ເມື່ອຄົນຕ່າງດ້າວຜູ້ໜຶ່ງຢູ່ໃນດິນແດນທີ່ຫ່າງໄກໄດ້ຍິນຊື່ສຽງຂອງພຣະອົງ ແລະໄດ້ຍິນເຖິງສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ເຮັດຕໍ່ປະຊາຊົນຂອງພຣະອົງ ແລ້ວເຂົ້າມານະມັດສະການ ແລະພາວັນນາອະທິຖານຕໍ່ພຣະອົງທີ່ວິຫານນີ້
ຈົດບັນຊີ 15:16 - ພຣະຄຳພີສັກສິ ດັ່ງນັ້ນ ຈຶ່ງໃຫ້ໃຊ້ກົດບັນຍັດ ແລະລະບຽບການຢ່າງດຽວກັນ.”’ |
ເມື່ອຄົນຕ່າງດ້າວຜູ້ໜຶ່ງຢູ່ໃນດິນແດນທີ່ຫ່າງໄກໄດ້ຍິນຊື່ສຽງຂອງພຣະອົງ ແລະໄດ້ຍິນເຖິງສິ່ງຍິ່ງໃຫຍ່ທີ່ພຣະອົງໄດ້ເຮັດຕໍ່ປະຊາຊົນຂອງພຣະອົງ ແລ້ວເຂົ້າມານະມັດສະການ ແລະພາວັນນາອະທິຖານຕໍ່ພຣະອົງທີ່ວິຫານນີ້
ກົດລະບຽບອັນດຽວກັນນີ້ໃຫ້ໃຊ້ສຳລັບຄົນອິດສະຣາເອນແຕ່ກຳເນີດ ແລະສຳລັບຄົນຕ່າງດ້າວຜູ້ທີ່ອາໄສຢູ່ນຳພວກເຈົ້າຄືກັນ.”
ກົດບັນຍັດນີ້ໃຫ້ໃຊ້ສຳລັບທຸກຄົນ ບໍ່ວ່າຈະເປັນຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມທີ່ອາໄສຢູ່ໃນທ່າມກາງພວກເຈົ້າ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.”
ຖ້າຄົນສາມັນທຳມະດາຜູ້ໜຶ່ງເຮັດບາບ ແລະມີຄວາມຜິດໂດຍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ
ເມືອງທັງຫົກນີ້ ຈະໃຊ້ເປັນບ່ອນລີ້ໄພຂອງຊາວອິດສະຣາເອນ ແລະຊາວຕ່າງດ້າວທີ່ອາໄສຢູ່ຊົ່ວຄາວຫລືຢູ່ຖາວອນ ເພື່ອຜູ້ໃດທີ່ຂ້າຄົນໂດຍບໍ່ເຈດຕະນາ ມາຫລົບລີ້ຢູ່ໃນເມືອງໃດເມືອງໜຶ່ງນີ້ໄດ້.
ຖ້າຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຫາກຢາກຖືປັດສະຄາຂອງພຣະເຈົ້າຢາເວ ເຂົາຕ້ອງຖືຕາມລະບຽບການແລະກົດເກນທຸກຢ່າງ. ຈົ່ງໃຊ້ກົດບັນຍັດນີ້ສຳລັບທຸກໆຄົນ ບໍ່ວ່າເປັນຄົນອິດສະຣາເອນຫລືຄົນຕ່າງດ້າວກໍຕາມ.”
ຊາວອິດສະຣາເອນພ້ອມທັງພວກຜູ້ນຳ, ບັນດາເຈົ້າໜ້າທີ່, ພວກຜູ້ຕັດສິນ, ຕະຫລອດທັງຄົນຕ່າງດ້າວທີ່ອາໄສຢູ່ນຳພວກເຂົາ ຕ່າງກໍໄດ້ຢືນຢູ່ສອງຟາກຂ້າງຂອງຫີບພັນທະສັນຍາຂອງພຣະເຈົ້າຢາເວ ໂດຍປິ່ນໜ້າໃສ່ປະໂຣຫິດຊາວເລວີຜູ້ທີ່ມີໜ້າທີ່ຫາມຫີບ. ປະຊາຊົນເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເກຣີຊິມ ແລະອີກເຄິ່ງໜຶ່ງໄດ້ຢືນປິ່ນຫລັງໃສ່ພູເຂົາເອບານ. ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຂົາເຮັດເຊັ່ນນີ້ ເມື່ອເຖິງເວລາທີ່ພວກເຂົາຈະຮັບພອນ.