນັ້ນ ພຣະເຈົ້າຢາເວໄດ້ນຳໜ້າພວກເຂົາໄປ ໂດຍບັນດານໃຫ້ມີເສົາເມກຊີ້ທາງໄປໃນເວລາກາງເວັນ ແລະມີເສົາໄຟເຍືອງທາງໄປໃນເວລາກາງຄືນ ເພື່ອພວກເຂົາຈະເດີນທາງທັງກາງເວັນແລະກາງຄືນໄດ້.
ຕະຫລອດການເດີນທາງນັ້ນ ເສົາເມກໄດ້ຊີ້ທາງໃນເວລາກາງເວັນ ແລະເສົາໄຟໄດ້ຊີ້ທາງໃນເວລາກາງຄືນ.
ຕອນໃກ້ຮຸ່ງເຊົ້າ ພຣະເຈົ້າຢາເວໄດ້ສັງເກດເບິ່ງກອງທັບເອຢິບຈາກເສົາເມກ ແລະເສົາໄຟ. ສະນັ້ນ ພຣະອົງຈຶ່ງບັນດານໃຫ້ເກີດອົນລາຫົນຂຶ້ນໃນເຫຼົ່າທະຫານ.
“ໃນມື້ທຳອິດຂອງເດືອນທີໜຶ່ງ ຈົ່ງຕັ້ງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມຂຶ້ນ.
ຕໍ່ມາ ເມກໄດ້ມາປົກຄຸມຫໍເຕັນບ່ອນຊຸມນຸມ ແລະແສງສຸກໃສແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວ ກໍປົກຄຸມເຕັມຢູ່ທີ່ຫໍເຕັນສັກສິດນັ້ນ.
ໂມເຊເຂົ້າໄປໃນຫໍເຕັນບ່ອນຊຸມນຸມບໍ່ໄດ້ ເພາະທີ່ນັ້ນມີເມກໜາແໜ້ນຫລາຍ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍເຕັມຢູ່ທົ່ວຫໍເຕັນສັກສິດ.
ຕະຫລອດການເດີນທາງທ່ອງທ່ຽວໄປມານັ້ນ ພວກເຂົາໄດ້ເຫັນເມກຂອງພຣະເຈົ້າຢາເວສະຖິດຢູ່ເທິງຫໍເຕັນສັກສິດໃນເວລາກາງເວັນ ແລະໄດ້ເຫັນແສງເປັນໄຟພຸ່ງຂຶ້ນເທິງຫໍເຕັນສັກສິດໃນເວລາກາງຄືນຕໍ່ໜ້າພວກອິດສະຣາເອນ.
ແລ້ວເທິງພູເຂົາຊີໂອນແລະເທິງຜູ້ທີ່ເຕົ້າໂຮມຢູ່ທີ່ນັ້ນ ພຣະເຈົ້າຢາເວຈະສົ່ງເມກມາໃນຕອນກາງເວັນ ແລະສົ່ງຄວັນກັບແປວໄຟມາໃນຕອນກາງຄືນ. ສະຫງ່າຣາສີຈະປົກປ້ອງຄຸ້ມຄອງນະຄອນ.
ເມື່ອພວກເຂົາຍ້າຍອອກຈາກຄ້າຍພັກເທື່ອໃດ ກ້ອນເມກຂອງພຣະເຈົ້າຢາເວກໍຢູ່ເທິງພວກເຂົາເທື່ອນັ້ນ.
ພວກເຂົາກໍຈະບອກເລື່ອງນັ້ນໃຫ້ແກ່ປະຊາຊົນທີ່ອາໄສຢູ່ໃນດິນແດນນີ້. ຄົນພວກນັ້ນໄດ້ຍິນແລ້ວວ່າພຣະອົງຄືພຣະເຈົ້າຢາເວ ສະຖິດຢູ່ທ່າມກາງພວກຂ້ານ້ອຍ ແລະພຣະເຈົ້າຢາເວໄດ້ປາກົດໜ້າຕໍ່ໜ້າໃຫ້ພວກຂ້ານ້ອຍເຫັນ, ແລະເປັນເສົາເມກຊຶ່ງຢຸດຢູ່ເທິງພວກຂ້ານ້ອຍ ແລະພຣະອົງຍັງໄດ້ນຳພາພວກຂ້ານ້ອຍໄປ ເປັນເສົາເມກໃນເວລາກາງເວັນ ແລະເປັນເສົາໄຟໃນເວລາກາງຄືນ.
ແລ້ວໂມເຊກໍເອົາໄມ້ຄ້ອນເທົ້າເຫຼົ່ານັ້ນໄປໄວ້ໃນຫໍເຕັນ ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ.
ພີ່ນ້ອງທັງຫລາຍເອີຍ, ເຮົາຢາກໃຫ້ພວກເຈົ້າລະນຶກເຖິງ ສິ່ງທີ່ໄດ້ເກີດຂຶ້ນກັບບັນພະບຸລຸດຂອງພວກເຮົາ ເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງເສົາເມກ ແລະຕ່າງກໍໄດ້ຜ່ານທະເລແດງໄປທຸກຄົນ.
ເຖິງແມ່ນວ່າ ພຣະອົງໄດ້ອອກນຳໜ້າພວກເຈົ້າກ່ອນໃນການເດີນທາງຂອງພວກເຈົ້າ ເພື່ອຊອກຫາທີ່ຕັ້ງຄ້າຍພັກໃຫ້ພວກເຈົ້າ ແລະເພື່ອຊີ້ທາງເດີນໃຫ້ພວກເຈົ້າ, ຕອນກາງຄືນພຣະອົງໃຫ້ມີເສົາໄຟ ແລະຕອນກາງເວັນພຣະອົງໃຫ້ມີເສົາເມກ.”