ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດ ຊາຍຄົນນັ້ນກໍຈະຖືກຕັດອອກຈາກພີ່ນ້ອງຂອງຕົນ ເພາະລາວບໍ່ຮັກສາພັນທະສັນຍາທີ່ໄດ້ມີໄວ້ກັບເຮົາ.”
ຈົດບັນຊີ 9:13 - ພຣະຄຳພີສັກສິ ແຕ່ຖ້າຜູ້ໃດຜູ້ໜຶ່ງຫາກບໍ່ເປັນມົນທິນແລະບໍ່ໄດ້ເດີນທາງໄກ, ຜູ້ນັ້ນບໍ່ໄດ້ຖືປັດສະຄາ, ກໍຢ່າຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ ເພາະລາວບໍ່ໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວຕາມກຳນົດທີ່ໄດ້ຖືກວາງໄວ້. ລາວຕ້ອງຮັບຜົນບາບກຳທີ່ຕົນໄດ້ກະທຳນັ້ນ. |
ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດ ຊາຍຄົນນັ້ນກໍຈະຖືກຕັດອອກຈາກພີ່ນ້ອງຂອງຕົນ ເພາະລາວບໍ່ຮັກສາພັນທະສັນຍາທີ່ໄດ້ມີໄວ້ກັບເຮົາ.”
ຈົ່ງກິນເຂົ້າຈີ່ ບໍ່ມີເຊື້ອແປ້ງໃຫ້ຄົບເຕັມເຈັດວັນ. ໃນວັນທຳອິດ ໃຫ້ເອົາເຊື້ອແປ້ງທັງໝົດໃນເຮືອນຖິ້ມ ເພາະວ່າຖ້າຜູ້ໃດຜູ້ໜຶ່ງກິນເຂົ້າຈີ່ ມີເຊື້ອແປ້ງໃນເຈັດວັນນັ້ນ ຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
ໃນເຈັດວັນນີ້ ຢ່າໃຫ້ມີເຊື້ອແປ້ງຢູ່ໃນເຮືອນ. ຖ້າຄົນໃດຄົນໜຶ່ງກິນເຂົ້າຈີ່ມີເຊື້ອແປ້ງ ບໍ່ວ່າເປັນຄົນຕ່າງດ້າວ ຫລືເປັນຄົນອິດສະຣາເອນກໍຕາມ ລາວຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.”
ຜູ້ໃດກໍຕາມທີ່ໃຊ້ສູດນີ້ປະສົມເພື່ອປຸງນໍ້າມັນຫົດສົງ ຫລືໃຊ້ນໍ້າມັນນີ້ຫົດສົງຄົນທີ່ບໍ່ແມ່ນປະໂຣຫິດ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”’
ຖ້າໃຜເຮັດເຄື່ອງຫອມເຊັ່ນນີ້ ຫລືໃຊ້ສຳລັບຜູ້ໜຶ່ງຜູ້ໃດທີ່ບໍ່ແມ່ນປະໂຣຫິດແລ້ວ ຜູ້ນັ້ນກໍຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”
ສ່ວນສອງເອື້ອຍນ້ອງພວກເຈົ້າ ເຮົາຈະລົງໂທດເນື່ອງຈາກພວກເຈົ້າໄດ້ເຮັດຜິດສິນທຳ ແລະເຮັດບາບໂດຍຂາບໄຫວ້ບັນດາຮູບເຄົາຣົບ. ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.”
ຖ້າຊາວອິດສະຣາເອນ ຫລືຄົນຕ່າງດ້າວຜູ້ໃດຜູ້ໜຶ່ງ ທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່; ເຮົາຈະຕໍ່ສູ້ລາວ ແລະເຮົາຈະບໍ່ຖືຜູ້ນັ້ນວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ.
ຖ້າຊາຍຜູ້ໜຶ່ງສົມສູ່ກັບເມຍຂອງລຸງ ລາວກໍເຮັດໃຫ້ລຸງຂອງຕົນເສື່ອມເສຍ ແລະລາວກັບຍິງນັ້ນຈະເສຍຄ່າທົດແທນໂທດ; ທັງສອງຈະຕາຍໂດຍບໍ່ມີລູກ.
ປະໂຣຫິດທຸກຄົນຈະຕ້ອງປະຕິບັດຕາມລະບຽບການຕ່າງໆ ທີ່ເຮົາໄດ້ມອບໃຫ້ນີ້. ຖ້າບໍ່ດັ່ງນັ້ນ ພວກເຂົາຈະເຮັດຜິດແລະຕາຍ ເພາະໄດ້ຝ່າຝືນລະບຽບການອັນສັກສິດ. ເຮົາແມ່ນພຣະເຈົ້າຢາເວ ແລະເຮົາໄດ້ເຮັດໃຫ້ພວກເຂົາບໍຣິສຸດ.
