Internet tuqin Biblia

Anuncios ukanaka


Taqi biblia Nayra Testamento Machaq Testamento




ໂຢຊວຍ 6:6 - ພຣະຄຳພີສັກສິ

ໂຢຊວຍ​ໄດ້​ເອີ້ນ​ພວກ​ປະໂຣຫິດ​ມາ ແລະ​ບອກ​ວ່າ, “ຈົ່ງ​ຫາມ​ຫີບ​ພັນທະສັນຍາ ແລະ​ໃຫ້​ເຈັດ​ຄົນ​ໃນ​ພວກເຈົ້າ ຖື​ແກ​ຍ່າງ​ໄປ​ກ່ອນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”

Uka jalj uñjjattʼäta



ໂຢຊວຍ 6:6
11 Jak'a apnaqawi uñst'ayäwi  

ແລະ​ຈົ່ງ​ສອດ​ຄານຫາມ​ເຂົ້າ​ໃສ່​ຫູ​ຂອງ​ຂ້າງ​ຫີບ​ແຕ່ລະ​ຂ້າງ.


ຝ່າຍ​ໂຊໂລ​ສືບຕໍ່​ຂູ່ເຂັນ​ວ່າ​ຈະ​ຂ້າ​ພວກ​ສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເສຍ ຈຶ່ງ​ໄປ​ຫາ​ມະຫາ​ປະໂຣຫິດ,


ແລ້ວ​ພວກເຈົ້າ​ກໍໄດ້​ພາກັນ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ສູ່​ເມືອງ​ເຢຣິໂກ. ຊາວ​ເມືອງ​ເຢຣິໂກ​ໄດ້​ຕໍ່ສູ້​ພວກເຈົ້າ​ແລະ​ຍັງ​ມີ​ພວກ​ອື່ນ​ອີກ​ທີ່​ຕໍ່ສູ້​ພວກເຈົ້າ ເຊັ່ນ: ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ກີກາຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ, ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄດ້​ໄຊຊະນະ​ພວກເຂົາ​ທັງໝົດ.


ແລະ​ສັ່ງ​ປະຊາຊົນ​ວ່າ, “ເມື່ອ​ພວກເຈົ້າ​ເຫັນ​ພວກ​ປະໂຣຫິດ ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອອກ​ໄປ ໃຫ້​ພາກັນ​ອອກ​ຈາກ​ຄ້າຍພັກ​ແລະ​ຕິດຕາມ​ໄປ​ໂລດ.


ແລ້ວ​ໂຢຊວຍ​ກໍ​ບອກ​ພວກ​ປະໂຣຫິດ​ໃຫ້​ຫາມ​ຫີບ​ພັນທະສັນຍາ​ອອກ​ໄປ​ກ່ອນ​ປະຊາຊົນ ແລະ​ພວກເຂົາ​ກໍ​ປະຕິບັດ​ຕາມ.


ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເປັນ​ເທື່ອ​ທີ​ສອງ ຕາມ​ລະບຽບ​ທີ່​ໄດ້​ວາງ​ໄວ້​ໃນ​ມື້​ກ່ອນ​ນັ້ນ ຄື​ທະຫານ​ກອງໜ້າ​ຍ່າງ​ອອກ​ກ່ອນ; ຕໍ່ມາ​ແມ່ນ​ພວກ​ປະໂຣຫິດ​ເຈັດ​ຄົນ​ທີ່​ຖື​ແກ​ເຈັດ​ອັນ ແລ້ວ​ແມ່ນ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ສຸດທ້າຍ​ແມ່ນ​ພວກ​ທະຫານ​ກອງ​ນຳຫລັງ​ຫີບ​ຂອງ​ພຣະເຈົ້າຢາເວ. ສ່ວນ​ສຽງ​ແກ​ນັ້ນ​ກໍ​ດັງ​ຢູ່​ຕະຫລອດ​ເວລາ.


ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ​ເປັນ​ສຽງ​ຍາວໆ ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ພາກັນ​ຮ້ອງ​ຂຶ້ນ​ສຽງ​ດັງໆ ແລະ​ກຳແພງ​ເມືອງ​ກໍ​ຈະ​ເຈື່ອນ​ລົງ. ແລ້ວ​ໃຫ້​ກອງທັບ​ທັງໝົດ​ບຸກ​ເຂົ້າ​ໄປ​ໃນ​ຕົວເມືອງ​ທັນທີ.”


ແລ້ວ​ໂຢຊວຍ​ກໍ​ບອກ​ໃຫ້​ເລີ່ມ​ຍ່າງ​ອ້ອມ​ເມືອງ ໂດຍ​ມີ​ທະຫານ​ກອງໜ້າ ຍ່າງ​ນຳ​ໜ້າ​ໄປ​ກ່ອນ​ຫີບ​ຂອງ​ພຣະເຈົ້າຢາເວ.


ດັ່ງນັ້ນ ຕາມ​ຄຳສັ່ງ​ຂອງ​ໂຢຊວຍ ທະຫານ​ກອງໜ້າ​ຈຶ່ງ​ເລີ່ມ​ຍ່າງ​ອອກ​ກ່ອນ​ພວກ​ປະໂຣຫິດ​ເຈັດ​ຄົນ​ທີ່​ຖື​ແກ​ຕໍ່ໜ້າ​ພຣະເຈົ້າຢາເວ; ຕາມ​ຫລັງ​ພວກ​ເຫຼົ່ານີ້​ມີ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ພວກ​ທີ່​ລອດ​ຕາຍ​ກັບຄືນ​ມາ​ຄ້າຍ ພວກ​ຜູ້ນຳ​ຊາວ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ມື້ນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ຊະນະ​ພວກເຮົາ? ຈົ່ງ​ໄປ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ຈາກ​ເມືອງ​ຊີໂລ ເພື່ອ​ວ່າ​ພຣະອົງ ຈະ​ສະຖິດ​ຢູ່​ກັບ​ພວກເຮົາ ແລະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ສັດຕູ​ຂອງ​ພວກເຮົາ.”