ຖ້າຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຫາກຢາກຖືປັດສະຄາຂອງພຣະເຈົ້າຢາເວ ເຂົາຕ້ອງຖືຕາມລະບຽບການແລະກົດເກນທຸກຢ່າງ. ຈົ່ງໃຊ້ກົດບັນຍັດນີ້ສຳລັບທຸກໆຄົນ ບໍ່ວ່າເປັນຄົນອິດສະຣາເອນຫລືຄົນຕ່າງດ້າວກໍຕາມ.”
ຜູ້ທີ່ມີສິດກິນເຄື່ອງຖວາຍບູຊານັ້ນມີດັ່ງນີ້: ພວກອິດສະຣາເອນທຸກຄົນທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ແລະທຸກຄົນທີ່ເຊົາເຮັດຕາມຄົນບໍ່ນັບຖືພຣະເຈົ້າທີ່ອາໄສຢູ່ໃນດິນແດນ ແລະຜູ້ທີ່ມານະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
ແລ້ວພຣະເຈົ້າຢາເວກໍບອກໂມເຊແລະອາໂຣນວ່າ, “ຕໍ່ໄປນີ້ ແມ່ນກົດລະບຽບກ່ຽວກັບພິທີສະຫລອງປັດສະຄາ ຄືຢ່າໃຫ້ຄົນຕ່າງຊາດຮ່ວມກິນປັດສະຄາ
ໃຫ້ຊຸມຊົນອິດສະຣາເອນທັງໝົດສະຫລອງເທດສະການນີ້.
ຢ່າຄືນໄປໃນສວນເກັບເລັມເອົາພົ້ວອະງຸ່ນທີ່ລືມເກັບ ຫລືໝາກອະງຸ່ນທີ່ຕົກເທິງໜ້າດິນ; ຈົ່ງປະໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ຢ່າເອົາສັດທີ່ໄດ້ຈາກຊາວຕ່າງດ້າວ ມາເຮັດພິທີຖວາຍອາຫານແກ່ພຣະເຈົ້າຂອງເຈົ້າ. ສັດເຫຼົ່ານັ້ນຈະຖືວ່າ ເປັນສັດທີ່ບໍ່ປົກກະຕິແລະຈະເປັນທີ່ຍອມຮັບເອົາບໍ່ໄດ້.”
ກົດບັນຍັດນີ້ໃຫ້ໃຊ້ສຳລັບທຸກຄົນ ບໍ່ວ່າຈະເປັນຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມທີ່ອາໄສຢູ່ໃນທ່າມກາງພວກເຈົ້າ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
ສ່ວນລາຄານັ້ນໃຫ້ໄລ່ເອົາຕາມຈຳນວນປີ ຊຶ່ງທີ່ດິນຜະລິດຜົນລະປູກໄດ້ ກ່ອນຈະເຖິງປີຄົບຮອບປີທີຫ້າສິບ.
ໃຫ້ພວກເຈົ້າເອງ ແລະຄົນຕ່າງດ້າວທີ່ຢູ່ນຳພວກເຈົ້າ ປະຕິບັດຕາມແບບດຽວກັນນີ້ ທຸກຍຸກທຸກສະໄໝສືບໄປ. ພວກເຈົ້າ ແລະພວກເຂົາມີຄຸນຄ່າເທົ່າທຽມກັນ ຕໍ່ໜ້າຂອງພຣະເຈົ້າຢາເວ
ດັ່ງນັ້ນ ຈຶ່ງໃຫ້ໃຊ້ກົດບັນຍັດ ແລະລະບຽບການຢ່າງດຽວກັນ.”’
ຜູ້ຍິງແລະເດັກນ້ອຍ ແລະຊາວຕ່າງດ້າວທີ່ໄດ້ອາໄສຢູ່ນຳ ທີ່ເປັນຜູ້ຕັດຟືນແລະຕັກນໍ້າໃຫ້ພວກເຈົ້າ.
ຈົ່ງເອີ້ນທຸກໆຄົນມາເຕົ້າໂຮມກັນເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຂອງພວກເຈົ້າ ເພື່ອວ່າທຸກຄົນຈະໄດ້ຍິນແລະຮຽນຮູ້ ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຕິບັດຕາມຄຳສັ່ງສອນຂອງພຣະອົງຢ່າງສັດຊື່.