ແລ້ວໃຫ້ບອກປະຊາຊົນອິດສະຣາເອນວ່າ ຜູ້ໃດຜູ້ໜຶ່ງທີ່ສາບແຊ່ງພຣະເຈົ້າ ຕ້ອງໄດ້ຮັບຜົນກຳ ແລະຕ້ອງຮັບໂທດເຖິງຕາຍ.
ຜູ້ໃດກໍຕາມທີ່ຈັບບາຍຊາກສົບ ແລະບໍ່ໄດ້ຊຳລະຕົນເອງຍັງຈະເປັນມົນທິນຢູ່ ຍ້ອນລາວບໍ່ໄດ້ຊຳລະລາວເອງ. ລາວໝິ່ນປະໝາດຫໍເຕັນສັກສິດຂອງພຣະເຈົ້າຢາເວ ແລະຢ່າຖືລາວວ່າເປັນປະຊາຊົນຂອງພຣະເຈົ້າອີກຕໍ່ໄປ.
ຄົນໃດທີ່ເປັນມົນທິນ ແລະບໍ່ໄດ້ຊຳລະຕົນເອງກໍຍັງເປັນມົນທິນຢູ່ ເພາະລາວບໍ່ໄດ້ໃຊ້ນໍ້າຊຳລະຕົນເອງ. ລາວໄດ້ເຮັດໃຫ້ຫໍເຕັນສັກສິດຂອງພຣະເຈົ້າຢາເວເປັນມົນທິນ ແລະຈະບໍ່ໄດ້ເປັນປະຊາຊົນຂອງພຣະເຈົ້າອີກຕໍ່ໄປ.
ແລະກ່າວວ່າ, “ພວກເຮົາເປັນມົນທິນຍ້ອນພວກເຮົາໄດ້ແຕະຕ້ອງຊາກສົບ, ແຕ່ເປັນຫຍັງພວກເຮົາຈຶ່ງຖືກຍົກເວັ້ນຈາກການຖວາຍບູຊາແກ່ພຣະເຈົ້າຢາເວ ກັບຊາວອິດສະຣາເອນຄົນອື່ນໆ?”
ຈົ່ງລະວັງໃຫ້ດີ ຢ່າປະຕິເສດບໍ່ຍອມຟັງພຣະອົງຜູ້ຊົງກ່າວຢູ່ນັ້ນ ເພາະຖ້າຄົນທັງຫລາຍທີ່ປະຕິເສດ ບໍ່ຍອມຟັງຄຳເຕືອນຂອງພຣະອົງໃນໂລກນີ້ ເຂົາກໍບໍ່ມີທາງພົ້ນໂທດທີ່ເຂົາປະຕິເສດນັ້ນ ພວກເຮົາຜູ້ອວ່າຍໜ້າຈາກພຣະອົງ ຜູ້ຊົງເຕືອນຈາກສະຫວັນ ກໍຈະບໍ່ພົ້ນໂທດຫລາຍກວ່າເຂົາເຫຼົ່ານັ້ນເສຍອີກ.
ດັ່ງນັ້ນ ຖ້າພວກເຮົາລະເລີຍຕໍ່ຄວາມພົ້ນອັນໃຫຍ່ຫລວງເຊັ່ນນີ້ ພວກເຮົາຈະຫລົບໜີຈາກການລົງໂທດໄດ້ຢ່າງໃດ? ອົງພຣະຜູ້ເປັນເຈົ້າໄດ້ປະກາດຄວາມພົ້ນນັ້ນໃນເວລາທຳອິດ ແລະພວກທີ່ໄດ້ຍິນກໍຢືນຢັນແກ່ພວກເຮົາວ່າເປັນຄວາມຈິງ.
ຖ້າພວກເຂົາເຫຼົ່ານັ້ນໄດ້ຕົກເສຍໄປແລ້ວ ກໍເຫຼືອວິໄສທີ່ຈະນຳພວກເຂົາມາສູ່ການກັບໃຈອີກໄດ້ ເພາະພວກເຂົາເອງຄຶງພຣະບຸດຂອງພຣະເຈົ້າເສຍ ແລະເຮັດໃຫ້ພຣະອົງຊົງໄດ້ຮັບການປະຈານຂາຍໜ້າ.
ພຣະຄຣິດກໍສັນນັ້ນ ໄດ້ຖວາຍພຣະອົງເອງເປັນເຄື່ອງບູຊາເທື່ອດຽວ ເພື່ອລຶບລ້າງບາບກຳຂອງຄົນຈຳນວນຫລວງຫລາຍ. ພຣະອົງຈະມາປາກົດເທື່ອທີສອງໂດຍບໍ່ກ່ຽວກັບຄວາມບາບ ແຕ່ເພື່ອໂຜດຊ່ວຍເອົາບັນດາຜູ້ທີ່ລໍຄອຍພຣະອົງດ້ວຍໃຈຮ້ອນຮົນໃຫ້ໄດ້ຮັບຄວາມພົ້ນ.